Header Ads

ລັດຖະມົນຕີກະສິກຳແລະປ່າໄມ້ລົງຢ້ຽມຢາມໂຄງການແຊມວນອຸນດົງຢູ່ແຂວງວຽງຈັນ



ເພື່ອປະຕິບັດແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃຫ້ ປະກົດຜົນເປັນຈິງ ແລະ ນຳພາ ປະເທດຊາດໃຫ້ຫຼຸດພົ້ນອອກຈາກສາຖານະປະເທດດ້ອຍພັດທະນາໃຫ້ໄດ້ໂດຍໄວນັ້ນ, ໃນ ວັນທີ່ 15 ທັນວາ 2018 ທີ່ ຫ້ອງການບ້ານວຽງແກ້ວ, ເມືອງແກ້ວອຸດົມ ແຂວງວຽງຈັນ, ທ່ານ ລຽນ ທີແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມຢາມໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ (ແຊມວນອຸນດົງ), ໂຄງການຮ່ວມມືລາວ-ສາທາລະນະລັດເກົາຫຼີ. 



ຄະນະຂອງທ່ານລຽນ ທີແກ້ວ ໄດ້ຖືກຕ້ອນຮັບໂດຍ ທ່ານ ດາວເຮືອງ ນັນທະວົງ, ຮອງເຈົ້າແຂວງ ແຂວງວຽງຈັນ, ພ້ອມດ້ວຍ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ພະນັກງານທີ່ກ່ຽວຂ້ອງ, ຜູ້ຕາງຫນ້າອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມນຳ.

ໃນພິທີ, ທ່ານ ສີວອນ ພອນປະເສີດ, ນາຍບ້ານໆວຽງແກ້ວໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ຊຶ່ງເຫັນວ່າໂຄງການໄດ້ເຂົ້າມາຊ່ວຍພັດທະນາບັນດາພື້ນຖານໂຄງລ່າງທີ່ຈຳເປັນໃຫ້ບ້ານ ເປັນຕົ້ນ: ຊວ່ຍປັບປຸງກໍ່ສ້າງເສັ້ນທາງພາຍໃນບ້ານ, ກໍ່ສ້າງຫ້ອງການບ້ານ, ແລະ ກໍ່ສ້າງລະບົບນ້ຳສະອາດໃຫ້ແກ່ຊຸມຊົນ. 

ບັນດາກິດຈະກຳທີ່ກ່າວມານັ້ນແມ່ນໄດ້ຮັບການສະໝັບ ສະໜູນ ຈາກໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ 70 % ແລະ ອີກ 30 % ແມ່ນການປະກອບສ່ວນ ຂອງປະຊາຊົນພາຍໃນບ້ານ, ໂດຍເປັນແຮງງານ, ເງິນຈຳນວນໜຶງ ແລະ ວັດສະດຸທີ່ມີໃນທ້ອງຖິ່ນ, ຕາມທ່າແຮງຕົວຈິງທີ່ມີຂອງບ້ານ.  ນອກນັ້ນ, ຍັງມີການຊ່ວຍຝືກອົບຮົມທາງດ້ານວິຊາການກ່ຽວກັບການປູກຝັງ-ລ້ຽງສັດໃຫ້ແກ່ຜູ້ທີ່ສົນໃຈຢາກປະກອບອາຊິບດ້ານກະສິກຳ, ເປັນຕົ້ນ ແມ່ນການປູກຜັກອິນຊິທີ່ນຳໃຊ້ສິ່ງເສດເຫຼືອຈາກກະສິກຳທີ່ຫາໄດ້ໃນທອງຖີ່ນ ແລະ ການລ້ຽງງົວທີ່ຕິດພັນກັບການປູກຫຍ້າເພື່ອເປັນອາຫານສັດ, ແລະ ບັນດາກິດຈະກຳທີ່ສ້າງລາຍຮັບໃຫ້ແກ່ຊຸມຊົນອື່ນໆຕື່ມອີກ. 



ໃນໂອກາດດັ່ງກ່າວ, ທ່ານ ລຽນທີແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍ້ອງຍໍຊົມເຊີຍບັນດາບ້ານເປົ້າໝາຍຂອງໂຄງການທີ່ມີຄວາມເອົາໃຈໃສ່ ແລະ ຕັ້ງໜ້າປະກອບສ່ວນຊ່ວຍສ້າງສາພັດທະນາປະເທດຊາດ, ໂດຍແມ່ນຊຸມຊົນເປັນເຈົ້າການ, ລວມທັງຮ່ວມກັນຊ່ວຍວາງແຜນ, ແລະຮວ່ມກັນຄິດເພື່ອເຮັດໃຫ້ຊຸມ ຊົນ ຮັງມີຂຶ້ນໄປເລື້ອຍ ແລະ ຖືກຕ້ອງ, ຕາມທິດພັດທະນາຂອງລັດຖະບານ. 

ນອກຈາກນັ້ນ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດຮັບການລາຍງານຈາກຊ່ຽວຊານຕ່າງປະເທດປະຈຳໂຄງການວ່າ ບັນດາ ກິດຈະກຳທີ່ຈັດຂຶ້ນ, ໂດຍການມີສ່ວນຮ່ວມຂອງປະຊາຊົນພາຍໃນບ້ານນັ້ນ ແມ່ນປະຕິບັດໄດ້ລື່ນແຜນການ; ປະຊາຊົນມີຄວາມຕື່ນຕົວ ຫ້າວຫັນປະກອບສ່ວນຊ່ວຍໂຄງການເປັນຢ່າງດີ. ຈາກນັ້ນ, ຄະນະທີມງານດັ່ງກ່າວກໍ່ໄດ້ໄປຢ້ຽມຊົມຄອບຄົວທີ່ປູກເຫັດ, ລວມທັງລະບົບການສະໜອງນ້ຳສະອາດ ແລະ ບັນດາເສັ້ນທາງທີ່ຖືກກໍ່ສ້າງຂຶ້ນພາຍໃນບ້ານ ອີກດ້ວຍ.


ພາບ ແລະ ຂ່າວ: ວສລ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.