Header Ads

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ 10 ບັນຫາ ເພື່ອແກ້ໄຂໄພພິບັດລະດັບຊາດ




ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ຈັດຂຶ້ນເມື່ອຕອນເຊົ້າ ຂອງວັນທີ 8 ສິງຫາ 2018 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການແກ້ໄຂໄພພິບັດລະດັບຊາດ ໂດຍມີທ່ານລັດຖະມົນຕີ, ບັນດາຮອງລັດຖະມົນຕີ ແລະ ຄະນະໜ່ວຍງານປະສານງານ ຂອງຄະນະກຳມະການດັ່ງກ່າວ ເຂົ້າຮ່ວມ.



ກອງປະຊຸມ ໄດ້ສັງເກດຕີລາຄາຄືນ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ຂອງຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ຊຶ່ງມີພາລະບົດບາດໜ້າທີ່ເປັນໃຈກາງ ໃນການປະສານສົມທົບກັບທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການປະຕິບັດວຽກສະເພາະກິດແກ້ໄຂໄພພິບັດ ລະດັບຊາດ ໂດຍເລີ່ມຈາກການວາງແຜນຕອບໂຕ້, ການຄວບຄຸມ, ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນຂອບເຂດທົ່ວປະເທດ ໃຫ້ທົ່ວເຖິງ ແລະ ຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ເຂົ້າສູ່ຄວາມເປັນປົກກະຕິ ເວົ້າລວມ, ເວົ້າສະເພາະ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ທີ່ເມືອງສະໜາມໄຊ, ແຂວງອັດຕະປື ໃນຄັ້ງນີ້. ຜ່ານການຈັດຕັ້ງປະຕິບັດວຽກງານເຫັນວ່າ ເຖິງຈະພົບກັບຄວາມຫຍຸ້ງຍາກ ອຸປະສັກນາໆປະການ ແຕ່ໂດຍລວມ ແມ່ນມີຜົນສຳເລັດໃນຂັ້ນຕົ້ນຫຼາຍດ້ານ. ເຊິ່ງຄວາມຄືບໜ້າມາຮອດວັນທີ 7 ສິງຫາຜ່ານມາ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຄົ້ນຫາຜູ້ສູນຫາຍ ສາມາດຄົ້ນຫາຜູ້ທີ່ເສຍຊີວິດ ໄດ້ທັງໝົດຈໍານວນ 32 ສົບ, ຈາກຜູ້ສູນຫາຍຕາມການບອກເລົ່າ ຂອງຄອບຄົວຜູ້ ໄດ້ຮັບຜົນກະທົບໄພນໍ້າຖ້ວມ ເບື້ອງຕົ້ນຈຳນວນ 131 ຄົນ ມາຮອດປັດຈຸບັນ ຍັງເຫຼືອ 99 ຄົນ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຕີລາຄາ ຜົນການຊ່ວຍເຫຼືອຜູ້ປະສົບໄພພິບັດດ້ານຕ່າງຕ່າງໆ ນັບແຕ່ເຫດການດັ່ງກ່າວ ໄດ້ເກີດຂຶ້ນຈົນມາຮອດປັດຈຸບັນ ເພື່ອຕີລາຄາດ້ານດີທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານຄົງຄ້າງ ຕ້ອງໄດ້ຖອດຖອນບົດຮຽນ.

ຕອນທ້າຍຂອງກອງປະຊຸມ ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກໃຫ້ຄະນະກຳມະການສະເພາະກິດແກ້ໄຂໄພພິບັດ ລະດັບຊາດ ກໍ່ຄື ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ 10 ວຽກສຳຄັນໃນຕໍ່ໜ້າຄື:

1. ກະກຽມຄວາມພ້ອມ ສ້າງຄະນະປະເມີນຜົນເສຍຫາຍ ແລະ ຜົນກະທົບຂອງໄພພິບັດ ໃນຄັ້ງນີ້ ໂດຍມອບໃຫ້ການນຳ ກະຊວງແຜນການ ແລະ ການລົງທຶນເປັນປະທານຄະນະດັ່ງກ່າວ.

2. ກະກຽມສຳຫຼວດ ແລະ ເກັບກູ້ລະເບີດໃນພື້ນທີ່ ມີລະເບີດຕົກຄ້າງເພື່ອຄວາມປອດໄພ ໃນການບຸກ ເບີກເນື້ອທີ່ປຸກສ້າງຫຼືທຳການຜະລິດ.

