Header Ads

ເປີດນຳໃຊ້ອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕພາກຂະຫຍາຍ ຢ່າງເປັນທາງການ



ໃນວັນທີ 9 ສິງຫາ 2018 ທີ່ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບ-ຮັບ ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ ພ້ອມປະກາດນຳໃຊ້ຢ່າງເປັນທາງ ທັງນີ້ກໍເພື່ອເປັນການຮອງຮັບຈຳນວນຜູ້ໂດຍສານທີ່ຈະເພີ່ມຂຶ້ນໃນອະນາຄົດ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄາຊຸຢູກິ ນາກະເນະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະເທດຍີ່ປຸ່ນ, ທ່ານ ທາເກຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກທັງສອງຝ່າຍ ເຂົ້າຮ່ວມ.





ໃນໂອກາດນີ້, ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ກ່າວວ່າ: ສະໜາມບິນສາກົນວັດໄຕ ມີບົດບາດສຳຄັນໃນການເປັນປະຕູສູ່ ສປປ ລາວ, ອີງໃສ່ສະຖິຕິການຂະຫຍາຍໂຕຂອງການຂົນສົ່ງທາງອາກາດ ຈຳນວນຜູ້ໂດຍສານທີ່ມາໃຊ້ບໍລິການສະໜາມບິນສາກົນວັດໄຕ ມີຈຳນວນເພີ່ມຂຶ້ນໃນລະດັບສູງ. ໃນປີ 2017, ຈຳນວນຜູ້ໂດຍສານທັງໝົດໄດ້ບັນລຸເຖິງ 2.144.500ຄົນ, ໃນນີ້ ຜູ້ໂດຍສານສາຍຕ່າງປະເທດມີ 1.382.900 ຄົນ ແລະ ສ່ວນທີ່ເຫລືອແມ່ນຜູ້ໂດຍສານພາຍໃນ. ສະນັ້ນ, ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕນີ້ ຈະເປັນການຮອງຮັບຈຳນວນຜູ້ໂດຍສານທີ່ຈະເພີ່ມຂຶ້ນໃນອະນາຄົດ ຊຶ່ງສາມາດຮອງຮັບຜູ້ໂດຍສານໃນຊົ່ວໂມງເລັ່ງດ່ວນໄດ້ເຖິງ 700 ຄົນຕໍ່ຊົ່ວໂມງ.




ໂຄງການນີ້ ແມ່ນໜຶ່ງໃນໂຄງການບູລິມະສິດຂອງລັດຖະບານ ໂດຍໄດ້ນຳໃຊ້ທຶນກູ້ຍືມດອກເບ້ຍຜ່ອນຜັນ ຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການໃຈກາ ໃນມູນຄ່າທັງໝົດ 684 ກວ່າຕື້ກີບ (9.017 ຕື້ເຢັນ) ແລະ ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 9 ທັນວາ 2015 ແລະ ມາຮອດປັດຈະບັນໄດ້ສໍາເລັດການກໍ່ສ້າງທັງໝົດ ດ້ວຍໄລຍະເວລາການກໍ່ສ້າງ 32 ເດືອນ.



ສຳລັບວຽກໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ ປະກອບມີ: ຂະຫຍາຍເນື້ອທີ່ອາຄານຜູ້ໂດຍສານສາກົນຈຳນວນ 13.539 ຕາແມັດ ແລະ ປັບປຸງໃໝ່ 3.331 ຕາແມັດ, ກໍ່ສ້າງອາຄານຜູ້ໂດຍສານພາຍໃນຫລັງໃໝ່ໃນເນື້ອທີ່ 7.229 ຕາແມັດ, ກໍ່ສ້າງຫ້ອງການບຳລຸງຮັກສາ, ຕິດຕັ້ງລະບົບໄຟຟ້າ, ນ້ຳປະປາ, ລະບົບບຳບັດນ້ຳເປື້ອນ, ທາງແລ່ນຍົນອອກດ່ວນ, ຖະໜົນ, ບ່ອນຈອດລົດ, ທາງສຳລັບຂົນສົ່ງອຸປະກອນສະໜັບສະໜູນທາງພື້ນ ແລະ ອື່ນໆ.



ທ່ານ ວັນເພັງ ຈັນທະພອນ ກ່າວຕື່ມວ່າ: ໂຄງການນີ້ ໄດ້ກາຍເປັນສັນຍາລັກແຫ່ງການຮ່ວມມື ແລະ ສາຍພົວພັນອັນດີງາມ ລະຫວ່າງສອງຊາດ ລາວ ແລະ ຍີ່ປຸ່ນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ນຳໃຊ້ບັນດາພື້ນຖານໂຄງລ່າງດັ່ງກ່າວໃຫ້ມີປະສິດທິຜົນ ແລະ ຍາວນານ. ໃນໂອກາດດຽວກັນ, ກໍໄດ້ມີພິທີເຊັນຕໍ່ສັນຍາການດຳເນີນງານພາຍໃນສະໜາມບິນລະຫວ່າງ ກອງສະໜາມບິນລາວ ແລະ ບໍລິສັດ ຈາລຸກ ແລະ ບໍລິສັດ ໂຕໂຍຕາ ຊູໂຊ.



ຂ່າວ: ສິງຄຳ, ພາບ: ຂັນໄຊ (ຂປລ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.