Header Ads

ລາວ​ ຢຸດຕິ​ພາລະກິດ​ ຊອກ​ຄົ້ນຜູ້​ສູນຫາຍຈາກ​ເຫດການສັນເຂື່ອນແຕກ ​ຢູ່​ເມືອງ​ສະໜາມ​ໄຊ



ອີງຕາມຕາມການລາຍງານຂອງ ນສພ ລາວພັດທະນາ ບອກໃຫ້ຮູ້ວ່າ: ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໃຫ້ຮູ້ວ່າ: ໄດ້ຢຸດຕິພາລະກິດຊອກຄົ້ນຜູ້ສູນຫາຍຈາກເຫດການຄູກັນນ້ໍາເຂື່ອນເຊປຽນ-ເຊນ້ໍານ້ອຍແຕກແລ້ວ ໂດຍກອງທັບໄດ້ຖອນກໍາລັງຫລວງ250 ນາຍອອກຈາກພື້ນທີ່ຊອກຄົ້ນ ເພື່ອໄປປະຕິບັດຫນ້າທີ່ຊ່ວຍຈັດສັນພື້ນທີ່ ແລະ ປຸກສ້າງທີ່ພັກອາໄສຊົ່ວຄາວ ແລະ ຖາວອນໃຫ້ປະຊາຊົນຜູ້ປະສົບໄພ, ແຕ່ຍັງໄດ້ຮັກສາກໍາລັງທະຫານເມືອງ, ພາຫະນະ ແລະ ເຄື່ອງມືຊອກຄົ້ນເພື່ອກຽມພ້ອມປະຕິບັດຫນ້າທີ່ຊອກຄົ້ນຕາມການແຈ້ງຂ່າວແລະ ການສະເຫນີຂອງປະຊາຊົນກໍຄືຍາດພີ່ນ້ອງຜູ້ສູນຫາຍ.




ທ່ານ ສອນໄຊ ສີພັນດອນ ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໃຫ້ຮູ້ວ່າ: ສະພາບການຊອກຄົ້ນຜູ້ສູນຫາຍຈາກເຫດການດັ່ງກ່າວນັບແຕ່ວັນທີ 24 ກໍລະກົດ ມາຮອດວັນທີ 31 ສິງຫາ 2018 ແມ່ນເຕັມໄປດ້ວຍຄວາມລໍາບາກ ແລະ ທຸລະກັນດານ, ກໍາລັງທະຫານ, ຫນ່ວຍອາສາສະຫມັກກູ້ໄພທັງພາຍໃນ ແລະຕ່າງປະ ເທດໄດ້ມີຄວາມພະຍາຍາມອົດທົນລຸຍນ້ໍາ, ລຸຍຕົມ ແລະເສດຊາກເພພັງຂອງເຮືອນຊານບ້ານຊ່ອງ, ຊາກໄມ້ ແລະ ອື່ນໆທີ່ເຕັມໄປດ້ວຍຄວາມອັນຕະລາຍ, ພ້ອມທັງໄດ້ນໍາໃຊ້ເຄື່ອງມືອຸປະກອນກູ້ໄພທີ່ທັນສະໄຫມເຂົ້າມາຊ່ວຍໃນການຊອກຄົ້ນຈົນສາມາດພົບຜູ້ເສຍຊີວິດຢູ່ສະຫນາມ 34 ສົບ, ມີ 6 ຄົນເສຍຊີວິດຢູ່ໂຮງຫມໍຍ້ອນໄດ້ຮັບຜົນກະທົບຫນັກຈາກໄພພິບັດ ແລະ ຍັງມີຜູ້ສູນຫາຍອີກ 65 ຄົນ.

ສ່ວນສະພາບການຊ່ວຍເຫລືອ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ໍາຖ້ວມຄັ້ງນີ້, ມາຮອດປັດຈຸບັນໄດ້ສະຫນອງອັດຕາ 5.000 ກີບຕໍ່ຄົນຕໍ່ມື້, ແຈກຢາຍເຂົ້າກິນ 20 ກິໂລຕໍ່ຄົນຕໍ່ເດືອນ, ເບີກຈ່າຍເງິນແຮໃຫ້ຄອບຄົວລະ 5 ແສນກີບ ແລະ ນັບແຕ່ຕົ້ນເດືອນກັນຍາເປັນຕົ້ນມາ ໄດ້ເບີກຈ່າຍໃຫ້ຜູ້ລະ 1 ແສນກີບຕໍ່ຄົນຕໍ່ເດືອນ. ສໍາລັບຜູ້ເສຍຊີວິດແມ່ນໄດ້ຈ່າຍເງິນໃຫ້ຈໍານວນ 1,5 ລ້ານກີບຕໍ່ສົບ ເພື່ອທໍາພິທີມ້ຽນຄາບຕາມຮີດຄອງປະເພນີ. ນອກນີ້ ຍັງໄດ້ຍົກຍ້າຍຜູ້ປະສົບໄພໄປຢູ່ບ່ອນພັກຊົ່ວຄາວເພື່ອໃຫ້ຊີວິດການເປັນຢູ່ດີຂຶ້ນ.



