Header Ads

ຄົ້ນພົບວັດຖຸບູຮານຫຼາຍລາຍການ ອາຍຸຫຼາຍພັນປີ ທີ່ບໍລິເວນເດີ່ນພຣະທາດອີງຮັງ ມໍລະດົກທ້ອງຖິ່ນ ແຂວງສະຫວັນນະເຂດ




ໃນຕອນບ່າຍຂອງວັນທີ 2 ຕຸລາ 2018 ນີ້ ທ່ານ ອຸ່ນເຮືອນ ຄູນສະຫວັນ ນາຍບ້ານທາດອີງຮັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ນໍາພາທີມງານສືມ່ວນຊົນແຂວງ ລົງເບິ່ງຈຸດທີ່ມີການຄົ້ນພົບ ວັດຖຸບູຮານ ທີ່ບໍລິເວນເດີ່ນພຣະທາດອີງຮັງ ກຳລັງມີການບູລະນະປະຕິສັງຂອນ ເຊິ່ງຈຸດທີ່ມີການຄົ້ນພົບວັດຖຸບູຮານນັ້ນ ແມ່ນຢູ່ເບື້ອງຕາເວັນອອກຂອງຂ້າງກຳແພງພະທາດ. 






ສຳລັບການຄົ້ນພົບນາຍບ້ານທາດອີງຮັງໃຫ້ຮູ້ອີກວ່າ: ວັດຖຸບູຮານທັງໝົດແມ່ນໄດ້ຖືກຄົ້ນພົບໃນໄລຍະເວລາໄລ່ເລ່ຍກັນນັບແຕ່ວັນທີ 28 ກັນຍາ 2018 ເປັນຕົ້ນມາ ຈາກນັ້ນກໍ່ໄດ້ມີການຄົ້ນພົບເລື້ອຍໆມາ ເຊິ່ງຈຸດທີ່ມີການຄົ້ນພົບມີທັງໝົດ 3 ຈຸດ ຂອງກຳແພງອ້ອມພຣະທາດເບື້ອງທິດຕາເວັນອອກ ແລະ ມີການຄົ້ນພົບວັດຖຸບູຮານເກົ່າແກ່ຈໍານວນ 10 ກວ່າລາຍການ ໃນນັ້ນປະກອບມີ: ລູກຕິ່ງ 8 ອັນ, ໄຫ 2 ໜ່ວຍ, ບາດ ແລະ ພຣະພຸດທະຮູບທອງສໍາລິດ,ທອງແດງ,ທອງເຫຼືອງ ແລະ ເງິນທີ່ຄົ້ນພົບຢູ່ໃນໄຫ 264 ອົງ, ນອກຈາກນັ້ນ ກໍ່ຍັງມີຈໍານວນເສດພຣະພຸດທະຮູບໄມ້ ທີ່ຄົ້ນພົບຢູ່ໄຫອີກ 44 ອັນ, ລວມພຣະພຸດທະຮູບທອງທີ່ຄົ້ນພົບຢູ່ບາດ 118 ອົງບໍ່ສົມບູນ ເຮັດດ້ວຍທອງ 12 ອົງ ພະເງິນ 1 ອົງ, ເສດສິ້ນສ່ວນທອງທີ່ພົບໃນບາດນໍ້າໜັກລວມ ເກືອບ 6 ກິໂລກລາມ , ເສດກະສັດ 5 ອັນ, ເງິນຣາດ 1 ອັນ. ເຊິ່ງສັນນິຖານວ່າວັດຖຸບູຮານທັງໝົດແມ່ນສ້າງຂຶ້ນພ້ອມໆກັບການສ້າງອົງພຣະທາດອີງຮັງ ໃນປີ ພສ 400 ປະຈຸບັນລວມມີອາຍຸປະມານ 2.000 ກວ່າປີ.






ສ່ວນວັດຖຸບູຮານທັງໝົດທີ່ຄົ້ນພົບແມ່ນຈະມີການເກັບຮັກສາໄວ້ໃນພຣະທາດດັ່ງກ່າວ ເພື່ອໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ມາເຄົາລົບບູຊາ ເພື່ອເປັນສິລິມົງຄຸນຕໍ່ການດໍາລົງຊີວິດ,ການຂຸດຄົ້ນນັ້ນ ແມ່ນຍັງຈະມີການສືບຕໍ່ຂຸດຄົ້ນຕື່ມອີກ.

http://metastead.com/1lsu














ພາບ ແລະ ຂ່າວ: ວິລັດດາ ດວງຈັນທາ



Powered by Blogger.