Header Ads

ສານປະຊາຊົນແຂວງເຊກອງ ຕັດຈຳຄຸກຜູ້ຄ້າຂາຍຢາເສບຕິດ 5 ປີ




ອີງຕາມການລາຍງານຂອງ ຂ່າວນັກຂ່າວ ແຂວງເຊກອງວ່າ: ໃນຕອນເຊົ້າວັນທີ 12 ກໍລະກົດ 2018 ສານປະຊາຊົນຂັ້ນຕົ້ນແຂວງເຊກອງຕັດສີນຄະດີຄ້າ-ຂາຍ ຢາເສບຕິດປະເພດຢາບ້າ: ທ້າວ ພອນສະຫວັນ ບຸນຈິດ ( ວ໋ອງ) ອາຍຸ 30 ປີ,ອາຊີບກຳມະກ່ອນ,ສັນຊາດ ລາວ ສາສະໜາ ຜີ ,ບ້ານ ໃໝ່ຫົວເມືອງ,ເມືອງລະມາມ, ແຂວງເຊກອງ,ຂໍ້ຫາ:ຄ້າ-ຂາຍ ຢາເສບຕິດປະເພດຢາບ້າເຊີ່ງຜູ້ກ່ຽວໄດ້ກະທໍາຜິດກົດໝາຍອາຍາຕາມມາດຕາ 146 ຂອງກົດໝາຍອາຍາແຫຼງ ສ ປ ປ ລາວ, ແລະຖືກກັກຕົວໃນຄັ້ງວັນທີ: 29/03/2017.



ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານ ຢາເສບຕິດແຂວງ: ທ້າວ ຄອນສະຫວັນ ບຸນຈິດ ( ວ໋ອງ ) ໄດ້ຮັບສາລະພາບວ່າ;ຜູ້ກ່ຽວເລີ່ມເສບຢາບ້າໃນຄັ້ງວັນທີ 15/03/2016 ໃນເວລາຕໍ່ມາໄດ້ໄປຫຼີ້ນສະນຸກເກີຈິ່ງໄດ້ຮູ້ຈັກກັບ ທ້າວ ແປັກ ,ບ້ານ ເພຍໃໝ່, ເມືອງລະມາມ, ແຂວງເຊກອງ,ຜູ້ກ່ຽວຈິ່ງໄດ້ຖາມ ທ້າວ ແປັກວ່າ:ມີບໍຢາບ້າ ທ້າວ ແປັກ ຕອບວ່າ:ມີຈາກນັ້ນ ທ້າວແປັກ ກໍ່ໄດ້ຈົກເອົາຢາບ້າໃນຖົງສົ້ງມາຂາຍໃຫ້ຜູ້ກ່ຽວມີຈຳນວນ 02 ເມັດ,ຊື້ໃນລາຄາ 80.000 ກີບເມືອໄດ້ຢາມາແລ້ວກໍ່ໄດ້ເອົາຢາບ້າມາເສບກັບ ນາງ ທິບ ,ບ້ານ ວັດຫຼວງ,ເມືອງລະມາມ,ແຂວງເຊກອງຈົນໝົດ,ຕໍ່ມາຄັ້ງວັນທີ 20/04/2016 ຜູ້ກ່ຽວໄດ້ໄປຊື້ຢາບ້ານຳ ທ້າວ ແປັກ ອິກຈຳນວນ 02 ເມັດ, ຊື້ໃນລາຄາເມັດລະ 40.000 ກີບເມື່ອໄດ້ຢາບ້າມາແລ້ວກໍ່ໄດ້ເອົາໄປຂາຍໃຫ້ນາງ ແກັດ ,ບ້ານ ວັດຫຼວງ,ເມືອງລະມາມ, ແຂວງເຊກອງຈຳນວນ 02 ເມັດ,ຂາຍໃນລາຄາເມັດລະ 30.000ກີບ ໃນຄັ້ງວັນທີ 17/06/2016 ຜູ້ກ່ຽວໄດ້ໂທລະສັບຫາ ນາງ ໃໝ ,ບ້ານ ເພຍໃໝ່, ເມືອງລະມາມ,ໄດ້ຖາມວ່າ:ຍັງມີຢາບ້າຢູ່ບໍ? ຕ້ອງການຊື້ ນາງ ໃໝ ຕອບວ່າ:ມີແລ້ວລໍຖ້າຢູ່ຮ້ານປະມານ 30 ນາທີ ນາງ ໃໝ ຂີ່ລົດຈັກ ເວັບເອັດສີປອນມາຫາຜູ້ກ່ຽວແລ້ວເອົາຢາບ້າໃຫ້ຜູ້ກ່ຽວຈຳນວນ 02ເມັດ,ຊື້ໃນລາຄາເມັດລະ 30.000 ກີບເມື່ອໄດ້ຢາບ້າມາແລ້ວຜູ້ກ່ຽວເສບເອງຈົນໝົດ,ຕໍ່ມາວັນທີ 25/12/2016ກໍໄດ້ໂທຫາທ້າວ ໂຈ, ບ້ານເພຍໃໝ່, ເມືອງລະມາມ ເພື່ອຊື້ຢາບ້າຫຼັງຈາກນັ້ນກໍ່ໄດ້ນັດຈຸດສົງຢາບ້າຢູ່ເສັ້ນທາງ ໂຮງຮຽນຊົນເຜົ່າຕໍ່ໜ້າເດີນ ກິລາໃນຮົ່ມ ເມືອງລະມາມ,ຫຼັງຈາກນັ້ນຜູ້ກຽ່ວໄດ້ຂີ່ລົດຈົກອອກໄປ ຈຸດສົງຢາບ້າ ທ້າວ ໂຈ ກໍ່ໄດ້ເອົາຢາບ້າຂາຍໃຫ້ຜູ້ກ່ຽວຈຳນວນ 05 ເມັດ,ຊື້ໃນລາຄາເມັດລະ 30.000 ກີບ,ຜູ້ກ່ຽວໄດ້ຢາບ້າມາແລ້ວກໍ່ໄດ້ໄປຂາຍໃຫ້ ນາງ ທິບ ຈຳນວນ 02 ເມັດ,ຂາຍໃນລາຄາ ເມັດລະ 30.000ກີບ

