Header Ads

ທ່ານນາຍົກ ໂອ້ລົມຕໍ່ພິທີສະຫຼອງວັນສ້າງຕັ້ງທະນາຄານ ຄົບຮອບ 50 ປີ



ໃນຕອນເຊົ້າ ຂອງວັນທີ 6 ຕຸລາ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 50 ປີ (7 ຕຸລາ 1968 - 7 ຕຸລາ 2018)  ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ອະດີດຜູ້ວ່າການ ທຫລ; ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຫລ; ທ່ານ ສອນໄຊ ສິດພະໄຊ ຮັກສາການຜູ້ວ່າການ ທຫລ, ບັນດາພະນັກງານຂັ້ນນຳຈາກກະຊວງ ແລະ ທຽບເທົ່າ, ພະນັກງານອາວຸໂສບຳນານ, ທະນາຄານທຸລະກິດ (ທທກ), ສາຂາທະນາຄານຕ່າງປະເທດ, ສະຖາບັນການເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ກ່ອນເລີ່ມພິທີຢ່າງເປັນທາງການ, ຜູ້ເຂົ້າຮ່ວມໄດ້ຢ້ຽມຊົມການວາງສະແດງຮູບພາບ, ຜະລິດຕະພັນ; ຊົມພາບວິດີໂອ ແລະ ການສະແດງສິລະປະຂອງ ທຫລ-ທທກ ທີ່ສ່ອງແສງໃຫ້ເຫັນເຖິງ ໝາກຜົນແຫ່ງການເຄື່ອນໄຫວວຽກງານ ຂອງຂະແໜງທະນາຄານ ໃນຕະຫຼອດໄລຍະ 50 ປີຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ແລະ ສົມກຽດ ເຂົ້າໃນພາລະກິດກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ໃນພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ອັນໄດ້ເຮັດໃຫ້ຂະແໜງທະນາຄານ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ທັນສະໄໝ ເປັນກ້າວໆ.
​​​​​​​​​​​​​​​​​​​


ໃນວາລະດຳເນີນພິທີ, ທ່ານ ສອນໄຊ ສິດພະໄຊ ໄດ້ລາຍງານຜົນການເຄື່ອນໄຫວວຽກງານຂອງ ທຫລ ໃນໄລຍະ 50 ປີຜ່ານມາ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ. ພ້ອມທັງ ດຳເນີນການປະດັບຍ້ອງຍໍໃຫ້ແກ່ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນ ໃນນັ້ນ: ກົມກອງລວມໝູ່ ມີ ທຫລ ໄດ້ຮັບການປະດັບຫຼຽນໄຊອິດສະຫຼະ ຊັ້ນ I; ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຮັບການປະດັບຫຼຽນໄຊອິດສະຫຼະ ຊັ້ນ II ແລະ 2 ກົມຂອງ ທຫລ ຮັບການປະດັບຫຼຽນໄຊອິດສະຫຼະ ຊັ້ນ III; ສຳລັບບຸກຄົນມີ 4 ທ່ານ ໄດ້ຮັບການປະດັບຫຼຽນໄຊອິດສະຫຼະ ຊັ້ນ III; ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ 27 ທ່ານ, ຊັ້ນ II ໃຫ້ 106 ທ່ານ ແລະ 12 ກົມກອງ, ຊັ້ນ III ໃຫ້ 347 ທ່ານ ແລະ 11 ກົມກອງ  ແລະ ຮັບການຍ້ອງຍໍຈາກ ທຫລ ຈຳນວນ 4.294 ທ່ານ, ຮັບການປະດັບຫຼຽນກາທີ່ລະນຶກ 50 ປີ ທຫລ ມີ 1 ກົມກອງ ແລະ ບຸກຄົນ 2.193 ທ່ານ, ໄດ້ຮັບໃບຍ້ອງຍໍ ແລະ ຮັບໃບຊົມເຊີຍຂັ້ນຜູ້ວ່າການ ທຫລ 1.425 ທ່ານ.



​ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນ ປະຫວັດ, ມູນເຊື້ອ, ສະພາບການເຕີບໃຫຍ່ຂະຫຍາຍຕົວ ກໍ່ຄື ສະພາບພົ້ນເດັ່ນ ແລະ ການຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຂອງທະນາຄານ ແຫ່ງ ສປປ ລາວ ໃນແຕ່ລະໄລຍະ ລວມທັງ ສິ່ງທ້າຍທາຍ ຕໍ່ວຽກງານການເງິນໃນຕໍ່ໜ້າ. ອັນສຳຄັນ, ເພື່ອຮັບມືກັບສິ່ງທ້າທາຍຕ່າງໆນັ້ນ ທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ຄື: ຕ້ອງສ້າງສະຕິຕື່ນຕົວທາງການເມືອງ ຊຶ່ງໃຫ້ເຂົ້າໃຈວ່າ ທະນາຄານແຫ່ງ ສປປ ລາວ ເປັນທະນາຄານລັດ. ດັ່ງນັ້ນ, ພະນັກງານທະນາຄານ ກໍ່ຕ້ອງຮັບຮູ້ວ່າ ເປັນພະນັກງານຂອງພັກ, ເປັນພະນັກງານຂອງລັດ ຊຶ່ງຕ້ອງມີຄວາມຮັບຜິດຊອບຕໍ່ພັກ-ຕໍ່ລັດ, ການນຳພາຕ້ອງມີປະຊາທິປະໄຕລວມສູນ, ຕ້ານພະຍາດອາດຍາສິດ-ພະຍາດເອກະຊົນ, ຕ້ອງໂປ່ງໃສ, ຊື່ສັດບໍລິສຸດ, ຕ້ອງສ້າງໃຫ້ໄດ້ກຳລັງແຮງສັງລວມ ເພື່ອເຮັດໃຫ້ທະນາຄານມີຄວາມເຂັ້ມແຂງຂຶ້ນເລື້ອຍໆ; ຕ້ອງເຮັດທຸລະກິດການເງິນ ຢ່າງເປັນມືອາຊີບ, ມີຫຼັກວິທະຍາສາດ ແລະ ມີຫຼັກວິຊາການ ຢ່າງແທ້ຈິງ ເພື່ອໄປໃຫ້ທັນກັບສະພາບການປ່ຽນແປງຕ່າງໆ ຕະຫຼອດເວລາ; ຕ້ອງເຂັ້ມງວດ ໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກ ດ້ານການເງິນ; ຮີບຮ້ອນຈັດຕັ້ງຜັນຂະຫຍາຍ ຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ; ເອົາໃຈໃສ່ຄວບຄຸມອັດຕາການແລກປ່ຽນ ໃຫ້ມີຄວາມສະຫງົບ, ສາມາດເໜັງຕີງຕາມຂອບທີ່ກຳນົດໄວ້; ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມ ແລະ ເຄື່ອນໄຫວຢູ່ພາຍໃຕ້ລະບຽບກົດໝາຍ ຢ່າງເຂັ້ມງວດ; ຄຸ້ມຄອງອັດຕາສ່ວນຕ່າງ ຂອງອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ ໃຫ້ແທດເໝາະກັບສະພາບຕົວຈິງ ຂອງຕະຫຼາດ; ຄຸ້ມຄອງການເຄື່ອນໄຫວ ຂອງບັນດາທະນາຄານທຸລະກິດ ໃຫ້ມີຄວາມໝັ້ນຄົງ ແລະ ເຄື່ອນໄຫວຕາມລະບຽບການຢ່າງເຂັ້ມງວດ; ເລັ່ງປັບປຸງທະນາຄານທຸລະກິດ ໃຫ້ໄດ້ມາດຖານ ແລະ ຄົບເງື່ອນໄຂ; ຄຸ້ມຄອງສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ໃຫ້ດີ, ບໍ່ໃຫ້ເກີດມີບັນຫາຂາດສະພາບຄ່ອງ, ຂາດຄວາມເຊື່ອຖືຂອງສັງຄົມ; ພັດທະນາຕະຫຼາດທຶນ ແລະ ຕະຫຼາດຫຼັກຊັບ ໃຫ້ຂະຫຍາຍຕົວ ທາງດ້ານກິດຈະການ ແລະ ການເຄື່ອນໄຫວ, ທັງມີບັນຍາກາດ ແລະ ພົ້ນເດັ່ນເປັນກ້າວໆ; ສືບຕໍ່ຫັນລະບົບການຊຳລະສະສາງ ຂອງທະນາຄານ ໄປສູ່ທັນສະໄໝ; ສ້າງ ແລະ ປັບປຸງນິຕິກຳ ເພື່ອຮັບໃຊ້ຂະແໜງການທະນາຄານ ໃຫ້ຄົບຖ້ວນ ແລະ ຮັດກຸມ; ສືບຕໍ່ແກ້ໄຂສິ່ງອຸດຕັນ ແລະ ອຸປະສັກຕ່າງໆ ໃຫ້ມີສະພາບຄ່ອງຕົວ ເພື່ອສ້າງປັດໃຈໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕາມຄາດໝາຍທີ່ວາງໄວ້.​




ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.