Header Ads

ລົດໄຟລາວ-ຈີນ “ເສັ້ນເລືອດໃຫຍ່ສະຕະວັດທີ 21”



ບັນດາ 10 ປະເທດສະມາຊິກອາຊຽນຫວັງຈະສ້າງເປັນຈຸດສູນກາງທາງຜ່ານ ແລະ ການບໍລິການເພື່ອເປັນຜູ້ນໍາດ້ານເສດຖະກິດ ຂະນະທີ່ ສປປ ລາວເປັນໜຶ່ງໃນ 10 ປະເທດສະມາຊິກອາຊຽນໄດ້ຮັບການພິຈາລະນາ ແລະ ມີທ່າແຮງບົ່ມຊ້ອນທີ່ຈະເປັນເຊັ່ນນັ້ນ ຖ້າແນມເບິ່ງທີ່ຕັ້ງ, ຊັບພະຍາກອນທໍາມະຊາດ ແລະ ຄວາມສະຫງົບດ້ານການເມືອງ ຂະນະທີ່ສອງລັດຖະບານລາວ-ຈີນໄດ້ຮ່ວມໂຊກຊະຕໍາດຽວກັນໃນການໝາຍໝັ້ນປັ້ນມືດ້ວຍພະລັງແຮງອັນມະຫາສານຜ່ານໂຄງການພັດທະນາເສັ້ນທາງລົດໄຟລາວ-ຈີນ ລວມທັງປ່ຽນສະຖານະພາບຂອງ ສປປ ລາວໃນເງື່ອນປະເທດບໍ່ມີທະເລໃຫ້ກາຍເປັນປະເທດເຊື່ອມຈອດກັນກັບພາກພື້ນ ແລະ ສາກົນ. 



ດັ່ງເປັນທີ່ຮັບຮູ້ນໍາກັນວ່າ: ເສັ້ນທາງລົດໄຟລາວ-ຈີນນອນໃນທິດພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນທີ່ກ່ຽວຂ້ອງກັບ (ເສັ້ນທາງສາຍໄໝຄື: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ) ເຊິ່ງພາບລວມພົບວ່າພາກເໜືອຂອງລາວໂດຍສະເພາະແຂວງບໍ່ແກ້ວ, ແຂວຫລວງນໍ້າທາ ແລະ ອື່ນໆພວມຈະກາຍເປັນປະຕູອອກສູ່ບັນດາປະເທດສະມາຊິກອາຊຽນຜ່ານເສັ້ນທາງລົດໄຟລາວ-ຈີນໂດຍເລີ່ມຕົ້ນຈາກ ສປ ຈີນອອກສູ່ແຂວງຫລວງນໍ້າທາຜ່ານບັນດາແຂວງຕ່າງໆມຸ່ງໜ້າເຂົ້າໄປປະເທດໄທ, ປະເທດມາເລເຊຍ ແລະ ສິງກະໂປ. ກ່ຽວກັບສິ່ງທີ່ກ່າວມານັ້ນມັນບໍ່ແມ່ນເລື່ອງຂີ້ຕົວະ ແຕ່ຫາກມັນເກີດຂຶ້ນເຕັມຮູບແບບແລ້ວ ເຊິ່ງໂຄງການເສັ້ນທາງລົດໄຟຄາດວ່າຈະສໍາເລັດພາຍໃນປີ 2020 ນັ້ນໝາຍວ່າຄ່າບໍລິການຂົນສິນຄ້າຈະຫລຸດລົງ 3 ເທົ່າເຮັດໃຫ້ປະຢັດຕົ້ນທຶນ ແລະ ມີລາຍໄດ້ເພີ່ມຂຶ້ນ; ການປູກການລ້ຽງຈະປົ່ງຂຶ້ນປານດອກເຫັດເພື່ອສະໜອງໃຫ້ຕະຫລາດພາຍໃນ-ຕ່າງປະເທດ; ອຸດສາຫະກໍາທ່ອງທ່ຽວຈະສົດໄສຍ້ອນການໄປມາຫາສູ່ກັນສະດວກສະບາຍ ວ່ອງໄວ ແລະ ປະຢັດເງິນ-ປະຢັດເວລາ; ການລົງທຶນຈະຖີບຕົວສູງຂຶ້ນຍ້ອນການຂົນສົ່ງສິນຄ້າສະດວກສະບາຍ ແລະ ຕອບສະໜອງໄດ້ຕາມໂມງາມເວລາ ແລະ ອື່ນໆ.