ສວນຢາທີຍັງເຫຼືອຜູ້ກ່ຽວແມ່ນເສບເອງໝົດ,ມາໃນຄັ້ງວັນທີ 26/12/2016 ໄດ້ມີໝູ່ຊື່ ນາງ ທິບ ມາຫາຜູ້ກ່ຽວຢູ່ຮ້ານແລ້ວ ໄດ້ຊວນຜູ້ກ່ຽວອອກເງິນກັນຜູ້ລະ 135.000 ກີບ ເພື່ອໄປຊື້ຢາບ້າເມື່ອໄດ້ເງິນຄົບຈຳນວນແລ້ວກໍ່ໄດ້ຂີ່ລົດຈັກອອກໄປຊື້ຢາບ້າ ນຳທ້າວ ໂຈ ອີກຢູ່ຕໍ່ໜ້າໂຮງຮຽນຊົນເຜົ່າໄດ້ຢາບ້າຈຳນວນ 10 ເມັດ,ຊື້ໃນລາຄາ 270.000 ກີບເມື່ອພວກກ່ຽວໄດ້ຢາບ້າແລ້ວກໍ່ນຳມາເສບເອງຈົນໝົດ,ຕໍ່ມາຄັ້ງວັນທີ(ບໍ່ຈຶ່) ເດືອນ 02 ປີ 2017ຜູ້ກ່ຽວໄດ້ໄປຊື້ຢາບ້ານຳ ທ້າວ ໂຈ ອີກຈຳນວນ 15 ເມັດ,ຊື້ໃນລາຄາເມັດລະ 30.000 ກີບ,ແລ້ວໄດ້ເອົາໄປຂາຍຕໍ່ໃຫ້ ນາງ ທິບ ຈຳນວນ 04 ເມັດ,ຂາຍໃນລາຄາເມັດລະ 35.000 ກີບ,ສ່ວນຢາບ້າທີ່ຍັງເຫຼືອຈຳນວນ 11 ເມັດ,ແມ່ນຜູ້ກ່ຽວເສບເອງໝົດ,ໃນຄັ້ງວັນທີ 15/03/2017ຜູ້ກ່ຽວໄດ້ໄປຊື້ຢາບ້ານຳ ທ້າວ ກາຫຼີ ບ້ານ ໃໝ່ຫົວເມືອງ, ເມືອງລະມາມ, ແຂວງເຊກອງຈຳນວນ 05ເມັດ,ຊື້ໃນລາຄາເມັດລະ 20.000 ກີບເມື່ອໄດ້ຢາບ້າມາແລ້ວເສບເອງໝົດ,ໃນຄັ້ງວັນທີ 20/03/2017 ຜູ້ກ່ຽວໄດ້ໄປຊື້ຢາບ້ານຳ ທ້າວ ຈັນ ບ້ານໃໝ່ຫົວເມືອງ ຈຳນວນ 04 ເມັດ,ຊື້ໃນລາຄາເມັດລະ 40.000 ກີບໄດ້ຢາບ້າແລ້ວເອົາມາເສບເອງໝົດ , ມາຮອດໃນຄັ້ງວັນທີ 29/03/2017 ຜູ້ກ່ຽວໄດ້ໄປຊື້ຢາບ້າ ນຳ ທ້າວ ເຫຼັກ ບ້ານ ໂພນຄຳ,ເມືອງລະມາມຈຳນວນ 12 ເມັດ,ຊື້ໃນລາຄາເມັດລະ 20.000 ກີບເມືອຜູ້ກ່ຽວໄດ້ຢາບ້າມາແລ້ວວ່າຈະເອົາໄປເສບເອງແຕ່ຖືກເຈົ້າໜ້າທີ່ຕຳຫຼວດສະກັດກັັ້ນ ແລະ ຕ້ານຢາເສບຕິດ ແຂວງ ກັກຕົວພ້ອມຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 12 ເມັດ,ເງີນກີບ 2000ກີບ,ໂທລະສັບຍີ່ຫໍ້ຢູນິເທວ 1 ໝວຍ. ສ່ວນ : ນາງ ໃໝ່, ທ້າວ ກາຫຼີ, ທ້າວ ຈັນ, ທ້າວ ເຫຼັກ ພວກກ່ຽວໄດ້ເອົາຕົວຫຼົບໜີ ບໍ່ຮູ້ທີຢູ່ແນ່ນອນດັ່ງນັ້ນທາງເຈົ້າໜ້າພວກເຮົາໄດ້ຂື້ນບັນຊີຕິດຕາມຕໍ່ໄປ,ສ່ວນ : ນາງ ແກັດ ແລະ ນາງ ພອນທິບ ທາງເຈົ້າໜ້າທີ່ເຮົາໄດ້ນຳຕົວຜູ້ກ່ຽວສຶກສາອົບຮົມແລ້ວ. 

ສະນັ້ນ: ສານປະຊາຊົນຂັ້ນຕົ້ນແຂວງເຊກອງຕັດສີນຄະດີອາຍາສະບັບ ເລກທີ່ 25/ຂຕອ ;ລົງວັນທີ 12 ກໍລະກົດ2018ຕັດອິດສະຫຼະພາບ5ປີ ແລະປັບໄໝ10.000.000ກີບ.

ພາບ ແລະ ຂ່າວ: ແຂວງເຊກອງ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
___________

Powered by Blogger.