ສັງລວມແລ້ວເຫັນວ່າ: ການແກ້ໄຂໄພພິບັດລວມທັງການຊອກຄົ້ນຜູ້ສູນຫາຍຈາກໄພພິບັດເຂື່ອນນ້ອຍ ຫລື ຄູກັນນ້ໍາຂອງອ່າງເກັບນ້ໍາເຂື່ອນໄຟຟ້າເຊປຽນ-ເຊນ້ໍານ້ອຍແຕກ ຢູ່ເມືອງສະຫນາມໄຊ ແຂວງອັດຕະປືແມ່ນໄດ້ຮັບຜົນສໍາເລັດເປັນກ້າວໆ. ຕໍ່ກັບຜົນສໍາເລັດດັ່ງກ່າວ, ພັກ ແລະ ລັດ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກແລະ ອົງການຈັດຕັ້ງສາກົນຕ່າງໆຕໍ່ກັບຄວາມຫ່ວງໄຍ, ກໍາລັງໃຈ, ໃຫ້ການສະຫນັບສະຫນູນແລະ ໃຫ້ການຊ່ວຍເຫລືອດ້ານທຶນຮອນ, ເຄື່ອງມືອຸປະກອນ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາເປັນທັນກັບສະພາບການໃຫ້ແກ່ລັດຖະບານ ແລະ ປະຊາ

ຊົນລາວເພື່ອຊ່ວຍແກ້ໄຂສຸກເສີນແກ່ຜູ້ປະສົບໄພພິບັດໃນຄັ້ງນີ້; ສະແດງຄວາມຂອບໃຈເປັນພິເສດຕໍ່ຫນ່ວຍກູ້ໄພ ແລະ ອາສາສະຫມັກຈາກປະເທດເພື່ອນມິດ ໂດຍສະເພາະຈາກ ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ສ.ເກົາຫລີ, ສ.ສິງກະໂປ ແລະປະເທດອື່ນໆ ທີ່ໄດ້ສົ່ງກໍາລັງແລະ ເຄື່ອງມືມາສົມທົບກັບຫນ່ວຍກູ້ໄພພາຍໃນປະເທດດໍາເນີນການກູ້ໄພ ແລະ ຊ່ວຍເຫລືອຜູ້ປະສົບໄພດ້ວຍຄວາມເສຍສະຫລະ ແລະ ດ້ວຍຈິດໃຈມະນຸດສະທໍາອັນສູງສົ່ງ. ຕໍ່ການຊ່ວຍເຫລືອດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າແມ່ນສຸດທີ່ຊາບຊຶ້ງ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ນ້ໍາໃຈໄມຕີດັ່ງກ່າວຢ່າງບໍ່ມີວັນຈະຫລົງລືມໄດ້; ຂອບໃຈຕໍ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ໄດ້ໃຫ້ການວຍເຫລືອສະຫນັບສະຫນູນຢ່າງຈິງໃຈດ້ວຍນ້ໍາໃສໃຈຈິງຂອງຕົນທີ່ໄດ້ບິແບ່ງ ແລະເສຍສະຫລະທັງກໍາລັງຊັບ ແລະກໍາລັງແຮງສຸມໃສ່ຊ່ວຍເຫລືອເພື່ອສະແດງເຖິງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນລາວ, ອັນນີ້ເປັນສິ່ງທີ່ດີທີ່ສຸດ, ແມ່ນມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າຂອງພວກເຮົາ, ເປັນວັດທະນະທໍາອັນດີງາມຂອງຊາດລາວເຮົາ.



ພັກແລະ ລັດຖະບານ ຂໍສະແດງຄວາມຍ້ອງຍໍສັນລະເສີນກໍາລັງທະຫານ, ກໍາລັງຕໍາຫລວດ, ຫນ່ວຍອາສາສະຫມັກ, ແພດ-ຫມໍ, ນັກຂ່າວ ແລະ ສື່ມວນຊົນທັງພາຍໃນ ແລະ າງປະເທດ; ຊົມເຊີຍພະນັກງານ-ລັດຖະກອນທຸກໆອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ຜູ້ປະກອບການ, ນັກທຸລະກິດ, ຄູບາອາຈານ, ນັກສິລະປິນ ແລະ ປະຊາຊົນທຸກຫົນແຫ່ງທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ປະກອບສ່ວນ ແລະ ສະແດງອອກເຖິງກໍາລັງແຮງແຫ່ງຄວາມສາມັກຄີເປັນຈິດຫນຶ່ງໃຈດຽວໃນການຊ່ວຍເຫລືອປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້.


ທີ່ມາ: ນສພ ລາວພັດທະນາ


Powered by Blogger.