Header Ads

ຈີນທໍາລາຍເຂື່ອນໄຟຟ້າພະລັງນໍ້າໃຫຍ່ສຸດໃນອາຊີອາຍຸ 81 ປີ


ອີງການລາຍງານຂອງສໍານັກຂ່າວຊິນຫົວໃນວັນທີ 14 ທັນວາ 2018 ວ່າ: ສປ ຈີນໄດ້ມີການທໍາລາຍເຂື່ອນກັ້ນນໍ້າ ບໍລິເວນສະຖານີຜະລິດໄຟຟ້າພະລັງງານນໍ້າເຟິງໝ່ານ (Fengman Hydropower Station) ໂດຍເຂື່ອນດັ່ງກ່າວເປັນເຂື່ອນໄຟຟ້າພະລັງງານນໍ້າຂະໜາດໃຫຍ່ໃນ ສປ ຈີນ ແລະ ອາຊີ ເຊິ່ງຕັ້ງຢູ່ມົນທົນຈືຫລິນທາງພາກຕາເວັນອອກສຽງເໜືອ  ສປ ຈີນ.






ທ່ານ ເມິ່ງ ຈີຮຸ້ຍ ວິສະວະກອນຜູ້ຮັບຜິດຊອບການທໍາລາຍເຂື່ອນດັ່ງກ່າວເປີດເຜີຍວ່າ :  ຕົວເຂື່ອນມີອາຍຸ 80 ປີ , ມີຄວາມຍາວ 1.000 ແມັດ ແລະ ຕັ້ງເປັນແນວຂວາງແມ່ນໍ້າຊົງຮົວ ຖືກກໍ່ສ້າງໄດ້ 81 ປີຜ່ານມາ (1937-2018)  ມີສະພາບຊຸດໂຊມຈົນຕ້ອງໄປປົດປຈໍາການໃຊ້ງານ ໂດຍການທໍາລາຍ ຄາດວ່າຈະສໍາເລັດໃນເດືອນເມສາ 2019 ນີ້.


ຂໍ້ມຸນຈາກສໍານັກຂ່າວຊິນຫົວ ລະບຸວ່າ ເຂື່ອນແຫ່ງໃໝ່ ແມ່ນຈະຕັ້ງຢູ່ປາຍນໍ້າຫ່າງຈາກເຂື່ອນເກົ່າປະມານ 120 ແມັດ ແລະ ຈະມີກໍາລັງການຜະລິດທີ່ 1.480 ເມກະວັດ ເຊິ່ງສູງກວ່າເຂື່ອນເກົ່າເກືອບ 1,5 ເທົ່າ  ແລະ ຄາດວ່າເຂື່ອນແຫ່ງໃໝ່ນີ້ຈະເລີ່ມເດີນເຄື່ອງຜະລິດໄຟຟ້າພາຍໃນເດືອນມີນາ 2019 ນີ້.


ທີ່ມາ: ສໍານັກຂ່າວ ຊິນຫົວ 
© ໂຕະນໍ້າຊາ | tonamcha.com
___________






Powered by Blogger.