Header Ads

ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ຕັດສີນຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 50.000.000 ກີບ ໂທດຖານຄ້າສິ່ງເສບຕິ




ອີງຕາມການລາຍງານຂ່າວຂອງ ປກສ ອຸດົມໄຊ  ວ່າ: ວັນທີ 07 ທັນວາ 2018,ຢູ່ຫ້ອງປະຊຸມສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊໄດ້ນຳເອົາຄຳຖະແຫຼງຂອງອົງການໄອຍະການປະຊາຊົນແຂວງສະບັບເລກທີ 109/ອຍກຂ.ອຊ, ລົງວັນທີ 23ພະຈິກ 2018,ໄດ້ພິຈາລະນາ ແລະຕັດສິນ ທ້າວ ຄຳ ຫຼື ທອງ, ອາຍຸ 40 ປີ,ອາຊີບກໍາມະກອນ,ບ້ານຊຽງຢືນ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ,ຈຳເລີຍຖືກກັກຕົວໃນວັນທີ 31ມີນາ 2018 ໃນຂໍ້ຫາມີຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ (ປະເພດຢາຝິ່ນ) ຈຳນວນ 17 ຫໍ່ ນໍ້າໜັກ 23 ກິໂລກຣາມ



ເຄື່ອງຕິດຕົວມີໂທລະສັບຍີ່ຫໍ້ ລາວເທເລຄອມ 1 ເຄື່ອງ, ລົດຈັກຍີ່ຫໍ້ ຮາວຈູ ສີແດງບໍ່ມີປ້າຍທະບຽນໜຶ່ງຄັນ,ບັນຊີເງິນຝາກທະນາຄານຈຳນວນ 217,000ກີບ ສານປະຊາຊົນແຂວງອຸດົມໄຊໄດ້ຕັດອິດສະຫຼະພາບທ້າວຄຳ ຫຼື ທອງ(ຈຳເລີຍ) ຈຳຄຸກຕະຫຼອດຊີວິດ ແລະ ປັບໃໝ 50.000.000ກີບ ເຊິ່ງຈຳເລີຍໄດ້ມີການກະທຳຜິດທາງອາຍາໃນສະຖານຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ(ປະເພດຝິ່ນ),ຮິບຢາເສບຕິດປະເພດຝິ່ນ ຈຳນວນ 17 ຫໍ່, ນໍ້າໜັກ 23 ກິໂລກຣາມຂອງທ້າວຄຳ ຫຼື ທອງມາທຳລາຍຖິ້ມ,ສ່ວນເຄື່ອງຕິດຕົວແມ່ນບໍ່ມີສ່ວນພົວພັນກັບການກະທຳຜິດໃນຄັ້ງນີ້,ຄະນະສານປະຊາຊົນແຂວງອຸດົມໄຊພິຈາລະນາຕັດສິນສົ່ງຄືນແກ່ຈຳເລີຍ.


ພາບ-ຂ່າວ: ປກສ ອຸດົມໄຊ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.