Header Ads

ກົມພາສີ ແຈ້ງປັບຄ່າທຳນຽມໃຫ່ມ ພະຫະນະຜ່ານແດນ ເຂົ້າ-ອອກ ປະເທດລາວ




ກົມພາສີ, ກະຊວງການເງິນ ອອກແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ ເລກທີ 05666/ກພສ, ລົງວັນທີ 27 ກັນຍາ 2018 ໂດຍອີງຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ເພື່ອຄຸ້ມຄອງ ລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃນການເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ


ການຈັດເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ເຂົ້າ-ອອກ ສປປ ລາວ ອັດຕາໃໝ່ ຕາມມາດຕາ 21 ຂໍ້ V, 5.1 ແລະ 5.2 ໃນລັດລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01 ຕຸລາ 2018 ເປັນຕົ້ນໄປ. ການຈັດຕັ້ງປະຕິບັດກ່ຽວກັບການເກັບຄ່າທຳນຽມປະເພດພາຫະນະ ແມ່ນໄດ້ແຍກການຈັດເກັບເປັນ 02 ປະເພດຄື: ລົດຜ່ານແດນ ແລະ ລົດເຂົ້າ-ອອກ ສປປ ລາວ ດ່ັງລາຍລະອຽດລຸ່ມນີ້:


ສຳລັບລົດຜ່ານແດນ

ລົດເກັງ,ລົດຈິບ,ລົດກະບະ 25,000 ກີບ
ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ 50,000 ກີບ
ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ 80,000 ກີບ
ລົດໂດຍສານຂະໜາດໃຫຍ່ ຫຼາຍກວ່າ 35 ບ່ອນນັ່ງ 150,000 ກີບ

ລົດບັນທຸກ 6 ລໍ້ 50,000 ກີບ
ລົດບັນທຸກ 10-12 ລໍ້ 80,000 ກີບ
ລົດບັນທຸກ 18 ລໍ້ ຫຼື ລົດລາກ 165,000 ກີບ


ສຳລັບລົດເຂົ້າ-ອອກປະເທດ

01 ລົດເກັງ,ລົດຈິບ,ລົດກະບະ 25,000 ກີບ
ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ 40,000 ກີບ
ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ 50,000 ກີບ
ລົດໂດຍສານຂະໜາດໃຫຍ່ ຫຼາຍກວ່າ 35 ບ່ອນນັ່ງ 80,000 ກີບ

ລົດບັນທຸກ 6 ລໍ້ 50,000 ກີບ
ລົດບັນທຸກ 10-12 ລໍ້ 80,000 ກີບ
ລົດບັນທຸກ 18 ລໍ້ ຫຼື ລົດລາກ 120,000 ກີບ


ຂໍ້ມູນ : ກົມພາສີ ກະຊວງການເງິນ
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.