Header Ads

ອາຊຽນ-ອາເມຣິກາ ເພີ່ມທະວີການຮ່ວມມືສົ່ງເສີມສັນຕິພາບ



ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ເປັນ​ປະ­ທານ​ຮ່ວມ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ-ສ ອາ​ເມ​ຣິ​ກາ ກັບ​ທ່ານ John J Sullivan ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ສ ອາ​ເມ​ຣິ​ກາ ວັນ​ທີ 27 ກັນ­ຍາ 2018 ຢູ່​ນິວ​ຢອກ ສ ອາ​ເມ​ຣິ​ກາ ເຊິ່ງ​ເປັນ​ກອງ​ປະ­ຊຸມ​ຄັ້ງ​ທຳ​ອິດ ພາຍ­ຫຼັງ​ທີ່​ລາວ​ໄດ້​ຮັບ​ໜ້າ­ທີ່​ເປັນ​ປະ­ເທດ​ປະ­ສານ​ງານ ສຳ­ລັບ​ການ​ພົວ­ພັນ​ອາ​ຊຽນ-ສ ອາ​ເມ​ຣິ​ກາ ສົກ​ປີ 2018-2021.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ເພື່ອ​ຮັດ​ແໜ້ນ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ອາ​ຊຽນ ແລະ ສ ອາ​ເມ​ຣິ​ກາ​ໃນ­ຕໍ່­ໜ້າ ໃນ​ນີ້ ສ ອາ​ເມ​ຣິ​ກາ ຢ້ຳ​ຄືນ​ຍຸດ​ທະ​ສາດ​ອິນ​ໂດ-ປາ​ຊີ​ຟິກ​ຂອງ​ຕົນ ແນ­ໃສ່​ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ​ໃນ​ພາກ​ພື້ນ ບົນ​ພື້ນ­ຖານ​ຫຼັກ­ການ​ເສລີ ເປີດ​ກວ້າງ ແລະ ເຄົາ­ລົບ​ຄວາມ​ເປັນ​ລະ­ບຽບ ບົນ​ພື້ນ­ຖານ​ຫຼັກ­ການ​ຕ່າງໆ ເພື່ອ​ສົ່ງ­ເສີມ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ຕໍ່​ບັນ­ຫາ​ນີ້​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ເນັ້ນ​ໜັກ ການ​ເຄົາ­ລົບ​ຕໍ່​ຄວາມ​ເປັນ​ແກນ​ກາງ­ຂອງ​ອາ​ຊຽນ ແລະ ຍຸດ​ທະ​ສາດ​ດັ່ງ­ກ່າວ​ຂອງ ສ ອາ​ເມ​ຣິ​ກາ ຕ້ອງ​ເສີມ​ສ້າງ​ໃຫ້​ບັນ­ດາ​ກົນ​ໄກ​ຕ່າງໆ ທີ່​ມີ​ຢູ່​ແນ­ໃສ່​ປົກ​ປັກ​ຮັກ­ສາ ແລະ ສົ່ງ­ເສີມ​ສັນ­ຕິ­ພາບ ສະ­ຖຽນ​ລະ​ພາບ ແລະ ຄວາມ​ຮັ່ງ­ມີ​ຜາ​ສຸກ​ຮ່ວມ​ກັນ ເຫັນ​ດີ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ລະ­ຫວ່າງ ອາ​ຊຽນ ແລະ ສ ອາ​ເມ​ຣິ​ກາ ໃນ​ຂົງ­ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ­ແຮງ ເຊັ່ນ: ດ້ານ​ການ​ຄ້າ ແລະ ການ​ລົງ­ທຶນ ເສດ­ຖະ­ກິດ​ດີ​ຈີ​ຕອນ ການ​ຄ້າ​ທາງ​ເອ​ເລັກ​ໂຕຣ​ນິກ ການ​ເຊື່ອມ​ຈອດ ແລະ ການ​ສົ່ງ­ເສີມ​ການ​ຄ້າ ແລະ ການ​ລົງ­ທຶນ ລວມ​ທັງ​ມາດ​ຕະ­ການ​ສົ່ງ­ເສີມ​ຈຸ​ລະ­ວິ​ສາ​ຫະ​ກິດ ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ຂະ­ໜາດ​ກາງ ເພື່ອ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ທັນ​ສະ­ໄໝ​ໃນ​ຍຸກ​ການ​ປະ­ຕິ­ວັດ​ອຸດ­ສາ­ຫະ­ກຳ 4.0 ແລະ ຍຸກ​ເສດ­ຖະ­ກິດ​ດີ​ຈີ​ຕອນ.


ພ້ອມ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ກະ­ກຽມ​ໃຫ້​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ-ສ ອາ​ເມ​ຣິ​ກາ ເຊິ່ງ​ຈະ​ຈັດ​ຂຶ້ນ​ເດືອນ​ພະ­ຈິກ 2018 ຢູ່​ປະ­ເທດ​ສິງ­ກະ­ໂປ ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນ­ຫາ​ພາກ​ພື້ນ ແລະ ສາ­ກົນ ທີ່​ມີ​ຄວາມ​ສົນ­ໃຈ​ຮ່ວມ​ກັນ ເຊັ່ນ: ສະ­ພາບ​ການ​ໃນ​ແຫຼມ​ເກົາ­ຫຼີ ສະ­ພາບ​ການ​ຢູ່​ທະ­ເລ​ຈີນ​ໃຕ້ ແລະ ສະ­ພາບ​ການ​ຢູ່​ຕາ­ເວັນ​ອອກ​ກາງ.

ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ຢ້ຳ​ຄືນ​ຄວາມ​ໝາຍ​ໝັ້ນ​ຂອງ​ລາວ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ແລະ ສ ອາ​ເມ​ຣິ​ກາ ເພື່ອ​ຮັດ​ແໜ້ນ​ການ​ຮ່ວມ​ມື​ອາ​ຊຽນ-ສ ອາ​ເມ​ຣິ​ກາ ໃນ​ໄລ­ຍະ​ທີ່​ລາວ​ເປັນ​ປະ­ເທດ​ປະ­ສານ​ງານ​ຕະ­ຫຼອດ 3 ປີ​ຂ້າງ​ໜ້າ


ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາຂ່າວ |  www.tonamcha.com
____

Powered by Blogger.