Header Ads

ຍອດເງິນບໍລິຈາກ ຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເງິນກີບ 19 ຕື້, ເງິນບາດ 42 ລ້ານ, ເງິນໂດລາ 12 ລ້ານ




ອີງຕາມການລາຍງານຂອງ ຂປລ ວ່າ: ຍອດມູນຄ່າການຊ່ວຍເຫລືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານສູນຮັບບໍລິຈາກ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພຽງສູນດຽວເທົ່ານັ້ນ (ບໍ່ລວມມູນຄ່າການຊ່ວຍເຫລືອຜ່ານລັດຖະບານ, ບັນດາກະຊວງ, ສຳນັກງານ, ແຂວງ ແລະ ສູນບໍລິຈາກອື່ນໆ) ມາຮອດວັນທີ 23 ສິງຫາ 2018, ເງິນກີບທັງໝົດ 19,6 ຕື້ກວ່າກີບ, ສະກຸນເງິນໄທ 42 ລ້ານກວ່າບາດ ແລະ ສະກຸນເງິນໂດລາຈຳນວນ 12,5 ລ້ານໂດລາສະຫະລັດ.





ສະເພາະໃນວັນທີ 24 ສິງຫາ 2018, ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫລວງວຽງຈັນ ໄດ້ມອບເງິນຈຳນວນ 23,8 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 39 ລ້ານກີບ ຊຶ່ງລະດົມຈາກສະມາຊິກ ເພື່ອຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມໃນທົ່ວປະເທດ, ພ້ອມນັ້ນ ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ມອບເງິນຈຳນວນ 52 ລ້ານກວ່າກີບ, ມູນນິທິສາຍນ້ຳໃຈ ບໍລິຈາກຈຳນວນ 50 ລ້ານກວ່າກີບ, ບໍລິສັດ ລ້ານຊ້າງຊີມັງລາວ ຈຳກັດ ຮ່ວມກັບ ບໍລິສັດ ເຂື່ອນໄຟຟ້າເຊລະນອງ 1 ຈຳກັດ ແລະ ບໍລິສັດ ວາຍອີໄອຈີ ຈຳກັດ ມອບຈຳນວນ 21,9 ລ້ານກີບ ແລະ ພາກສ່ວນອື່ນໆອີກ.




ຂ່າວ: ສິງຄຳ, ພາບ: ເພັດສະໄໝ (ຂປລ)
© ໂຕະນໍ້າຊາຂ່າວ | www.tonamchanews.com
_____




Powered by Blogger.