Header Ads

ຊຸກຍູ້ເພີ່ມທະວີແກ້ໄຂບັນຫາຊາຍແດນລາວ-ໄທ



ວັນ​ທີ 13 ທັນ­ວາ 2018 ຢູ່​ທຳ​ນຽບ​ປະ­ທານ​ປະ­ເທດ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ໄດ້​ໃຫ້​ກຽດ​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ ພົນ​ເອກ ປຣະ​ຍຸດ ຈັນ​ໂອ­ຊາ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ໄທ ພ້ອມ​ດ້ວຍ​ຄະ­ນະ ໃນ​ໂອ­ກາດ​ເດີນ­ທາງ​ມາ​ຮ່ວມ​ກອງ​ປະ­ຊຸມ​ຮ່ວມ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ລັດ­ຖະ­ມົນ­ຕີ​ລາວ-ໄທ​ແບບ​ບໍ່​ເປັນ​ທາງ​ການ (JCR) ຄັ້ງ​ທີ 3 ຈັດ​ຂຶ້ນ​ວັນ​ທີ 13-14 ທັນ­ວາ​ນີ້ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

ໂອ­ກາດ​ນີ້ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ ແລະ ຕີ​ລາ­ຄາ​ສູງ​ຕໍ່​ການ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ລາວ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄທ ພ້ອມ​ຄະ­ນະ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ແລະ ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ທີ່​ມີ​ມາ​ແຕ່​ດົນ​ນານ ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ລາວ ແລະ ໄທ ເປັນ​ປະ­ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ຈອດ​ກັນ​ທັງ​ທາງ­ບົກ ທາງ­ນ້ຳ ແລະ ທາງ​ອາ­ກາດ ມີ​ຄວາມ​ຜູກ​ພັນ​ທາງ​ດ້ານ​ປະ­ຫວັດ­ສາດ ວັດ­ທະ­ນະ­ທຳ​ຮີດ­ຄອງ​ປະ­ເພ­ນີ ແລະ ພາ­ສາ​ປາກ​ເວົ້າ​ທີ່​ຄ້າຍ­ຄື​ກັນ ອັນ​ນີ້​ຖື​ວ່າ​ເປັນ​ສິ່ງ​ທີ່​ພິ­ເສດ​ທີ່​ສຸດ ປະ­ຊາ­ຊົນ​ສອງ​ປະ­ເທດ​ມີ​ການ​ໄປ­ມາ­ຫາ­ສູ່​ກັນ ແລະ ດຳ­ລົງ​ຊີ​ວີດ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສາ­ມັກ­ຄີ ແລະ ເພິ່ງ​ພາ​ອາ­ໄສ​ເຊິ່ງ​ກັນ ແລະ ກັນ ຄວາມ​ຄ້າຍ­ຄື​ກັນ​ຂອງ​ສອງ​ປະ­ເທດ ບໍ່​ສາ­ມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້ ນອກ­ຈາກ​ນີ້ ທ່ານ​ປະ­ທານ​ປະ­ເທດ ຍັງ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ທີ່​ສອງ​ປະ­ເທດ ໄດ້​ມີ​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ເຊິ່ງ​ກັນ ແລະ ກັນ​ຢ່າງ​ເປັນ​ປົກ­ກະ­ຕິ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ­ຖິ່ນ ພ້ອມ​ນີ້ ທ່ານ​ຍັງ​ໄດ້​ຊຸກ­ຍູ້​ໃຫ້​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ການ​ໄປ­ມາ­ຫາ­ສູ່​ກັນ​ໃນ​ຫຼາຍ​ຂົງ­ເຂດ​ຕື່ມ​ອີກ​ໃນ​ຊຸມ​ປີ​ຕໍ່­ໜ້າ ແລະ ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຄະ­ນະ​ກຳ­ມາ​ທິ​ການ​ຊາຍ​ແດນ​ຮ່ວມ ແລະ ຄະ­ນະ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ຂອງ​ສອງ​ຝ່າຍ​ທີ່​ມີ​ຄວາມ​ພະ­ຍາ­ຍາມ ຊອກ​ຫາ​ວິ­ທີ​ທາງ​ແກ້​ໄຂ​ບັນ­ຫາ​ຊາຍ​ແດນ​ທີ່​ຍັງ​ຄົງ​ຄ້າງ​ຮ່ວມ​ກັນ ໂດຍ​ມີ​ຄວາມ​ຄືບ​ໜ້າ​ຕາມ​ລຳ­ດັບ​ໃນ​ການ​ດຳ­ເນີນ​ການ​ສຳ​ຫຼວດ ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຮ່ວມ​ກັນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ດັ່ງ­ກ່າວ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢ່າງ​ຕໍ່​ເນື່ອງ ດັ່ງ­ນັ້ນ ຈຶ່ງ​ຊຸກ­ຍູ້​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງ​ສອງ​ຝ່າຍ ເພີ່ມ​ທະ­ວີ​ແກ້​ໄຂ​ບັນ­ຫາ​ຊາຍ​ແດນ​ໃຫ້​ສຳ­ເລັດ​ຕາມ​ເປົ້າ​ໝາຍ ທີ່​ສອງ​ຝ່າຍ​ໄດ້​ຕົກ­ລົງ​ຮ່ວມ​ກັນ​ຄື: ຊາຍ​ແດນ​ທາງ­ບົກ​ໃຫ້​ສຳ­ເລັດ ປີ 2020 ແລະ ຊາຍ​ແດນ​ທາງ­ນ້ຳ​ໃຫ້​ສຳ­ເລັດ ປີ 2021.

 ພ້ອມ​ດຽວ​ກັນ​ນັ້ນ ທ່ານ​ປະ­ທານ​ປະ­ເທດ ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ລັດ­ຖະ­ບານ​ໄທ ໂດຍ​ສະ­ເພາະ ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ຊຸກ­ຍູ້​ໃຫ້​ລັດ­ຖະ­ບານ​ໄທ​ສືບ­ຕໍ່​ຊ່ວຍ­ເຫຼືອ ແລະ ສະ­ໜັບ­ສະ­ໜູນ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ລາວ ເປັນ­ຕົ້ນ ບັນ­ດາ​ເສັ້ນ­ທາງ ຂົວ​ຂ້າມ​ນ້ຳ­ຂອງ ແລະ ໂຄງ­ການ​ອື່ນໆ ເພື່ອ​ໃຫ້​ມີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂດຍ​ໄວ ເຊິ່ງ​ຈະ​ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ ເຊື່ອມ​ຈອດ ລະ­ຫວ່າງ ລາວ-ໄທ ແລະ ພາຍ​ໃນ​ອະ­ນຸ​ພາກ​ພື້ນ​ໃຫ້​ມີ​ຄວາມ​ສະ­ດວກ​ຍິ່ງ​ຂຶ້ນ.

ຕອນ​ທ້າຍ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄທ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ເປັນ​ຢ່າງ​ສູງ​ຕໍ່​ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ​ຂອງ​ທ່ານ​ປະ­ທານ​ປະ­ເທດ​ຄັ້ງ​ນີ້ ພ້ອມ​ທັງ​ຕີ​ລາ­ຄາ​ສູງ​ຕໍ່​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ລັດ ແລະ ປະ­ຊາ­ຊົນ​ສອງ​ຊາດ​ລາວ-ໄທ ໃນ​ໄລ­ຍະ​ຜ່ານ​ມາ ທີ່​ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ແລະ ສືບ­ຕໍ່​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.


ພາບ ແລະ ຂ່າວ: ນສພ ວຽງຈັນໃໝ່
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.