Header Ads

ລັດຈະຈັດສັນເນື້ອທີ່ດິນໃຫ້ຄອບຄົວລະ 20×40 ແມັດ ເພື່ອສ້າງທີ່ພັກຖາວອນໃຫ້ຜູ້ປະສົບໄພເຂື່ອນແຕກ



ອີງຕາມການລາຍງານຂອງ ຂປລ ວ່າ: ລັດຖະບານເປີດເຜີຍຫລ້າສຸດວ່າກຽມຈັດສັນເນື້ອທີ່ໃຫມ່ເພື່ອປຸກເຮືອນຢູ່ຖາວອນໃຫ້ຜູ້ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໂດຍເບື້ອງຕົ້ນໄດ້ດໍານົດແບບຄ້າວໆແມ່ນ 20 x 40 ຕາແມັດ ຂະນະທີ່ຜູ້ໄດ້ຮັບຜົນກະທົບສ່ວນໃຫຍ່ບອກວ່າຂໍຮ້ອງບໍ່ຕ້ອງການຢາກກັບໄປຢູ່ບ່ອນເກົ່າເພາະຢ້ານປະຫວັດສາດຊໍ້າຮອຍ ແລະ ບໍ່ຢາກເຫັນພາບອັນໂຫດຮ້າຍໃນຄໍ່າຄືນຂອງວັນທີ 23 ກໍລະກົດ 2018 ທີ່ຄື້ນນໍ້າຈືດຊຶນະມິສູງພຽງປາຍຕົ້ນຟ້າວຊັດເຂົ້າເຮືອນຂອງປະຊາຊົນທີ່ພວມກໍາລັງຈະນອນ ແລະ ນອນຫລັບໄຫລຈົນເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 35 ຄົນ ແລະ ສູນຫາຍ 90 ກວ່າຄົນ. ສະນັ້ນ ຖ້າເປັນໄປໄດ້ຢາກໄປຢູ່ບ່ອນໃຫມ່ ແລະ ຈະໄປແວະເຮັດນາເທົ່ານັ້ນເພາະເຂັດຫລາບແລ້ວ.





ປັດຈຸບັນທາງເຈົ້າໜ້າທີ່ຂອງໜ່ວຍງານລັດທີ່ກ່ຽວຂ້ອງສາມາດຕິດຕັ້ງເຕັ້ນເປັນບ່ອນພັກເຊົາສຳລັບຄອບຄົວຜູ້ປະສົບໄພພິບັດເຂື່ອນເຊປ່ຽນ-ເຊນ້ຳນ້ອຍສຳເລັດແລ້ວ 439 ເຕັ້ນ ຂະນະດຽວກັນກໍ ໄດ້ຍົກຍ້າຍປະຊາຊົນອອກຈາກສູນພັກເຊົາຕາມໂຮງຮຽນໄປປະຈຳຢູ່ບ່ອນຈັດສັນໃໝ່ເປັນໄລຍະໆເພື່ອລະບາຍຄວາມແອອັດພາຍໃນສູນດັ່ງກ່າວ.



ທ່ານ ວິໄລພອນ ດາລາແສນ ຮອງຫົວໜ້າ ພະແນກຊັບພະຍາກອນ ແລະ ສິ່ງເວດລ້ອມ, ຄະນະຍົກຍ້າຍ ຈັດສັນທີ່ຢູ່ອາໄສ ພາຍໃນເຂດ ທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍແຕກໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ການຈັດສັນທີ່ຢູ່ອາໄສ ຢູ່ບ້ານຕະມໍຢອດ ແມ່ນໄດ້ມີການຈັດສັນຢູ່ 3 ຈຸດໃຫຍ່ຄື: ເຂດດົງບາດ, ເຂດບ້ານໜອງບົກ ແລະ ເຂດຕະມໍຢອດນີ້. ຄະນະຍົກຍ້າຍຈັດສັນທີ່ຢູ່ອາໄສ ໄດ້ແບ່ງທີ່ດິນອອກເປັນ 2 ຈຸດຄື: ເຂດປຸກສ້າງຊົ່ວຄາວມີເນື້ອທີ່ 4 ເຮັກຕາ ຈັດໃຫ້ປະຊາຊົນຢູ່ຊົ່ວຄາວ ໄປກ່ອນພ້ອມ ທັງມີສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນແມ່ນສຸຂະສຶກສາ, ສາທາລະນະສຸກ, ວິດຖ່າຍ.

ສຳລັບເນື້ອທີ່ຮອງຮັບທີ່ຢູ່ຖາວອນນັ້ນຈະມີເນື້ອທີ່ທັງໝົດ 50 ເຮັກຕາລວມທັງກິດຈະກຳ ປິ່ນອ້ອມຂອງການຈັດສັນບ້ານ, ໂດຍສະເພາະແມ່ນບ້ານໜຶ່ງ ມີວັດ, ສຸກສາລາ, ໂຮງຮຽນ, ສະໜາມຖີ້ມຂີ້ເຫຍື່ອ ແລະ ອື່ນໆ. ສະນັ້ນການຈັດສັນບ້ານຢູ່ຖາວອນ ແມ່ນໃຊ້ເນື້ອທີ່ ຫລາຍ ພໍສົມຄວນ ແລະ ໄດ້ປຶກສາຫາລືກ່ຽວກັບເນື້ອທີ່ ແລ້ວຈັດສັນຄອບຄົວໃນເນື້ອທີ່ 20 x 40 ຕາແມັດ ຕາມກົດໝາຍກຳນົດ.



ສ່ວນການຈັດຕັ້ງປະຕິບັດນັ້ນ ທ່ານ ວິໄລພອນ ດາລາແສນໃຫ້ຮູ້ວ່າ: ໂດຍປະຕິ ບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີ ວ່າໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດລົງກໍ່ສ້າງ ໃຫ້ໄວເທົ່າໃດຍີ່ງດີ ແລະ ທັງຄະນະກໍຈັດຕັ້ງປະຕິບັດໂດຍໃຊ້ກົນຈັກ, ພາຫະນະພາຍໃນທ້ອງຖິ່ນເພື່ອກໍ່ສ້າງບ່ອນພັກອາໄສໃຫ້ປະຊາຊົຍໂດຍໄວ.


ທີ່ມາ: ຂປລ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______ 
Powered by Blogger.