Header Ads

ຕີລາຄືນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ




ກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ຈັດຂຶ້ນເມື່ອຕອນເຊົ້າ ຂອງວັນທີ 4 ຕຸລາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການແກ້ໄຂໄພພິບັດລະດັບຊາດ ໂດຍມີບັນດາທ່ານລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະໜ່ວຍງານປະສານງານ ຂອງຄະນະດັ່ງກ່າວກຳມະການດັ່ງກ່າວ ເຂົ້າຮ່ວມ.


ກອງປະຊຸມ ໄດ້ສະຫຼຸບຕີລາຄາຄືນ ກ່ຽວກັບການແກ້ໄຂ, ຟື້ນຟູໄພພິບັດ, ການລະດົມທຶນ, ການຊອກຄົ້ນຜູ້ທີ່ສູນຫາຍ, ການປຸກສ້າງທີ່ຢູ່ອາໃສຊົ່ວຄາວ, ຖາວອນ ແລະ ການນໍໃຊ້ງົບປະມານທີ່ໄດ້ຈາກການຊ່ວຍເຫຼືອ ຂອງຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ຊຶ່ງມີພາລະບົດບາດໜ້າທີ່ເປັນໃຈກາງ ໃນການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການປະຕິບັດວຽກສະເພາະກິດແກ້ໄຂໄພພິບັດລະດັບຊາດ ໂດຍເລີ່ມຈາກການວາງແຜນຕອບໂຕ້, ຄວບຄຸມ, ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນຂອບເຂດທົ່ວປະເທດ ໃຫ້ທົ່ວເຖິງ ແລະ ຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ເຂົ້າສູ່ຄວາມເປັນປົກກະຕິ ເວົ້າລວມ, ເວົ້າສະເພາະ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ທີ່ເມືອງສະໜາມໄຊ, ແຂວງອັດຕະປື. ຜ່ານການຈັດຕັ້ງປະຕິບັດວຽກງານເຫັນວ່າ ເຖິງຈະພົບກັບຄວາມຫຍຸ້ງຍາກ ດ້ວຍອຸປະສັກນາໆປະການ ແຕ່ໂດຍລວມ ແມ່ນມີຜົນສຳເລັດໃນຫຼາຍດ້ານ. ຕາມຂໍ້ມູນຈາກການລາຍງານໃນເບື້ອງຕົ້ນແມ່ນມີຜູ້ສູນຫາຍເບື້້ອງຕົ້ນ 131 ຄົນ, ແຕ່ຕົວເລກທາງການທີ່ສະເໜີໃຫ້ລັດຖະບານຮັບຮອງແມ່ນ 66 ຄົນ; ສະພາບການຊອກຄົ້ນຫາຜູ້ສູນຫາຍມາຮອດປະຈຸບັນ ສາມາດພົບເຫັນຜູ້ເສຍຊີວິດ 34 ສົບ ໃນນີ້, ຍິງ 17 ສົບ ແລະ ເດັນນ້ອຍອາຍຸຕໍ່າກວ່າ 10 ປີ 14 ສົບ; ມີຜູ້ອົບພະຍົບຖືກບາດເຈັບໜັກຈາກໄພພິບັດນໍ້າຖ້ວມໄດ້ເສຍຊີວິດຢູ່ໂຮງໝໍ 6 ຄົນ ເຊິ່ງໃນນີ້ ມີຍິງ 2 ຄົນ. ໃນກອງປະຊຸມ ຍັງໄດ້ພ້ອມກັນຕີລາຄາ ຜົນການຊ່ວຍເຫຼືອຜູ້ປະສົບໄພພິບັດດ້ານຕ່າງຕ່າງໆ ນັບແຕ່ເຫດການດັ່ງກ່າວໄດ້ເກີດຂຶ້ນ ຈົນມາຮອດປັດຈຸບັນ ເພື່ອຕີລາຄາດ້ານດີ ທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານຄົງຄ້າງ ຕ້ອງໄດ້ຖອດຖອນບົດຮຽນ.

ຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກໃຫ້ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ກໍ່ຄື ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ກໍ່ສ້າງທີ່ພັກອາໃສ່ຊົ່ວຄາວ ແລະ ຖາວອນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ໃຫ້ສໍາເລັດໂດຍໄວ. ພ້ອມດຽວກັນນັ້ນ, ໃຫ້ຄົ້ນຄວ້າເນື້ອທີ່ທໍາການຜະລິດໃຫ້ປະຊາຊົນ ໃນນີ້ ໃຫ້ເອົາໃຈໃສ່ໃນການສະໜອງແນວພັນພືດ ແລະ ມີນະໂຍບາຍທີ່ເໝາະສົມໃຫ້ປະຊາຊົນ; ວຽກງານການສຶກສາ ໃຫ້ເອົາໃຈໃສ່ ການປັບປຸງການຮຽນ-ການສອນ ໃຫ້ເຂົ້າສູ່ສະພາບປົກກະຕິ; ວຽກງານສາທາລະນະສຸກ ໃຫ້ເອົາໃຈໃສ່ໃນການຄວບຄຸມບໍ່ໃຫ້ມີພະຍາດລະບາດ. ສຳຄັນ ແມ່ນໃຫ້ຮັບປະກັນສຸຂະພາບຂອງປະຊາຊົນ ໂດຍສະເພາະ ຄຸນນະພາບຂອງນໍ້າ; ເອົາໃຈໃສ່ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງທີ່ເສຍຫາຍ ເປັນຕົ້ນ ຖະໜົນ, ຂົວ, ຊົນລະປະທານ ແລະ ອື່ນໆ; ການຊ່ວຍເຫຼືອຕ້ອງລວມສູນ; ເອົາໃຈໃສ່ໃນການປັບປຸງອໍານາດການປົກຄອງບ້ານ; ໃຫ້ແຕ່ລະໜ່ວຍງານ ຂອງຄະນະສະເພາະກິດແກ້ໄຂໄພພິບັດ ສືບຕໍ່ເອົາໃຈໃສ່ໃນການປະຕິບັດຕາມ ພາລະບົບບາດ ແລະ ໜ້າທີ່ຂອງຕົນ. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ໃນການວາງແຜນແກ້ໄຂໄລຍະສັ້ນ, ໄລຍະຍາວ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງຜູ້ທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບປົກກະຕິໂດຍໄວ.



ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາຂ່າວ |  www.tonamcha.com
_____ 

Powered by Blogger.