Header Ads

ໄຫຫີນຊຽງຂວາງ ຈະໄດ້ເຂົ້າເປັນມໍລະດົກໂລກໃນກາງປີ 2019



ໃນຕອນແລງຂອງວັນທີ 28 ພະຈິກ 2018, ຂະບວນຄາລາວານຂອງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເດີນທາງເຖີງແຂວງ ຊຽງ ຂວາງ, ໂດຍມີ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງ ຊຽງຂວາງ, ພ້ອມ ດ້ວຍພະນັກງານ ແລະ ມວນຊົນພາຍໃນແຂວງໃຫ້ການ ຕ້ອນຮັບທີ່ທົ່ງໄຫຫີນ 1 ເມືອງ ແປກ. 





ໃນພິທີຕ້ອນຮັບຂະບວນຄາລາວານຄັ້ງນີ້, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມອບເງິນອຸປະຖຳມູນຄ່າ 16 ລ້ານກີບໃຫ້ແກ່ແຂວງ ຊຽງຂວາງ ເພື່ອນຳໃຊ້ເຂົ້າໃນ ການບູລະນະທົ່ງໄຫຫີນ 1 ມູນຄ່າ 10 ລ້ານກີບ, ວັດເພຍວັດ ແລະ ວັດພະເຈົ້າອົງຫລວງ, ວັດລະ 3 ລ້ານກີບ.


ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ ສຳພາດວ່າ: ຫລັງຈາກທີ່ລາວເຮົາໄດ້ຍື່ນເອກະສານຕ່າງໆ ຢ່າງຄົບຖ້ວນຕໍ່ອົງການ Unesco ເພື່ອສະເຫນີເອົາໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກໄປແລ້ວກ່ອນຫນ້ານີ້, ຫລັງຈາກນັ້ນ ໃນຕົ້ນເດືອນ ຕຸລາ 2018 ນີ້ ອົງການດັ່ງ ກ່າວໄດ້ສົ່ງຄະນະວິຊາການກ່ຽວຂ້ອງມາກວດກາຕົວຈິງຢູ່ ແຂວງຊຽງຂວາງເປັນທີ່ຮຽບຮ້ອຍແລ້ວ. 


ໃນຂະນະດຽວກັນ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ໄດ້ສົ່ງຄະນະວິຊາການກ່ຽວຂ້ອງໄປປ້ອງກັນບົດກ່ຽວກັບການຂໍສະເຫນີໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກທີ່ນະຄອນຫລວງປາຣີ, ປະເທດຝລັ່ງ ຮຽບຮ້ອຍແລ້ວ, ຄາດວ່າໃນກາງປີ 2019 ອົງການ Unesco ຈະຮັບຮອງເອົາໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ຊຶ່ງຈະກາຍເປັນມໍລະດົກໂລກແຫ່ງທີ 3 ຂອງລາວ ຖັດຈາກ ເມືອງຫລວງພະບາງ ແລະ ວັດພູຈຳປາສັກ. ສຳລັບໄຫຫີນຊຽງຂວາງທີ່ສະເຫນີເຂົ້າເປັນມໍລະດົກໂລກຄັ້ງນີ້ ຈມີ 999 ຫນ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງ ຄື: ເມືອງ ແປກ, ພູກູດ, ຜາໄຊ ແລະ ເມືອງ ຄໍາ.

ຂ່າວ: ບຸນຕຽງ ຈັນທະວົງ
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.