Header Ads

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມສະພາບໄພນໍ້າຖ້ວມຢູ່ເມືອງ ຍົມມະລາດ ແຂວງ ຄໍາມ່ວນ






ພາຍຫຼັງສໍາເລັດການຕິດຕາມຊຸກຍູ້ການແກ້ໄຂບັນຫາອຸທົກກະໄພນໍ້າຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ແລະ ເມືອງ ໄຊບູລີ, ແຂວງສະຫວັນນະເຂດ, ໃນຕອນບ່າຍຂອງວັນທີ 2 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຕິດຕາມສະພາບຜົນກະທົບຈາກ ໄພນໍ້າຖ້ວມຢູ່ພື້ນທີ່ຕົວຈິງທີ່ເມືອງ ຍົມມະລາດ, ແຂວງ ຄໍາມ່ວນ, ໂດຍທ່ານໄດ້ຮັບການຕ້ອນຮັບຈາກທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍການນຳຂອງແຂວງ, ການນຳຂອງເມືອງ ພ້ອມດ້ວຍປະຊາຊົນພາຍໃນບ້ານທ່າພະ. 



ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ, ໄດ້ຮັບຟັງການລາຍງານໂດຍຫຍໍ້ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ແລະ ເມືອງຍົມມະລາດ ເວົ້າລວມ, ແລະ ເວົ້າສະເພາະ ກໍ່ແມ່ນສະພາບນໍ້າຖ້ວມ ແລະ ວິທີການແກ້ໄຂບັນຫາດັ່ງກ່າວ ຈາກທ່ານເຈົ້າແຂວງໆຄໍາມ່ວນ. ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ມາຮອດປະຈຸບັນນີ້ ເຫັນວ່າ: ສຳລັບການຜະລິດກະສິກໍາ ໃນລະດູແລ້ງຜ່ານມາ, ການປູກເຂົ້ານາແຊງ ສາມາດປັກດໍາໄດ້ໃນເນື້ອທີ່ 7.115 ເຮັກຕາ, ເທົ່າກັບ 85,52% ຂອງແຜນການ, ແລະ ສາມາດເກັບຜົນຜະລິດໄດ້ 39.140 ໂຕນ, ເທົ່າກັບ 83,97% ຂອງແຜນການ; ການປູກພືດລະດູແລ້ງ ກໍ່ບັນລຸໄດ້ 50.430 ໂຕນ. 



ສ່ວນການລ້ຽງປາ, ສັດປີກ, ໝູ ແລະ ສັດໃຫຍ່ ປະເພດງົວ, ຄວາຍ ກໍ່ຍັງເປັນຂະບວນການດີ, ສາມາດຕອບສະໜອງໄດ້ທາງດ້ານສະບຽງອາຫານ, ເຊິ່ງພຽງພໍກັບການສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນແຂວງ ແລະ ທັງສາມາດສົ່ງໄປຂາຍຢູ່ຕ່າງແຂວງໄດ້ຈໍານວນໜຶ່ງ. ສຳລັບການປະຕິບັດແຜນລາຍຮັບງົບປະມານ, ສະເພາະໃນປີ 2018 ນີ້, ໄດ້ຮັບຕົວເລກສູ້ຊົນທັງໝົດ 689,96 ຕື້ກວ່າກີບ, ໃນນີ້, ແບ່ງເປັນພູດສູນກາງແມ່ນ 387,42 ຕື້ກວ່າກີບ, ແລະ ພູດທ້ອງຖິ່ນ 302,54 ຕື້ກວ່າກີບ. ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 06 ເດືອນຕົ້ນປີ 2018, ພູດສູນກາງສາມາດປະຕິບັດໄດ້ 218,92 ຕື້ກວ່າກີບ, ເທົ່າກັບ 56,51% ຂອງແຜນການປີ, ສ່ວນພູດທ້ອງຖິ່ນ ແມ່ນສາມາດ ປະຕິບັດໄດ້ 160,16 ຕື້ກວ່າກີບ ເທົ່າກັບ 52,94% ຂອງແຜນການປີ; ດ້ານລາຍຈ່າຍ ກໍ່ໄດ້ເບີກຈ່າຍເງິນເດືອນ, ເງິນອຸດໜູນ, ເງິນນະໂຍບາຍອື່ນໆຕາມປົກກະຕິ, ມາຮອດປະຈຸບັນ ສາມາດເບີກຈ່າຍໄດ້ 302,17 ຕື້ກວ່າກີບ ເທົ່າກັບ 55,10%, ສ່ວນເງິນເດືອນພະນັກງານ ຢູ່ທົ່ວແຂວງ ແລະ ບັນດາເມືອງ ແມ່ນສາມາດເບີກຈ່າຍຮອດເດືອນ ກໍລະກົດ 2018 ແລ້ວຈໍານວນ 76 ພາກສ່ວນ, ຍັງຄ້າງຈ່າຍຈໍານວນ 21 ພາກສ່ວນ, ສາຍເຫດແມ່ນ ຍ້ອນບັນດາພາກສ່ວນທີ່ກ່ຽວຂ້ອງ ປະກອບເອກະສານມາຊັກຊ້າ. ສະເພາະກ່ຽວກັບສະພາບນໍ້າຖ້ວມພາຍໃນແຂວງ, ທ່ານເຈົ້າແຂວງໆຄໍາມ່ວນ ໄດ້ລາຍງານໃຫ້ຊາບວ່າ: ນັບແຕ່ຕົ້ນເດືອນກໍລະກົດ 2018 ເປັນຕົ້ນມາ ຝົນໄດ້ຕົກໜັກຢ່າງຕໍ່ເນື່ອງຕິດຕໍ່ກັນ ແລະ ຕົກເປັນວົງກວ້າງ ໃນທົ່ວແຂວງ ເຮັດໃຫ້ບາງພື້ນທີ່ຂອງແຂວງ ເກີດມີນໍ້າຖ້ວມຂັງໃນທົ່ວແຂວງ ເຊິ່ງໄດ້ສ້າງຜົນເສຍຫາຍພໍສົມຄວນ ເປັນຕົ້ນ: ທົ່ວແຂວງ ມີບ້ານທີ່ຖືກນໍ້າຖ້ວມທີ່ຢູ່ອາໄສ ຈໍານວນ 337 ບ້ານ; ໃນນີ້, ມີຈໍານວນບ້ານທີ່ຖືກກະທົບແຮງ ແລະ ຍົກຍ້າຍປະຊາຊົນອອກໄປຢູ່ຕາມຈຸດພັກຊົ່ວຄາວມີ 34 ບ້ານ, ພົນລະເມືອງ 7.300 ຄົນ; ສໍາລັບເນື້ອທີ່ນາປີ ປັກດໍາຕົວຈິງ ຈໍານວນ 76.687 ເຮັກຕາ, ນໍ້າຖ້ວມ 33.341 ເຮັກຕາ. ນອກຈາກນີ້, ຍັງມີຜົນເສຍຫາຍຕໍ່ສັດລ້ຽງປະເພດຕ່າງໆ, ໜອງປາ, ໂຮງຮຽນ, ແລະ ຖະໜົນຫົນທາງບາງເສັ້ນ.... ເຊິ່ງມາເຖິງປະຈຸບັນ ແມ່ນຍັງບໍ່ທັນສາມາດປະເມີນຄ່າໄດ້ ເນື່ອງຈາກວ່າການເກັບກໍາຂໍ້ມູນຕົວຈິງຍັງບໍ່ທັນໄດ້ລະອຽດ. 





