Header Ads

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ



ໃນວັນທີ 10 ທັນວາ 2018, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວ ແມ່ນໝາກຜົນທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມ ຂອງຄະນະວິຊາການ ລາວ-ອາເມລິກາ ໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 01 ປະຈໍາປີ 2018-2019 ຢູ່ກໍລະນີ 1791 ເຂດບ້ານສີບຸນເຮືອງ, ເມືອງຮຸນ, ແຂວງອຸດົມໄຊ ແລະ ຢູ່ກໍລະນີ 1452 ເຂດບ້ານຜາທາງ, ເມືອງຄໍາ, ແຂວງຊຽງຂວາງ.



ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາ ໃນການແກ້ໄຂບັນຫາດັ່ງກ່າວ, ສອງຝ່າຍ ລາວ-ອາເມລິກາ ຈຶ່ງເຫັນດີເປັນເອກະພາບກັນ ຈັດຕັ້ງພິທີມອບ-ຮັບນີ້ຂຶ້ນ.

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບ ໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນ ທ່ານ Colin Crosby, ອຸປະທູດຊົ່ວຄາວຂອງປະເທດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເປັນຜູ້ກ່າວຮັບ. ນອກນີ້, ຜູ້ເຂົ້າຮ່ວມໃນພິທີດັ່ງກ່າວ ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ຈາກພະແນກການຕ່າງປະເທດນະຄອນຫຼວງວຽງຈັນ ແລະ ພະນັກງານວິຊາການສອງຝ່າຍ ລາວ-ອາເມລິກາ ທີ່ມີສ່ວນຮ່ວມຕົວຈິງກ່ຽວກັບວຽກງານດັ່ງກ່າວຈໍານວນໝຶ່ງ ກໍໄດ້ເຂົ້າຮ່ວມນໍາ.



ຕະຫຼອດໄລຍະເວລາຫຼາຍກວ່າ 30 ປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ສະແດງໃຫ້ເຫັນວ່າ: ແມ່ນການຮ່ວມມືທີ່ໄດ້ຮັບຄວາມສໍາຄັນ ແລະ ເອົາໃຈໃສ່ເປັນພິເສດຂອງລັດຖະບານລາວ ແຕ່ສູນກາງຈົນຮອດທ້ອງຖິ່ນ, ຕະຫຼອດຮອດການເສຍສະຫຼະເຫື່ອແຮງ ກໍ່ຄືການຮ່ວມມືຊ່ວຍເຫຼືອຂອງປະຊາຊົນລາວບັນດາເຜົ່າ ທີ່ດໍາລົງຊີວິດໃນບໍລິເວນທີ່ມີການສໍາຫຼວດ ແລະ ຂຸດຄົ້ນຕົວຈິງ ໃນເຂດແຂວງຕ່າງໆທົ່ວປະເທດ, ສິ່ງທີ່ສໍາຄັນແມ່ນຄວາມເຫັນອົກເຫັນໃຈ ແລະ ການຜ່ອນສັ້ນຜ່ອນຍາວຈາກຝ່າຍລາວ ໃນແຕ່ລະໄລຍະຂອງການປະຕິບັດງານຮ່ວມກັນ, ຊຶ່ງທັງໝົດນີ້ ໄດ້ປະກອບສ່ວນຢ່າງສໍາຄັນເຮັດໃຫ້ການຮ່ວມມືສອງຝ່າຍໃນດ້ານນີ້ ໄດ້ຮັບຜົນສໍາເລັດເປັນກ້າວໆມາ.

ຜົນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວນັບແຕ່ມື້ເລີ່ມຕົ້ນຈົນມາຮອດປະຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ຊອກ ຄົ້ນໄດ້ຢູ່ລາວແລ້ວຈຳນວນ 283 ຄົນ, ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວ ນໍາໄປທໍາພິທີທາງສາດສະໜາຕາມການຮ້ອງຂໍຂອງປະຊາຊົນອາເມລິກາ ຫຼື ເກືອບເທົ່າ 50% ຂອງຈໍານວນທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທັງໝົດ ຈໍານວນ 573 ຄົນ, ສ່ວນອີກ 290 ຄົນ ທີ່ຍັງເຫຼືອ ແມ່ນຝ່າຍອາເມລິກາຍັງຈະໄດ້ສືບຕໍ່ຂໍການຮ່ວມມືຈາກລັດຖະບານລາວ ເພື່ອດໍາເນີນການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປໃຫ້ໄວຕື່ມໃນອະນາຄົດ, ເຊີ່ງຝ່າຍລາວ ກໍ່ໄດ້ຢືນຢັນທີ່ຈະສືບຕໍ່ຄວາມກຽມພ້ອມ ໃຫ້ການຮ່ວມມືຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ.


ພາບ-ຂ່າວ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.