Header Ads

ຫສນຍ ເຜີຍແຜ່ນິຕິກຳ ກ່ຽວກັບການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ



ໃນວັນທີ 28 ພະຈິກ 2018 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ດຳລັດ ວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ເລກທີ 300/ລບ ແລະ ຄຳແນະນຳ ຂອງກະຊວງພາຍໃນ ວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ເລກທີ 06/ພນ, ໂດຍການເປັນປະທານ ຂອງທ່ານ ສົມສະນິດ ສຸວັນນະລາດ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີຜູ້ຕາງໜ້າ ຈາກກະຊວງພາຍໃນ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ທັງໝົດ ເຂົ້າຮ່ວມ.



ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່, ເຊື່ອມຊຶມ ດຳລັດ ວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ເລກທີ 300/ລບ ແລະ ຄຳແນະນຳ ຂອງກະຊວງພາຍໃນ ວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ເລກທີ 06/ພນ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄດ້ຮັບຮູ້, ເຊື່ອມເຊື່ອມ ແລະ ນຳໄປຈັດຕັ້ງປະຕິບັດ ຖືກຕ້ອງຕາມລະບຽບຫຼັກການ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ເປັນລະບົບ, ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງ, ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ, ແນໃສ່ເຮັດໃຫ້ວຽກງານການປະເມີນ ແລະ ຄຸ້ມຄອງ ຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ມີປະສິດທິພາບ ແລະ ປະສິດທິຜົນ, ສຳເລັດຕາມ ຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.



​​​​​​​ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງ ຕໍ່ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດ ແລະ ຈັດຕັ້ງຜັນຂະຫຍາຍ ຕາມຫຼັກການ ຄື: ລວມສູນປະຊາທິປະໄຕ, ປຶກສາຫາລືຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ ແລະ ຂັ້ນລຸ່ມຂຶ້ນກັບຂັ້ນເທິງ; ປະເມີນຜົນຕາມເນື້ອໃນມາດຖານລວມ ແລະ ມາດຖານສະເພາະ ຂອງແຕ່ລະປະເພດ ພະນັກງານ-ລັດຖະກອນ; ຮັບປະກັນຄວາມໂປ່ງໃສ, ພາວະວິໄສ, ສະເໝີພາບ, ຍຸຕິທຳ, ຊັດເຈນ, ມີຫຼັກຖານ ແລະ ຄວາມສາມັກຄີພາຍໃນ; ຮັບປະກັນການປະຕິບັດຕາມ ວິທີ, ຂັ້ນຕອນ ຂອງການປະເມີນ ແລະ ເວລາທີ່ກຳນົດໄວ້.

​​​​​​​ການເຜີຍແຜ່, ເຊື່ອມຊຶມ ນິຕິກຳ ໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 28-29 ພະຈິກ 2018.​


ພາບ ແລະ ຂ່າວ : ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.