ສໍາລັບແຜນການໃນຕໍ່ໜ້າ ແມ່ນໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍ ໃນຄະນະປະຈໍາພັກແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ, ກວດກາ, ຊຸກຍູ້ຊ່ວຍເຫຼືອບັນດາເມືອງ ໂດຍສະເພາະ ແມ່ນການວາງແຜນຊ່ວຍເຫຼືອປະຊາຊົນ ເພື່ອບໍ່ໃຫ້ເກີດມີບັນຫາການສູນເສຍຊີວິດຂອງປະຊາຊົນ ລວມທັງ ແຜນຍ້າຍຄົນ, ຍ້າຍສັດລ້ຽງ, ເກັບມ້ຽນ, ພາຫະນະວັດຖຸອຸປະກອນ, ເຄື່ອງຮັບໃຊ້, ເຂົ້າເປືອກ, ບັນຫາສຸຂະພາບ... ແລະ ນໍາເອົາເຄື່ອງບັນເທົາທຸກ ໄປມອບໃຫ້ຜູ້ທີ່ໄດ້ຮັບຜົນກະທົບຕົວຈິງ; ໄດ້ຄົ້ນຄວ້າແກ້ງົບປະມານຈໍານວນໜຶ່ງໃຫ້ເມືອງ ເພື່ອແກ້ໄຂວຽກງານດັ່ງກ່າວ; ໄດ້ແຕ່ງຕັ້ງກອງເລຂາຂັ້ນແຂວງປະຈໍາການ ເພື່ອຕິດຕາມ, ເກັບກໍາລາຍງານສະພາບຢູ່ແຕ່ລະເມືອງ ຕະຫຼອດ 24 ຊົ່ວໂມງ; ສໍາລັບມາດຕະການແກ້ໄຂໄລຍະຍາວ ພາຍຫຼັງນໍ້າບົກແຫ້ງ ທາງແຂວງກໍ່ໄດ້ວາງແຜນ ເບື້ອງຕົ້ນ ໂດຍເລັ່ງໃສ່ເກັບກໍາຂໍ້ມູນຜົນເສຍຫາຍຈາກຜົນກະທົບໃນຄັ້ງນີ້ ເພື່ອຄິດໄລ່ປະເມີນມູນຄ່າຜົນເສຍຫາຍ, ວາງແຜນຟື້ນຟູປັບປຸງພື້ນຖານໂຄງລ່າງ, ແລະ ປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພາຍຫຼັງໄດ້ຮັບຟັງການລາຍງານ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ການຕັດສິນໃຈ ແລະ ການຊີ້ນໍາ-ນໍາພາຂອງແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການຈັດເກັບລາຍຮັບເຂົ້າງົບປະມານ ເຊິ່ງເຫັນວ່າມີຄວາມຄືບໜ້າ ແລະ ບັນລຸຜົນໄດ້ເປັນຢ່າງດີ. 



