Header Ads

ນັກສຳຫຼວດຄົ້ນພົບຖໍ້າໃນລາວ ທີ່ບ້ານນໍ້າເຟືອງ ເມືອງແມັດ ແຂວງວຽງຈັນ ຄາດອາດເປັນຖໍ້າທີ່ໃຫຍ່ທີ່ສຸດໃນໂລກ



ທ່ານ ຄັດຊຶຈິ ໂຍຊິດະ (Katsuji Yoshida) ເປັນໜຶ່ງໃນນັກສຳຫຼວດຖໍ້າ ທີ່ມີຊື່ສຽງໂດ່ງດັງຂອງໂລກ ເຄີຍສຳຫຼວດຖໍ້າມາແລ້ວຫຼາຍບ່ອນ ແລະໄດ້ຄົ້ນພົບຖໍ້າແຫ່ງໃໝ່ໃນໂລກມາແລ້ວ 6 ແຫ່ງ ຫຼັງຈາກ ທີ່ໄດ້ສຶກສາກ່ຽວກັບຖໍ້າມາດົນ ຈຶ່ງຕັ້ງສົມມຸດຖານຂຶ້ນມາວ່າ ຢູ່ລາວອາດມີຖໍ້າທີ່ໃຫຍ່ທີ່ສຸດໃນໂລກກໍເປັນໄດ້ ສະນັ້ນ ຈຶ່ງໄດ້ເລີ່ມການວິໄຈແລະສຳຫຼວດ ຖໍ້າຢູ່ລາວເປັນເວລາເຖິງ 2 ປີ.



ທີມງານສຳຫຼວດ ໄດ້ໃຊ້ເວລາສຳຫຼວດຖໍ້າຢູ່ລາວ ທີ່ຍັງບໍ່ທັນເຄີຍມີການສຳຫຼວດມາກ່ອນ ຫຼັງຈາກທີ່ໄດ້ຮັບຂໍ້ມູນຈາກຊາວບ້ານແລ້ວ ຈຶ່ງຕັດສິນໃຈ ສຳຫຼວດຖໍ້າຢູ່ ບ້ານນໍ້າເຟືອງ ເມືອງແມັດ ແຂວງວຽງຈັນ ບາງຄົນອາດຮູ້ຈັກແລະເຄີຍໄປມາແລ້ວ ແຕ່ຖໍ້າແຫ່ງນີ້ ຍັງບໍ່ທັນເຄີຍມີນັກສຳຫຼວດກຸ່ມໃດ ເຂົ້າໄປສຳຫຼວດຢູ່ຂ້າງໃນມາກ່ອນ ທີມງານສຳຫຼວດກຸ່ມນີ້ຖືວ່າ ເປັນກຸ່ມທຳອິດທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວ ໃຫ້ເຂົ້າໄປສຳຫຼວດ. ທີມສຳຫຼວດ ມີຢູ່ດ້ວຍກັນ 6 ຄົນ ທັງໝົດລ້ວນແຕ່ເປັນນັກຊ່ຽວຊານສຳຫຼວດຖໍ້າລະດັບໂລກ ທີ່ມີປະສົບການ ແລະເຄີຍສຳຫຼວດຖໍ້າມາແລ້ວຫຼາຍແຫ່ງ.