3. ເກັບກຳຂໍ້ມູນຫຼັກຖານຕ່າງໆ ໃຫ້ໄປຕາມວຽກຂອງຂະແໜງການທີ່ກ່ຽວຂ້ອງ.
4. ເຫັນດີໃຫ້ໃບຍ້ອງຍໍ, ໃບກຽດຕິຄຸນ ຫຼື ໃບຊົມເຊີຍ ໃຫ້ແກ່ຜູ້ມີຜົນງານໃນການບໍລິຈາກວັດຖຸສິ່ງຂອງ ແລະ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ໃຫ້ທັນການ.

5. ສືບຕໍ່ສ້າງສະຖານທີ່ພັກເຊົາ ໃຫ້ປະຊາຊົນທີ່ປະສົບໄພ ທີ່ອົບພະຍົບມາເຕົ້າໂຮມທີ່ຢູ່ສູນຕ່າງໆ ນັ້ນ ໃຫ້ໄວ ແລະ ພຽງພໍ ກັບຄວາມຕ້ອງການທີ່ຈຳເປັນ ໃນເບື້ອງຕົ້ນ ແລະ ກ້າວສູ່ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ. ນອກນັ້ນ, ສືບຕໍ່ເບິ່ງແຍງປະຊາຊົນ ​ຜູ້ທີ່ປະສົບໄພພິບັດ ໃຫ້ມີອາຫານການກິນ, ນ້ຳດື່ມ, ນ້ຳໃຊ້ໃຫ້ພຽງ ພໍ, ດູແລສຸຂະພາບ ແລະ ປ້ອງກັນບໍ່ໃຫ້ເກີດພະຍາດລະບາດ, ປົວແປງທາງດ້ານຈິດໃຈ ແລະ ສືບຕໍ່ຊ່ວຍເຫຼືອສົງເຄາະ ແລະ ເຮັດວຽກງານສະຫວັດດີການອື່ນໆ.

6. ເຫັນດີປະຕິບັດຕາມ ຜົນກອງປະຊຸມລັດຖະບານສະໄໝວິສາມັນ ຄັ້ງວັນທີ 7 ສິງຫາ ຜ່ານມາ ໃນການແຕ່ງຕັ້ງຄະນະຮັບຜິດຊອບ ກວດກາຄືນທາງດ້ານເຕັກນິກ ແລະ ຄຸນນະພາບ ໃນການກໍ່ສ້າງ ແລະ ພັດທະນາເຂື່ອນຕ່າງໆ ທີ່ກຳລັງດຳເນີນການກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ປະສານສົມທົບກັນຈັດຕັ້ງປະຕິບັດ ແລະ ມີຊ່ຽວຊານຈາກສາກົນເຂົ້າຮ່ວມ.

7. ແຕ່ງຕັ້ງຄະນະຄຸ້ມຄອງເຄື່ອງ ຊ່ວຍເຫຼືອດ້ານອຸປະໂພກ, ບໍລິໂພກໃຫ້ດີ ດ້ວຍການຈັດແຈງ, ຈັດສົ່ງ ແລະ ການແຈກຢາຍ ເຄື່ອງຊ່ວຍເຫຼືອໃຫ້ທົ່ວເຖິງ.

8. ຄຸ້ມຄອງງົບປະມານ, ລາຍຮັບ-ລາຍຈ່າຍ ໃຫ້ລະອຽດຄົບຖ້ວນ. ໃນນັ້ນ, ການຄຸ້ມຄອງ ແລະ ການນຳໃຊ້ເງິນຊ່ວຍເຫຼືອ ຕ້ອງຮັດກຸມ, ຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

9. ສືບຕໍ່ຊອກຄົ້ນຫາຜູ້ສູນຫາຍ ທີ່ອາດຈະຍັງມີຊີວິດຢູ່ ຫຼື ເສຍຊີວິດໄປແລ້ວນັ້ນ ໃຫ້ຄົບຖ້ວນ.

10. ສ້າງຂອດປະສານງານແຕ່ລະຂັ້ນ ໃຫ້ມີຄວາມຄ່ອງຕົວ ນັບແຕ່ຂອດປະສານງານຢູ່ສູນກາງ, ແຂວງ ແລະ ເມືອງ ໃຫ້ສາມາດຕິດຕໍ່ປະສານງານກັນ ໃຫ້ມີຄວາມສະດວກ ແລະ ໂລ່ງລ່ຽນ. ໃນນັ້ນ, ແມ່ນ ເອົາກອງບັນ ຊາການພາກສະໜາມທີ່ເມືອງສະໜາມໄຊ ເປັນຈຸດໃຈກາງ.

ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຕີລາຄາສະພາບການແກ້ໄຂໄພພິບັດ ທີ່ເກີດຂຶ້ນຢູ່ບັນດາແຂວງຕ່າງໆຕື່ມອີກ.

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______





Powered by Blogger.