Header Ads

ປະທານາທິບໍດີຝຣັ່ງ ມອບຫຼຽນເຊີດຊູກຽດໃຫ້ຂຸນພົນທີມ “ກາໄກ່”



ສໍານັກຂ່າວຕ່າງປະເທດລາຍງານວ່າ : ທີ່ທໍານຽບປະທານາທິບໍດີຝຣັ່ງ ໄດ້ມີການຖະແຫຼງກະກຽມພິທີມອບຫຼຽນເຊີດຊູກຽດຊັ້ນ ເລຈຽນ ອອຟ ອໍເນີຣ ໃຫ້ກັບນັກເຕະທີມຊາດຝຣັ່ງແຊ້ມບານໂລກ 2018  ທີ່ປະເທດຣັດເຊຍ ກ່ອນໜ້າທີ່ຂຸນພົນກາໄກ່ຈະເດີນທາງໄປ ເອລີເຊ ພາເລຊ ເມື່ອວັນຈັນ ທີ 16 ກໍລະກົດຜ່ານມາ ເຊິ່ງໃນລາຍງານຍັງບໍ່ມີກໍານົດການອອກມາວ່າ ພິທິດັ່ງກ່າວເມື່ອໃດ. 





ສໍາລັບທີມຊາດຝຣັ່ງ ການຄ້ວາແຊ້ມໃນຄັ້ງທີຖືກເປັນສະໄໝທີ 2 ໃນຮອບ 20 ປີ ແລະ ເປັນການຄ້ວາແຊ້ມຍ້ອນຫຼັງການສະຫຼອງວັນຊາດຝຣັ່ງໜື່ງມື້ 14 ກໍລະກົດ (ການແຂ່ງຂັນແມ່ນ 15 ກໍລະກົດ ) ໂດຍສະໄໝທໍາອິດແມ່ນປີ 1998 ແລະ ສະໄໝທີ 2018  ເຊິ່ງທັງສອງແມ່ນມີເລກລົງທ້າຍດ້ວຍ 8 ແລະ ນັດການແຂ່ງຂັນກໍ່ໃສ່ເສື້ອສີຟ້າລົງແຂ່ງຂັນ ເຊິ່ງຄ້າຍກັບຄັ້ງທີ່ແຊ້ມຄ້ວາສະໄໝທີໜຶ່ງໃນປີ 2018 ຈົນສື່ຕ່າງປະເທດລາຍງານວ່າ : ເລກ 8  ແລະ ເສື້ອຟ້າແມ່ນສິ່ງນໍາໂຊກໃຫ້ທີ່ມຊາດຝຣັ່ງຄ້ວາແຊ້ມ. 




ນັກເຕະທີມຊາດຝຣັ່ງ ແລະ ຄະນະເດີນທາງມາຈາກນະຄອນມອສໂກ ປະເທດຣັດເຊຍ ເຖິງ ນະຄອນປາຣີສ ໃນຕອນບ່າຍວັນຈັນ  6 ກໍລະກົດຜ່ານມານີ້ຕາມເວລາທ້ອງຖິ່ນ ແລະ ໄດ້ເຂົ້າຮ່ວມຂະບວນພາເຣດແຫ່ຖ້ວຍແຊ້ມບານໂລກສະໄໝທີ ສອງໄປຕາມຖະໜົນຊອງສ ເອລິເຊສ ກ່ອນຈະເຂົ້າພົບປະທານາທິບໍດີ ເອັມມານູແອລ ມາຄົງ ແລະ ພັນລະຍາທີ່ທຳນຽບປະທານາທິບໍດີ. 



ທີ່ມາ: www.dnaindia.com/The Guardian 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.