Header Ads

ຄໍາມ່ວນ ສົ່ງອອກສິນຄ້າບັນລຸ 185 ລ້ານກວ່າໂດລາສະຫະລັດ



ອີງຕາມການລາຍງານຂອງ ຂປລ ວ່າ : ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນ 2018 ຜ່ານມາ, ແຂວງຄຳມ່ວນສາ ມາດ ສົ່ງອອກສິນຄ້າ ໄດ້ 185 ລ້ານກວ່າໂດລາສະຫະລັດ ທຽບແຜນການປີປະຕິບັດໄດ້ 71,96% ໃນນັ້ນ ສິນຄ້າສົ່ງອອກຕົ້ນຕໍແມ່ນອຸດສາຫະກໍາແຮ່ທາດ, ໄມ້, ຜະລິດຕະພັນໄມ້, ສິນຄ້າກະສິກໍາ ແລະ ອື່ນໆ. ສ່ວນຕົວເລກການນໍາເຂົ້າ ລວມມູນຄ່າ 88,8 ລ້ານກວ່າໂດລາສະຫະລັດ ທຽບໃສ່ແຜນ ການປີປະຕິບັດໄດ້ 47,03% ໃນນັ້ນ ສິນຄ້າທີ່ນໍາເຂົ້າຫລາຍກວ່າໝູ່ແມ່ນ ເຄື່ອງວັດສະດຸກໍ່ສ້າງ ແລະ ນໍ້າມັນເຊື້ອໄຟ.


ສໍາລັບທິດທາງແຜນການສູ້ຊົນຈັດຕັ້ງປະຕິບັດໃນໄລຍະ 3 ເດືອນທ້າຍປີ 2018 ມູນຄ່າການສົ່ງອອກທີ່ວາງໄວ້ແມ່ນ 64,6 ລ້ານກວ່າໂດລາສະຫະລັດ, ມູນຄ່າການນໍາເຂົ້າ 43,2 ລ້ານໂດລາສະຫະລັດ, ມູນຄ່າສິນຄ້າຜ່ານແດນ ແລະ ສົ່ງອອກຕໍ່ 177 ລ້ານກວ່າໂດລາສະຫະລັດ , ຕົວເລກການຈໍລະຈອນຂາຍຍ່ອຍ 173 ຕື້ກວ່າກີບ, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 79,7 ຕື້ກວ່າກີບ.

ທີ່ມາ: ສໍານັກຂ່າວປະເທດລາວ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.