Header Ads

ແຂວງຄຳມ່ວນ 06 ເດືອນມີຜູ້ເສຍຊີວິດແລ້ວ 34 ຄົນ ຍ້ອນອຸບັດຕິເຫດຕາມທ້ອງຖະໜົນ




ທ່ານ ພັ.ອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 05 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ I ໃຫ້ຮູ້ວ່າ: 06 ເດືອນຕົ້ນປີ 2018 ທົ່ວແຂວງຄຳມ່ວນມີອຸບັດຕິເຫດເກີດຂຶ້ນທັງໝົດ 96 ລາຍ. ໃນນີ້ມີພາຫະນະເປ່ເພທັງໝົດ 140 ຄັນ, ມີຄົນໄດ້ຮັບ ບາດເຈັບ 135 ຄົນ ແລະ ເສຍຊີວິດຈຳນວນ 34 ຄົນ. 



ເຊິ່ງທ່ານຫົວໜ້າ ປກສ ແຂວງ ໃຫ້ການຢືນຢັນວ່າ: ອຸບັດຕິເຫດ ທີ່ເກີດຂຶ້ນຢ່າງຫຼວງຫຼາຍແມ່ນມີສາຍເຫດຍ້ອນການເພີ່ມຂຶ້ນຂອງພາຫະນະຢ່າງໄວວາເປັນຈຳນວນຫຼວງຫຼາຍ ແຕ່ກົງກັນ ຂ້າມເສັ້ນທາງຊໍ້າພັດຂະຫຍາຍຕົວຊ້າ ແລະ ບໍ່ໄດ້ມາດຕະຖານ, ເສັ້ນທາງເປັນຂຸມ, ການຕິດຕັ້ງສິ່ງເອື້ອອຳນວຍ ໃຫ້ແກ່ ການສັນຈອນບໍ່ຄົບຖ້ວນເຊັ່ນ: ປ້າຍເຕືອນ, ປ້າຍສັນຍານ, ເສັ້ນຂີດໝາຍທາງ ແລະ ອື່ນໆ, ການເຜີຍແຜ່ ໂຄສະນາກົດ ລະບຽບການສັນຈອນບໍ່ທັນຈິງຈັງ, ເລິກເຊິ່ງ, ທົ່ວເຖິງ ແລະ ບໍ່ເນື່ອງໜິດລຽນຕິດ ເຮັດໃຫ້ພົນລະເມືອງຜູ້ໃຊ້ລົດ ໃຊ້ຖະໜົນບາງຄົນຍັງບໍ່ຮູ້, ບໍ່ເຂົ້າໃຈ ແລະ ບໍ່ເອົາໃຈໃສ່ໃນການປະຕິບັດກົດລະບຽບການສັນຈອນ, ຍ້ອນຜູ້ໃຊ້ລົດ ໃຊ້ຖະໜົນ ໂດຍສະເພາະນັກຂັບຂີ່ສ່ວນຫຼາຍແມ່ນບໍ່ໄດ້ຜ່ານໂຮງຮຽນການຂັບຂີ່, ບໍ່ໄດ້ຮັບການຝຶກອົບຮົມທັກສະ ຫຼື ຄຸນສົມບັດຂອງນັກຂັບຂີ່, ການອອກໃບອະນຸຍາດການຂັບຂີ່ບໍ່ທັນຜ່ານແຕ່ລະຂັ້ນຕອນຢ່າງເຂັ້ມງວດ, ເຈົ້າໜ້າທີ່ ຈະລາຈອນຈຳນວນໜຶ່ງຍັງບໍ່ທັນໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວິຊາສະເພາະຢ່າງເດັດຂາດ, ບໍ່ເຂັ້ມງວດ ແລະ ຍັງຖືເບົາຕໍ່ຄວາມຮັບຜິດຊອບເຊັ່ນ: ການກວດຈັບຄວາມໄວ, ການກວດກາສະພາບຂອງຜູ້ຂັບຂີ່, ສະພາບເຕັກນິກ ແລະ ອື່ນໆ ຍັງບໍ່ມີປະສິດທິພາບ. 




ພາບ-ຂ່າວ: ຂ່າວແຂວງຄໍາມ່ວນ 
___


Powered by Blogger.