ຫຼັງຈາກ ຊ່ອງໂທລະພາບ NHK ຂອງຍີ່ປຸ່ນ ໄດ້ຮັບຂ່າວນີ້ ກໍໄດ້ສົ່ງຜູ້ສື່ຂ່າວ 3 ຄົນ ເດີນທາງໄປທີ່ຖໍ້າຮ່ວມກັບທີມງານສຳຫຼວດ ເມື່ອມາຮອດປາກຖໍ້າ ພວກເຂົາຕ່າງພາກັນຕະລຶງກັບຄວາມໃຫຍ່ຂອງຖໍ້າຢູ່ໃນຖໍ້າ ມີສາຍນໍ້າ ຕ້ອງໄດ້ໃຊ້ເຮືອເດີນທາງເຂົ້າໄປແລ້ວມາຕັ້ງຄ້າຍຢູ່ທີ່ຈຸດໆໜຶ່ງໃນຖໍ້າເຊິ່ງຫ່າງຈາກປາກ ບ້ານນໍ້າເຟືອງ ເມືອງແມັດ ແຂວງວຽງຈັນ ປະມານ 20 ນາທີ ອີງຕາມຂໍ້ມູນຈາກຊາວບ້ານ ຊາວບ້ານເຄີຍມາຮອດແຕ່ຈຸດນີ້ ໄກກວ່ານັ້ນແມ່ນບໍ່ເຄີຍເຂົ້າໄປທີມງານສຳຫຼວດຕັ້ງຄ້າຍຢູ່ຈຸດນີ້ເປັນເວລາໜຶ່ງເດືອນ, ເຊິ່ງບ່ອນຄ້າຍທີ່ພັກມືດຫຼາຍຖ້າບໍ່ມີໄຟສາຍ ຈະບໍ່ເຫັນຫຍັງເລີຍ. ໜຶ່ງໃນທີມສຳຫຼວດເລົ່າເຖິງຄວາມຍາກລຳບາກໃນການໃຊ້ຊີວິດຢູ່ໃນຖໍ້າແຫ່ງນີ້ສູ່ຜູ້ສື່ຂ່າວຊ້ອງ NHK ຟັງວ່າ: ຢູ່ໃນຖໍ້າຈະໜາວຫຼາຍ, ພາຍໃນຖໍ້າມີສາຍນໍ້າໃຫຍ່ທີ່ວັດແທກຄວາມກວ້າງໄດ້ 30 ແມັດ ບາງຈຸດຂອງສາຍນໍ້າມີຄວາມເລິກບໍ່ສາມາດຍ່າງໄດ້ຈຳເປັນຕ້ອງລອຍເອົາ ແລະຕ້ອງໄດ້ແບກເອົາອຸປະກອນທັງໝົດເຂົ້າໄປນຳ ເປັນຕົ້ນແມ່ນກ້ອງ, ໄຟສາຍ, ວິທະຍຸເມື່ອລອຍນໍ້າໂຕກໍປຽກ ຍິ່ງເພີ່ມຄວາມໜາວເຂົ້າໄປອີກ ຍິ່ງໄປກວ່ານັ້ນ ເວລາຂັບຖ່າຍກໍລຳບາກຕ້ອງໄດ້ຖ່າຍໃສ່ຖົງຢາງ ເພາະບໍ່ຢາກທໍາລາຍຄວາມບໍລິສຸດຂອງສະພາບແວດລ້ອມທີ່ຢູ່ຂ້າງໃນ.