ຫລາຍສະຕະວັດຜ່ານມາພົບວ່າບັນດາປະເທດເອີຣົບ ລວມທັງປະເທດຕາເວັນຕົກຖືເອົາທາງລົດໄຟຄືກັບເສັ້ນເລືອດໃຫຍ່ໃນທຸກໆມິດຕິໂດຍສະເພາະການຂົນສົ່ງສິນຄ້າ, ຜູ້ໂດຍສານ ແລະ ອື່ນໆເພາະມັນກຸ້ມຄ່າ, ປະຢັດເວລາ, ສະດວດກສະບາຍ, ການຂົນສົ່ງສິນຄ້າ-ຄົນໄດ້ຫລາຍ. ດ້ວຍເຫດນັ້ນ ຜູ້ຊ່ຽວຊານດ້ານເສດຖະກິດ,ນັກທຸລະກິດ ແລະ ຜູ້ປະກອບການຈິ່ງເຫັນວ່າລົດໄຟຈະສ້າງຜົນປະໂຫຍດມະຫານສານຮອບດ້ານ ຖ້າຫາກວ່າໂຄງການເສັ້ນທາງລົດໄຟບໍ່ມີປະໂຫຍດ ແລະ ບໍ່ດີນັ້ນຊາວຕາເວັນຕົກ ຕົວຢ່າງປະເທດອັງກິດເປັນຜູ້ສ້າງລົດໄຟປະເທດທໍາອິດໃນໂລກໃນຊຸມສະຕະວັດທີ 17 ແລະ ປະເທດອື່ນໆອາດຢຸດເຊົາ ຫລື ຈູດຖິ້ມໝົດແລ້ວ. ແນວໃດກໍດີ ສິ່ງສໍາຄັນການພັດທະນາເສັ້ນທາງລົດໄຟນັ້ນຄວນມີແຜນຮອງຮັບລະອຽດ ແລະ ຮອບຄອບວ່າເມື່ອສໍາເລັດແລ້ວປະເທດນັ້ນຈະເອົາໄປໃຊ້ເພື່ອຈຸດປະສົງຫຍັງ?, ຈະສ້າງຜົນປະໂຫຍດໄດ້ໜ້ອຍຫລາຍປານໃດ?, ຈະເອົາຜະລິດຕະພັນຫຍັງແນ່ສົ່ງອອກ? ແລະ ປະຊາຊົນຈະມີສ່ວນຮ່ວມຫຍັງແນ່? ທັງໝົດເຫລົ່ານັ້ນລ້ວນແຕ່ຢູ່ອົງປະກອບຜົນປະໂຫຍດທາງກົງ ແລະ ທາງອອ້ມ ເຊິ່ງເຮັດແນວໃດຈິ່ງຈະສາມາດດຶງຈຸດແຕກຕ່າງໃຫ້ເກີດຜົນປະໂຫຍດສູງສຸດຕໍ່ປະເທດຊາດ.



ຫວ່າງບໍ່ດົນມານີ້, ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດເຜີຍຕໍ່ສື່ມວນຊົນກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃຫ້ຮູ້ວ່າ ເລີ່ມແຕ່ມື້ລົງມືກໍໍ່ສ້າງທາງລົດໄຟລາວ-ຈີນເຖິງປະຈຸບັນ ຫລື ຮອດວັນທີ 30 ເດືອນ ພະຈິກ 2018 ສາມາດປະຕິບັດໄດ້ 46,5% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖະແຫຼ່ງຂ່າວກ່ຽວກັບຄວາມຄຶບໜ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນຕໍ່ສື່ມວນຊົນ ໃນວັນທີ 12 ທັນວາ 2018 ທີ່ຜ່ານມາຢູ່ກະຊວງ ໂດຍ ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ ນັບແຕ່ວັນທີ 25 ທັນວາ 2016 ໄດ້ເລີ່ມລົງມືກໍ່ສ້າງທາງລົດໄຟລາວ-ຈີນ ມາຮອດວັນ 30 ເດືອນ ພະຈິກ 2018 ຫຼື ເປັນເວລາ 02 ປີ ແມ່ນສາມາດປະຕິບັດໄດ້ 46,5%ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ຖ້າທຽບໃສ່ເດືອນຜ່ານມາ ຄວາມຄຶບໜ້າຂອງໜ້າວຽກເພີ່ມຂື້ນ 3,19%.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ແບ່ງອອກເປັນ 778 ຈຸດກໍ່ສ້າງ ໃນນັ້ນ ໄດ້ເຈາະອຸມົງ 69 ແຫ່ງ ສາມາດເຈາະໄດ້ປະມານ 103,654 ແມັດ, ກໍ່ສ້າງຂົວໄດ້ 139 ແຫ່ງ ໃນນີ້ ສ້າງເສົາຂົວສໍາເລັດ 1,197 ເສົາ ຈະເຈາະເຂັມເສົາຂົວລວມຄວາມຍາວ 205,865 ແມັດ.

