ກະຊວງອຸດສາຫະກຳຊີ້ ການຄ້າຂ້າມແດນຂອງລາວ ມີທ່າອ່ຽງດີຂຶ້ນໃນປີ 2019
ໃນກອງປະຊຸມເຜີຍແຜ່ວຽກງານ ທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ ໃຫ້ພະນັກງານໃນຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ບັນດາແຂວງພາກກາງ ແລະ ພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2018 ທີ່ ແຂວງສະຫວັນນະເຂດ ເຊິ່ງໄດ້ລະບຸເຖິງຕົວຊີ້ວັດ ລວມກ່ຽວກັບຄວາມສະດວກ ໃນການດຳເນີນທຸລະກິດ ຂອງ ສປປ ລາວ ໂດຍສະເພາະ ການຄ້າຂ້າມແດນ ກໍຄືວຽກງານການນຳເຂົ້າ ແລະ ສົ່ງອອກ ໄດ້ຫຼຸດລົງຈາກອັນດັບທີ 124 ໃນປີ 2018 ມາເປັນ 76 ໃນປີ 2019, ນັບວ່າເປັນໝາກຜົນທີ່ໜ້າເພິ່ງພໍໃຈພໍສົມຄວນ.
ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ກ່າວວ່າ: ຜົນສຳເລັດດັ່ງກ່າວ ໃນໄລຍະຜ່ານມາ, ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍຫຼາຍນິຕິກຳ, ມາດຕະການ, ນະໂຍບາຍ ແລະແຜນດຳເນີນງານການອຳນວຍຄວາມສະດວກ ທາງດ້ານການຄ້າ ຊຶ່ງວັດຖຸປະສົງແມ່ນແນໃສ່ເຮັດໃຫ້ຂັ້ນຕອນການນຳເຂົ້າ ແລະ ສົ່ງອອກສິນຄ້າ ມີຄວາມກະທັດຮັດ, ງ່າຍດາຍ ແລະ ຫຼຸດຜ່ອນຕົ້ນທຶນ ເຮັດໃຫ້ນັກທຸລະກິດລາວສາມາດແຂ່ງຂັນ ກັບປະເທດເພື່ອນບ້ານໄດ້. ຢ່າງໃດກໍຕາມ ເຖິງວ່າຜ່ານມາ ຈະມີຄວາມຫຍຸ້ງຍາກ ຈຳນວນໜຶ່ງ ແຕ່ຍັງຈະຕ້ອງໄດ້ສືບຕໍ່ສູ້ຊົນໃຫ້ໄດ້ 2 ຕົວເລກຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 02/ນຍ. ສະນັ້ນ, ຕ້ອງໄດ້ພ້ອມກັນເພີ່ມທະວີການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກໃຫ້ມີປະສິດທິຜົນສູງ, ປັບປຸງຂອດການປະສານງານ ກັບບັນດາຂະແໜງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ກົມກຽວ ທັງເປັນເອກະພາບໃນລວງດຽວກັນ.
ປີ 2018 ຜ່ານມາ ກະຊວງ ອຄ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານອຳນວນຄວາມສະດວກ ທາງດ້ານການຄ້າ, ວຽກງານຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ວຽກງານການຄ້າຊາຍແດນ, ຄຳສັ່ງວ່າດ້ວຍການຢຸດຕິການ ອອກໃບອະນຸຍາດນຳເຂົ້າເຫຼັກ ແລະ ຊີມັງ, ລວມທັງແຈ້ງການເພີ່ມທະວີເອົາໃຈໃສ່ການຫຼຸດຜ່ອນ ການນຳໃຊ້ຖົງປຼາສະຕິກເພື່ອບັນຈຸສິນຄ້າ ແລະ ພາຊະນະບັນຈຸ ທີ່ຜະລິດຈາກປຼາສະຕິກ ແລະ ສິດໃນການນຳເຂົ້າສິນຄ້າ ຂອງຜູ້ຄ້າຕ່າງປະເທດ ໄດ້ຮັບຜົນສຳເລັດດີສົມຄວນ.
ເນື້ອໃນຂ່າວ: ຂປລ
© ໂຕະນໍ້າຊາ | tonamcha.com
___________
Post a Comment