Header Ads

ຮອງປະທານສະພາແຫ່ງຊາດ ລົງມາຢ້ຽມຢາມປະຊາຊົນທີ່ປະສົບໄພນໍ້າຖ້ວມເມືອງຍົມມະລາດ




ໃນຕອນເຊົ້າຂອງວັນທີ່ 23 ສິງຫາ 2018 ທີ່ເມືອງຍົມມະລາດ ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ ໄດ້ລົງມາຢ່ຽມຢາມປະຊາຊົນທີ່ປະສົບໄພນໍ້າຖ້ວມເມືອງຍົມມະລາດເຊີ່ງຄະນະນຳຂັ້ນເມືອງ, ຫ້ອງການທີ່ກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ




ທ່ານ ຄູນສີ ແສງດາລາ ຮອງເຈົ້າເມືອງໆຍົມມະລາດໄດ້ຜ່ານບົດລາຍງານສະພາບລວມຂອງໄພນໍ້າຖ້ວມໃຫ້ຊາບວ່າ: ເມືອງຍົມມະລາດມີທັງໝົດ 46 ບ້ານ, ມີ 3 ກຸ່ມບ້ານ, ມີ 27 ບ້ານໃຫຍ່ຂື້ນກັບເມືອງມີພົນລະເມືອງທັງໝົດ 34,369 ຄົນ, ຍິງ 17,437 ຄົນ ມີ 7,552 ຄອບຄົວ, ມີ 6,859 ຫຼັງຄາ ປະຊາຊົນສ່ວນໃຫຍ່ແມ່ນມີອາຊີບປູກຝັງ - ລ້ຽງ ແລະ ຄ້າຂາຍເປັນຕົ້ນຕໍ, ຕໍ່ກັບສະພາບນ້ຳຖ້ວມທີ່ຜ່ານມາເມືອງຍົມມະລາດໄດ້ຖືກຜົນກະທົບຈາກພາຍຸເຊີນຕິນເຮັດໃຫ້ບ້ານເຮືອນຂອງປະຊາຊົນຖືກນໍ້າຖ້ວມທັງໝົດ 24 ບ້ານຖ້ວມໜັກ 14 ບ້ານມີຄອບຄົວທັງໝົດ 3,537 ຄອບຄົວມີພົນລະເມືອງ 15,889 ຄົນ ຍິງ 8,123 ຄົນ, ຖືກຜົນກະທົບຕົວຈິງມີ 2,660 ຄອບຄົວ ພົນລະເມືອງມີ 11,873 ຄົນ ຍິງ 6,010 ຄົນ, ໄດ້ກໍານົດສູນລົບໄພເພື່ອຊ່ວຍເຫຼືອປະຊາຊົນ 5 ຈຸດ




ເຊີ່ງຄະນະພັກ, ຄະນະຮັບຜິດຊອບ ແລະ ພາກສ່ວນຕ່າງໆໄດ້ພ້ອມກັນລົງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຕ່ວັນທີ່ 25 ກໍລະກົດ 2018 ຈົນຮອດ ວັນທີ່ 8 ສິງຫາ 2018 ລະດັບນໍ້າຈື່ງກັບເຂົ້າສູ່ສະພາບປົກກະຕິແຕ່ເຂດລ່ອງນໍ້າເຊບັ້ງໄພແມ່ນຍັງຖືກນໍ້າຖ້ວມຢູ່, ມີເນື້ອທີ່ການຜະລິດທັງໝົດ 24 ບ້ານ ມີ 3,665 ເຮັກຕາ ໃນນັ້ນຖືກນໍ້າຖ້ວມ 2,550 ເຮັກຕາເສຍຫາຍແມ່ນ 1,897 ເຮັກຕາ ເນື້ອທີ່ສວນ 39 ເຮັກຕາ ຖືກນໍ້າຖ້ວມ 100 % ມີຄວາຍຕາຍຈໍານວນ 6 ໂຕ, ໜອງປາ 107 ໜອງມີເນື້ອທີ່ 2 ເຮັກຕາ ຈໍານວນລູກປາທີ່ເສຍຫາຍ 100,000 ໂຕ, ມີເສັ້ນທາງຖືກຕັດຂາດໂດຍສະເພາະແມ່ນເສັ້ນທາງເລກທີ່ 12, ເສັ້ນທາງແຕ່ບ້ານໄຮ່ຫາບ້ານທ່ານໂຈນ, ເວັ້ນທາງແຕ່ບ້ານນາໂຊກຫາບ້ານໂພນແສດ ທັງໝົດແມ່ນຖືກຕັດຂາດການລຳລຽງເຄື່ອງຊ່ວຍເຫຼືອປະຊາຊົນແມ່ນໃຊ້ເຮືອນຳສົ່ງມູນຄ່າການເປ້ເພຂອງເສັ້ນທາງແມ່ນ 1,500,000,000 ກີບ ມີໂຮງຮຽນຖືກນໍ້າຖ້ວມ 3 ແຫ່ງ, ສຸກສາລາ 1 ແຫ່ງສະພາບຄົນເຈັບໃນຊ່ວງນໍ້າຖ້ວມມີກໍລະນີເຈັບປ່ວຍທັງໝົດ 339 ຄົນໃນນັ້ນມີເດັັກນ້ອຍລຸ່ມ 5 ປີມີ 5 ຄົນພະຍາດທີ່ເກີດມີ ໄຂ້ຫວັດ, ຖອກທ້ອງ, ເຈັບກະເພາະ, ພະຍາດຕຸ່ມຄັນ ແລະ ພະຍາດອື່ນໆ.




ດ້ານການຊ່ວຍເຫຼືອຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ, ເຄື່ອງໃຊ້ທີ່ຈຳເປັນທີ່ໄດ້ຈາກການຊ່ວຍເຫຼືອຈາກພາກສ່ວນຕ່າງໆນຳລົງແຈກຢາຍໃຫ້ຜູ້ປະສົບໄພນ້ຳຖ້ວມຈຳນວນ 24 ບ້ານ ແລະ ໃຫ້ບ້ານທີ່ບໍ່ຖືກຜົນກະທົບຈຳນວນໜື່ງມູນນິທິ, ອົງການ ແລະ ບຸກຄົນບາງສ່ວນກໍ່ລົງໄປແຈກຢາຍດ້ວຍຕົນເອງ ເຊີ່ງລວມມູນຄ່າທີ່ໄດ້ຮັບບໍລິຈາກທັງໝົດ 1,150,860,000 ກີບ ທ່ານ ປອ ບຸນປອນ ບຸດຕະນະວົງ ຍັງໄດ້ໂອ້ລົມຕໍ່ກັບປະຊາຊົນ ແລະ ຍັງໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກຊ່ວຍເຫຼືອບັນເທົາບຸກໃຫ້ແກ່ປະຊາຊົນອີກຈຳນວນໜື່ງເຊີ່ງມູນຄ່າທັງໝົດ 45.580.000 ກີບ

© ໂຕະນໍ້າຊາຂ່າວ | www.tonamchanews.com
_____


Powered by Blogger.