ສ່ວນວຽກອໍານວຍຄວາມສະດວກໃຫ້ການກໍ່ສ້າງ ແມ່ນໄດ້ກໍ່ສ້າງເສັ້ນທາງ ເພື່ອເຂົ້າຫາສະຖານທີ່ກໍ່ສ້າງໄດ້ 910 ກິໂລແມັດ ແລະ ຂົວ 4,098 ແມັດ ຕິດຕັ້ງສາຍສົ່ງໄຟຟ້າ 860 ກິໄລແມັດ ຕິດຕັ້ງໜໍ້ແປງ 258 ໜ່ວຍ ແລະ ສ້າງລະບົບນໍ້າປະປາໄດ້ 128 ກິໂລແມັດ.
ນອກຈາກວຽກງານກໍ່ສ້າງພື້ນຖານໂຄງລ່າງຂອງເສັ້ນທາງລົດໄຟລາວ-ຈີນແລ້ວ ວຽກງານການຈ່າຍຊົດເຊີຍໃຫ້ປະຊາຊົນ ກໍ່ມີຄວາມຄຶບໜ້າເຊັ່ນດຽວກັນ ໂດຍສະເພາະແມ່ນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງ ກ່າວ ເປັນຕົ້ນແມ່ນສິ່ງປຸກສ້າງ,ທີ່ດິນທໍາມາຫາກີນ ແລະ ຜົນລະປູກຂອງປະຊາຊົນທີ່ໄດ້ຮັບຜົນປະທົບ ໃນນັ້ນໄດ້ຈ່າຍຄ່າຊົນເຊີຍໄປແລ້ວສາມງວດຄື: ງວດທີ 01 ຈໍານວນ 56,5 ຕື້ກີບ, ງວດທີ 02 ແມ່ນ 81,6 ຕື້ກີບ, ງວດທີ 03 ແມ່ນ 82,9 ຕື້ກີບ ແລະ ງວດທີ 04 ຄາດວ່າຈະຈ່າຍໄວໆນີ້ ຈໍານວນ 134 ຕື້ກີບ.

ຕາມແຜນການຄາດວ່າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈະສ້າງສໍາເລັດພາຍໃນ 5 ປີ ຫຼື ປະມານປີ 2020 ແລະ ມີມູນຄ່າການລົງທຶນທັງໝົດຂອງໂຄງການປະມານ 38,7 ຕື້ຢວນ. ໃນນັ້ນ, ລັດຖະບານ ສປປລາວ ຈະອອກທຶນ 30%. ໂຄງການກໍ່ສ້າງທາງລົດໄຟມີຄວາມຍາວປະມານ 427 ກິໂລແມັດ, ໂດຍຈະເລີ່ມສ້າງນັບແຕ່ດ່ານຊາຍແດນລາວ-ຈີນ ຢູ່ເຂດບໍ່ເຕັນແຂວງຫຼວງນ້ຳທາມາ ເຖິງນະຄອນຫຼວງວຽງຈັນ; ຈົນຮອດຈຸດລົດໄຟເຊື່ອມຕໍ່ລາວ-ໄທແຫ່ງໃໝ່. ເສັ້ນທາງສາຍນີ້ ຈັດຢູ່ໃນປະເພດທາງລົດໄຟມາດຕະຖານລະດັບ 1 ເຊິ່ງມີຄວາມກ້ວາງຂອງລາງ ແມ່ນມາດຕະຖານສາກົນເປັນປະເພດລາງດ່ຽວ, ຄວາມກ້ວາງດ້ານຂ້າງເສັ້ນທາງລົດໄຟເບື້ອງລະ 50 ແມັດ ແລະຈະໄດ້ລ້ອມຮົ້ວໄວ້ເພື່ອຄວາມປອດໄຟຕາມມາດຕະການສາກົນທີ່ໄດ້ກຳນົດໄວ້, ໂດຍຈະສ້າງເປັນລາງດ່ຽວນຳໃຊ້ຄວບຄູ່ກັນ ລະຫວ່າງ ລົດໄຟຂົນສົ່ງສິນຄ້າທີ່ກຳນົດຄວາມໄວປະມານ 120 ກິໂລແມັດ/ຊົ່ວໂມງ ແລະ ຜູ້ໂດຍສານປະ ມານ 160 ກິໂລແມັດ/ຊົ່ວໂມງ. ໂຄງການນີ້ໄດ້ອອກແບບສໍາຮອງໄວ້ສໍາລັບຂົນສົ່ງໂດຍສານເຂດທົ່ງພຽງຢູ່ ເມືອງວັງວຽງ ແຂວງວຽງຈັນ ຫານະຄອນຫຼວງວຽງຈັນແມ່ນ 200 ກິໂລແມັດ/ຊົ່ວໂມງ; ເປັນລະບົບຂັບເຄື່ອນດ້ວຍໄຟຟ້າ, ປະກອບມີສະຖານີ 33 ແຫ່ງ;ໃນນັ້ນມີສະຖານີສໍາລັບຫຼີກລົດໄຟ 11 ແຫ່ງ ແລະ ສະຖານີສິນຄ້າ 1 ແຫ່ງ. 

ໂດຍ: ພາບ-ບົດ: ນໍ້າອອ້ຍຂົມ (ຂປລ )
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.