Header Ads

ນັກລົງທຶນມາເລເຊຍຈະລົງທຶນດ້ານກະສິກຳກັບແຂວງຈຳປາສັກ


ແຂວງຈຳປາສັກ ເຊັນບົດບັນທຶກຊ່ວຍຈຳ ກັບ ບໍລິສັດ ອາໂກຣເຕັກ ໂປຣຈຳກັດ ປະເທດມາເລເຊຍ ເພື່ອສ້າງສູນຄົ້ນຄວ້າ ແລະ ພັດທະນາກະສິກຳ, ການຜະລິດເປັນສິນຄ້າ ທີ່ຈຳນຳຜົນປະໂຫຍດຫຼາຍໆດ້ານຮ່ວມກັນ ໃນໄລຍະ 30 ປີຂອງເຂດເມືອງປາກຊ່ອງ.
ພິທີເຊັນບົດບັນທຶກມີຂຶ້ນໃນວັນທີ 11 ທັນວາ 2018 ທີ່ໂຮງແຮມຈຳປາສັກແກຣນ ເຊິ່ງໃຫ້ກຽດເຊັນຮ່ວມລະຫວ່າງທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ ແລະ ທ່ານ ເອິງຈິນຕົງ ຫົວໜ້າຜູ້ຈັດການກຸ່ມບໍລິສັດອາໂກຣເຕັກໂປຣຈຳກັດ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ, ທ່ານ ຫຸມດາວພອນ ສຸກຂະເສີມ ເອກອັກຄະລັດຖະທູດລາວປະຈຳປະເທດເມເລເຊຍ, ມີບັນດາທ່ານຫົວໜ້າຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ການເຊັນບົດບັນທຶກຊ່ວຍຈຳຄັ້ງນີ້ແມ່ນການຮ່ວມມືຊ່ວຍເຫຼືອ ໃນຮູບແບບການລົງທຶນຮ່ວມສອງຝ່າຍ, ຈຸດປະສົງຂອງການຮ່ວມມືແມ່ນເພື່ອສ້າງສູນຄົ້ນຄວ້າ ແລະ ພັດທະນາ, ການຜະລິດເປັນສິນຄ້າ, ສ້າງເປັນແຫຼ່ງທ່ອງທ່ຽວທາງດ້ານກະສິກຳ ພ້ອມດຽວກັນນັ້ນຍັງຈະສ້າງເປັນບ່ອນຝຶກອົບຮົມ ດ້ານປູກພືດຜັກໃນເຮືອນຮົ່ມໂດຍບໍ່ໃຊ້ດິນ( Hydro-ponics) ໃຫ້ແກ່ຊາວສວນ ລວມທັງການປູກພືດຜັກແບບເປີດ( ນອກເຮືອນຮົ່ມ )ເຊັ່ນ: ຜັກກະຫຼ່ຳ. ນອກຈາກນີ້ທາງບໍລິສັດຍັງມີຈຸດປະສົງປູກດອກໄມ້ ແລະ ໄມ້ໃຫ້ໝາກເມືອງໜາວອີກເຊັ່ນ: ໝາກອາງຸ່ນ, ສະຕໍເບີຣີ ແລະ ອື່ນໆ ເຊິ່ງໃນເບື້ອງຕົ້ນແມ່ນຈະຈຳໜ່າຍໃຫ້ກັບຕະຫຼາດພາຍໃນ ຫຼັງຈາກນັ້ນຈະໄດ້ຂະຫຍາຍຕະຫຼາດເພື່ອຮອງຮັບການສົ່ງອອກ.

 ໂຄງການຈະຕັ້ງຢູ່ສະຖານີລ້ຽງງົວໜອງຫີນ, ບ້ານທົ່ງເສັດ ເມືອງປາກຊ່ອງໃນເນື້ອທີ່ 40 ເຮັກຕາ, ເຊິ່ງເນື້ອທີ່ດັ່ງກ່າວຈະເປັນທຶນສົມທົບລະຫວ່າງພະແນກກະສິກຳ ແລະ ປ່າໄມ້ ຮ່ວມກັບບໍລິສັດໃນໄລຍະ 30 ປີ. ໃນນັ້ນໄລຍະ 10 ປີທຳອິດຜະລິດຕະພັນກະສິກຳທັງໝົດທີ່ໄດ້ຈາກການຜະລິດ ແມ່ນທາງບໍລິສັດເປັນຜູ້ຈັດການ ແລະ ຈຳໜ່າຍ. ພາຍຫຼັງ 11-30 ປີ ບໍລິສັດມີຄວາມຍິນດີທີ່ຈະຈ່າຍໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກຈຳນວນ 10% ຂອງລາຍຮັບ. ຫຼັງຈາກຄົບ 30 ປີ ທາງບໍລິສັດຈະມອບກຳມະສິດທຸກຢ່າງລວມທັງໂຄງລ່າງພື້ນຖານໃຫ້ຝ່າຍລາວຮັບຜິດຊອບ ແລະ ບົວລະບັດຮັກສາ. ສ່ວນລາຍຮັບຈາກການທ່ອງທ່ຽວນັບແຕ່ເລີ່ມຈັດຕັ້ງປະຕິບັດແມ່ນຈະປັນຜົນກັນ 50%.

ເນື້ອໃນບົດບັນທຶກລະບຸຕື່ມວ່າ: ໃນຕົ້ນປີ 2019 ທາງບໍລິສັດຈະເລີ່ມລົງມືກໍ່ສ້າງພື້ນຖານໂຄງລ່າງ ແລະ ຍິນດີຈະປະກອບສ່ວນຊ່ວຍເຫຼືອເງິນຈຳນວນໜຶ່ງໃຫ້ແກ່ອຳນາດການປົກຄອງເມືອງປາກຊ່ອງໃນຮູບແບບການຊ່ວຍເຫຼືອກໍ່ສ້າງໂຮງຮຽນ ແລະ ອື່ນໆ. ເຫັນດີເຊີນພະນັກງານຂະແໜງກະສິກຳໄປຝຶກອົບຮົມດ້ານປູກຜັກແບບບໍ່ໃຊ້ດິນທີ່ປະເທດມາເລເຊຍ, ພ້ອມທັງຈະຊ່ວຍປຸກສ້າງເຮືອນຮົ່ມໃຫ້ແກ່ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກຈຳນວນ 1 ຫຼັງ ( ຂະໜາດ 6 ມ X 30 ມ ) ເພື່ອນໍາໃຊ້ເປັນສະຖານທີ່ປະຕິບັດຕົວຈິງຂອງພະນັກງານ, ນັກສຶກສາ, ຊາວສວນ ແລະ ການຮ່ວມມືອື່ໆທີ່ສຳຄັນ. 


ຂ່າວ-ພາບ: ຄຳຫຼ້າ (ນສພສ ຈໍາປາໃໝ່)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.