ນອກຈາກນີ້ ຢູ່ພາຍໃນຖໍ້າຍັງມີຫີນຍ້ອຍທີ່ບໍ່ລິສຸດ ທີມສຳຫຼວດກ່າວວ່າ ຫີນຍ້ອຍນີ້ມີສີຂາວກວ່າບ່ອນອື່ນໆທີ່ເຄີຍພົບມາ ສະພາບອາກາດໃນຖໍ້າ ມີຄວາມສົດຫຼາຍ ຄວາມຊຸ່ມ (Humidity) ໃນຖໍ້າມີຫຼາຍກວ່າ 98% ເຮັດໃຫ້ກ້ອງທີ່ທີມສຳຫຼວດນຳເຂົ້າໄປນັ້ນ ໃຊ້ການບໍ່ໄດ້ 4 ໜ່ວຍ ຈາກ ທັງໝົດ 8 ໜ່ວຍທີ່ນຳເຂົ້າໄປ ກ້ອງທີ່ເພແມ່ນກ້ອງທີ່ມີປະສິດທິພາບໃນການຖ່າຍທຳສູງ ຍັງເຫຼືອແຕ່ກ້ອງກັນນໍ້າໄດ້, ແຕ່ປະສິດທິພາບໃນການຖ່າຍທຳ ບໍ່ໄດ້ເທົ່າກ້ອງທີ່ເພ ອັນທີ່ຈິງແລ້ວ ມືກ້ອງມີປະສົບການໃນການຖ່າຍທຳໃນຖໍ້າສູງ ຖ່າຍໃນຖໍ້າມາແລ້ວຫຼາຍບ່ອນ ແຕ່ຖໍ້າແຫ່ງນີ້ ມີສະພາບຍາກກວ່າທີ່ຄິດໄວ້ ຖໍ້າແຫ່ງນີ້ ມີຄວາມກວ້າງຫຼາຍ ທຳອິດທີມສຳຫຼວດຄິດວ່າຈະໃຊ້ ໂດຣນ ຖ່າຍໃນ ບ້ານນໍ້າເຟືອງ ເມືອງແມັດ ແຂວງວຽງຈັນ ແຕ່ໄຟສາຍທີ່ນຳເຂົ້າໄປນຳນັ້ນ ສ່ອງບໍ່ທົ່ວເຖິງ ເລີຍຍົກເລີກໄປ ໄຟສາຍທີ່ທີມສຳຫຼວດນຳເຂົ້າໄປນັ້ນ ເປັນໄຟສາຍທີ່ມີປະສິດທິພາບສູງ ໃຊ້ສະເພາະໃນກອງທັບ ມີປະສິດທິພາບກວ່າໄຟສາຍທຳມະດາເຖິງ 15 ເທົ່າ ແຕ່ຍັງບໍ່ສາມາດສ່ອງໃນ ບ້ານນໍ້າເຟືອງ ເມືອງແມັດ ແຂວງວຽງຈັນ ໄດ້ທົ່ວເຖິງ ເນື່ອງຈາກຖໍ້າມີຄວາມກວ້າງຫຼາຍ.  ຕາມທີ່ທີມງານສຳຫຼວດຮູ້ໃນຕອນນີ້ ໃນຖໍ້າບາງຈຸດ ມີຄວາມສູງເຖິງ 120 ແມັດ (ສູງປະມານຊໍ່າຕຶກ 30 ຊັ້ນ) ແລະກວ້າງ 400 ແມັດ ແຕ່ເຖິງຢ່າງໃດກໍຕາມ ນີ້ເປັນພຽງແຕ່ຂໍ້ມູນຂອງການສຳຫຼວດໃນເບື້ອງຕົ້ນ ຖ້ຳແຫ່ງນີ້ອາດມີຂະໜາດໃຫຍ່ກວ່ານີ້ກໍເປັນໄດ້ ເຊິ່ງທີມງານສຳຫຼວດຍັງຈະໄດ້ສຳຫຼວດຕໍ່ໄປ ຈົນກວ່າຈະສຳເລັດພາລະກິດ.


ທ່ານ ຄັດຊຶຈິ ໂຍຊິດະ ກ່າວວ່າ ຖ້ຳແຫ່ງນີ້ອາດເປັນຖໍ້າທີ່ໃຫຍ່ທີ່ສຸດຂອງໂລກ ເຊິ່ງທີມງານຈະໄດ້ມີການສຳຫຼວດອີກຕໍ່ໄປ ແລະຈະໄດ້ກະກຽມຜົນການສຳຫຼວດ ແລ້ວລາຍງານໃນກອງປະຊຸມນາໆຊາດ ເພື່ອຮັບຮອງເອົາ ແຕ່ເຖິງຢ່າງໃດກໍດີ ການທີ່ໄດ້ມາສຳຜັດກັນແຫ່ງນີ້ ແລ້ວໄດ້ມີໂອກາດຖ່າຍພາບ ຖ່າຍວິດີໂອ ກໍຖືວ່າເປັນຄວາມພາກພູມໃຈຢ່າງຍິ່ງ ຂອງທີມງານສຳຫຼວດ ເພາະຍັງບໍ່ທັນມີໃຜເຂົ້າມາສຳຫຼວດໄດ້ໄກເຖິງຂະໜາດນີ້. ເຊິ່ງທີມງາມສຳຫຼວດ ໃຊ້ເວລາຢູ່ໜຶ່ງເດືອນ ອາໄສຢູໃນຖໍ້າ ສຳຫຼວດຖໍ້າເປັນໄລຍະທາງ ໂດຍລວມແລ້ວ 8 ກິໂລແມັດ ທ່ານ ຍັງກ່າວຕື່ມວ່າ: ທີມສຳຫຼວດ ຈະໄດ້ເດີນທາງມາຖ້ຳແຫ່ງນີ້ອີກຄັ້ງ ໃນເດືອນພະຈິກ ຂອງທ້າຍປີນີ້.




ທີ່ມາ: Khianlao.com 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
___________


Powered by Blogger.