Header Ads

ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ກຽມກຳລັງ 600 ຄົນ ລະບາຍການສັນຈອນມື້ເປີດສົກຮຽນໃໝ່



ອີງຕາມການລາຍງານຂອງ ນສພ ວຽງຈັນໃຫມ່ ວ່າ: ເພື່ອ​ເຮັດ​ໃຫ້­ການ​ເປີດ​ສົກ­ຮຽນ​ໃໝ່ ສົກ​ປີ 2018-2019 ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ການ​ສັນ­ຈອນ​ມີ​ຄວາມ​ສະ­ດວກ​ຄ່ອງ​ຕົວ ບໍ່​ແອ​ອັດ ແລະ ເພື່ອ​ຫຼີກ­ເວັ້ນ​ບໍ່​ໃຫ້​ມີ​ອຸ­ບັດ​ຕິ​ເຫດ​ເກີດ​ຂຶ້ນ​ນັ້ນ ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ວາງ​ກຳ­ລັງ​ເຈົ້າ​ໜ້າ­ທີ່​ປະ­ມານ 600 ຄົນ ເຂົ້າ​ປະ­ຈຳ­ການ​ໃນ​ຈຸດ​ຕ່າງໆ​ທີ່​ມີ​ໂຮງ­ຮຽນ ແລະ ສະ​ຖາ​ບັນ​ການ​ສຶກ​ສາ.

ທ່ານ​ພັນ​ໂທ ເພັງ​ສະ­ຫວັນ ທຳ​ມະ​ບຸນ ຫົວ­ໜ້າ​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໄລ­ຍະ​ເປີດ​ສົກ­ຮຽນ​ໃໝ່​ນີ້ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ຈະ​ເພີ່ມ​ທະ­ວີ​ການ​ປະ­ຕິ­ບັດ​ໜ້າ­ທີ່ ໂດຍ​ສະ­ເພາະ ແມ່ນ​ການ​ຈັດ​ກຳ­ລັງ​ລົງ​ລະ­ບາຍ​ການ​ສັນ­ຈອນ​ຕາມ​ຖະ­ໜົນ​ໃນ​ຊົ່ວ­ໂມງ​ເລັ່ງ​ດ່ວນ ຕາມ​ແຕ່​ລະ​ຈຸດ ແລະ ບ່ອນ​ໂຮງ­ຮຽນ​ທີ່​ແອ​ອັດ ພ້ອມ​ນັ້ນ ກໍ່​ຈະ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ແກ້​ໄຂ​ກຸ່ມ​ແກ້ງ​ກວນ​ເມືອງ ໂດຍ​ສົມ­ທົບ​ກັບ​ຕຳ­ຫຼວດ​ກອງ­ພັນ​ເຄື່ອນ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ການ​ສະ­ກັດ​ກັ້ນ​ອຸ­ບັດ​ຕິ​ເຫດ ແລະ ກວດ­ກາ​ນັກ​ຂັບ​ຂີ່​ທີ່​ດື່ມ​ສິ່ງ​ມືນ​ເມົາ ແລະ ຖ້າ​ຫາກ​ພົບ​ເຫັນ​ຜູ້​ລະ­ເມີດ​ກົດ​ຈະ­ລາ­ຈອນ​ແມ່ນ​ຈະ​ມີ​ການ​ປັບ​ໃໝ ແລະ ດຳ­ເນີນ​ຕາມ​ລະ­ບຽບ​ກົດ­ໝາຍ.

ປັດ­ຈຸ­ບັນ ເຫັນ​ວ່າ​ສະ­ພາບ​ການ​ສັນ­ຈອນ​ມີ​ຄວາມ​ແອ​ອັດ ໂດຍ​ສະ­ເພາະ ໃນ​ຊົ່ວ­ໂມງ​ເລັ່ງ​ດ່ວນ ບວກ​ໃສ່​ນັກ​ຂັບ​ຂີ່​ຈຳ­ນວນ​ໜຶ່ງ​ບໍ່​ປະ­ຕິ­ບັດ​ກົດ​ລະ­ບຽບ ຈອດ​ລົດ​ຊະ­ຊາຍ ແລະ ອື່ນໆ ເຊິ່ງ​ເຮັດ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ຫຍຸ້ງ­ຍາກ ແລະ ບາງ​ເສັ້ນ­ທາງ​ມີ​ລົດ​ຕິດ​ແກ່­ຍາວ ຜ່ານ​ມາ​ເຈົ້າ​ໜ້າ­ທີ່​ກໍ່​ໄດ້​ຈັດ​ສັນ​ກຳ­ລັງ​ລົງ​ລະ­ບາຍ​ການ​ສັນ­ຈອນ ແຕ່​ກໍ່​ຍັງ​ບໍ່​ທັນ​ໄດ້​ທົ່ວ​ເຖິງ ສະ­ນັ້ນ ສະ­ພາບ​ການ​ສັນ­ຈອນ​ໃນ​ໄລ­ຍະ​ເປີດ​ສົກ­ຮຽນ​ໃໝ່​ນີ້ ຍິ່ງ​ຈະ​ເຮັດ​ໃຫ້​ມີ​ລົດ​ຕິດ​ແອ​ອັດ ທາງ​ເຈົ້າ​ໜ້າ­ທີ່​ພວກ​ເຮົາ​ຈຶ່ງ​ໄດ້​ມີ​ການ​ເພີ່ມ​ທະ­ວີ, ໂດຍ​ຈັດ​ກຳ­ລັງ​ປະ­ມານ 600 ຄົນ ລົງ​ປະ­ຈຳ​ຕາມ​ຈຸດ​ຕ່າງໆ​ທີ່​ມີ​ໂຮງ­ຮຽນ ແລະ ສະ​ຖາ​ບັນ​ການ​ສຶກ​ສາ.

ທີ່ມາ: ນສພ ວຽງຈັນໃຫມ່
________



Powered by Blogger.