ສ່ວນການແກ້ໄຂສະພາບນໍ້າຖ້ວມພາຍໃນແຂວງນັ້ນ ແມ່ນ ມີຄວາມເປັນຫ່ວງເປັນໄຍ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ແຕ່ກໍ່ດີໃຈທີ່ເຫັນວ່າ ການນໍາຂອງແຂວງໄດ້ເອົາໃຈໃສ່ ຊີ້ນໍາ, ຕິດຕາມ ແລະ ໃກ້ຊິດຕິດແທດສະພາບຕະຫຼອດເວລາ ລວມທັງ ໄດ້ກະກຽມແຜນການແກ້ໄຂໃນຕໍ່ໜ້າ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເລົ່າເຖິງສະພາບໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ, ແລະ ກໍ່ໄດ້ຊີ້ນໍາໃຫ້ອໍານາດປົກຄອງແຂວງ ແລະ ທຸກພາກສ່ວນພາຍໃນແຂວງ ໃຫ້ເອົາໃຈໃສ່ບາງວຽກສຳຄັນ ຕື່ມອີກ ເປັນຕົ້ນ: ໃຫ້ເຝົ້າລະວັງພະຍາດຕິດຕໍ່, ພະຍາດຕິດແປດ ແລະ ພະຍາດຕ່າງໆທີ່ອາດຈະເກີດຂຶ້ນ ຕາມພາຍຫຼັງ; ສືບຕໍ່ມີສະຕິລະວັງຕົວ ໃນການຕິດຕາມເຝົ້າລະວັງ ສະພາບດິນຟ້າອາກາດ ໃຫ້ເປັນປົກກະຕິ; ເອົາໃຈໃສ່ຄຸ້ມຄອງ ການບໍລິໂພກຂໍ້ມູນຂ່າວສານ ແລະ ສື່ສັງຄົມອອນລາຍ, ແນະນໍາປະຊາຊົນ ຈົ່ງຢ່າໄປເຊື່ອຂ່າວບໍ່ດີ ຂ່າວອະກຸສົນ ທີ່ເຮັດໃຫ້ມີຄວາມແຕກຕື່ນ, ປັ່ນປ່ວນຄວາມບໍ່ສະຫງົບ; ການບໍລິໂພກຂໍ້ມູນຂ່າວສານ ແມ່ນຂໍໃຫ້ເຊື່ອແຕ່ຂ່າວທີ່ເປັນທາງການເທົ່ານັ້ນ; ເອົາໃຈໃສ່ ແລະ ມີມາດຕະການ ໃນການຄຸ້ມຄອງລາຄາປະເພດສິນຄ້າຕ່າງໆ ເພື່ອບໍ່ໃຫ້ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອບໍ່ໃຫ້ມີປະກົດການຂີ້ລັກງັດແງະ, ຄຽງຄູ່ກັນນີ້ ປະຊາຊົນກໍ່ຕ້ອງຊ່ວຍເປັນຫູເປັນຕາ ມີເລື່ອງຫຍັງເກີດຂຶ້ນໃຫ້ພ້ອມກັນລາຍງານ ແລະ ພ້ອມກັນແກ້ໄຂດ່ວນ ແລະ ທັນການ; ມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ສຸມໃສ່ຊື້ແນວພັນພືດ ແລະ ຕິດຕາມຢ່າງໃກ້ຊິດ ເພື່ອວາງແຜນຄວາມພ້ອມ ໃນການຟື້ນຟູການປູກຝັງຂອງປະຊາຊົນ. ສ່ວນປະຊາຊົນທີ່ສາມາດອົບພະຍົບເຂົາເຈົ້າກັບມາໄດ້ແລ້ວນັ້ນ ກໍ່ຂໍໃຫ້ສືບຕໍ່ເບິ່ງແຍງເຂົາເຈົ້າກ່ອນອີກ ເພື່ອໃຫ້ເຂົາເຈົ້າ ໄດ້ກັບເມືອບ້ານ, ກັບເມືອເມືອງຂອງເຂົາເຈົ້າ ດ້ວຍຄວາມປອດໄພ. ໃນໂອກາດທີ່ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຕິດຕາມສະພາບນໍ້າຖ້ວມຢູ່ເມືອງ ຍົມມະລາດ, ແຂວງຄໍາມ່ວນ ໃນເທື່ອນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມສູນອົບພະຍົບປະຊາຊົນ ຢູ່ບ້ານທ່າພະ, ເມືອງຍົມມະລາດ ແລະ ໄດ້ຖືໂອກາດນີ້ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ແລະ ເງິນຈໍານວນໜຶ່ງໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຕື່ມອີກ.

ທີ່ມາ: ວສລ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.