Header Ads

ກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ພາຍໃຕ້ການຮ່ວມມືປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ



ວັນທີ 18 ທັນວາ 2018 ທີ່ ໂຮງແຮມຫຼວງພະບາງ ວິວ ນະຄອນຫຼວງພະບາງ ກະຊວງພາຍໃນ ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນດ້ານວິຊາການກ່ຽວກັບການຈັດຕັ້ງປະຕິບັດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ໂດຍການເປັນປະທານຂອງທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ,ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ລີ່ ປ່າວ ກ່ວາງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອທີ່ແຂວງຫຼວງພະບາງ,ມີຄະນະຜູ້ແທນຈາກ ສສ ຫວຽດນາມ,ສປ ຈີນ,ຣາຊະອານາຈັກໄທ,ຣາຊະອານາຈັກກໍາປູເຈຍ,ສະຫະພາບມ່ຽນມ່າ,ກອງເລຂາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຕາງໜ້າບັນດາກະຊວງທີ່ກ່ຽວຂ້ອງຂອງລາວ ພ້ອມດ້ວຍຫົວໜ້າພະແນກພາຍໃນແຂວງ-ນະຄອນຫຼວງ ແລະ ຄະນະວິຊາການຂົງເຂດພາຍໃນເຂົ້າຮ່ວມ 100ກວ່າທ່ານ.





ກອງປະຊຸມຄັ້ງນີ້ ເປັນການແລກປ່ຽນດ້ານວິຊາການວຽກງານຄຸ້ມຄອງພົນລະເມືອງຮ່ວມກັນ ລະຫວ່າງບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເຊັ່ນ: ສປປ ລາວ,ສສ ຫວຽດນາມ,ສປ ຈີນ,ຣາຊະອານາຈັກໄທ,ຣາຊະອານາຈັກກໍາປູເຈຍ,ສະຫະພາບມ່ຽນມ່າ.ເຊິ່ງຄະນະຜູ້ແທນຈະໄດ້ແລກປ່ຽນບົດຮຽນດ້ານນະໂຍບາຍນິຕິກໍາ,ລະບົບການຄຸ້ມຄອງພົນລະເມືອງ,ການຈັດຕັ້ງປະຕິບັດການຈົດທະບຽນ ເປັນຕົ້ນ ການຈົດທະບຽນການເກີດ,ການແຕ່ງດອງ,ການຢ່າຮ້າງ,ການປ່ຽນຊື່-ນາມສະກຸນ,ການເສຍຊີວິດ-ສາເຫດການເສຍຊີວິດ,ການນໍາໃຊ້ລະບົບເອເລັກໂຕນິກເຂົ້າໃນການຈົດທະບຽນ ແລະ ເກັບກໍາສະຖິຕິຂອງພົນລະເມືອງ ແລະ ຄະນະຜູ້ແທນຍັງຈະໄດ້ປຶກສາຫາລືກັນກ່ຽວກັບແຜນການປັບປຸງວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງຂອງບັນດາປະເທດເຂົ້າຮ່ວມ.


ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມຄັ້ງນີ້ເປັນການແລກປ່ຽນບົດຮຽນດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອສ້າງໂອກາດໃຫ້ບັນດາກົມຂອງພະແນກພາຍໃນ ແລະ ວິຊາການຂອງລາວທັງສູນກາງ ແລະ ທ້ອງຖິ່ນ ໄດ້ຖອດຖອນບົດຮຽນ ຈາກບັນດາຜູ້ແທນປະເທດແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງ ທີ່ເປັນປະເທດບ້ານໃກ້ເຮືອນຄຽງ,ມີຄວາມຜູກພັນດ້ານວັດທະນະທໍາ,ເຊິ່ງວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແມ່ນວຽກໜຶ່ງທີ່ລັດຖະບານລາວ ໄດ້ເອົາໃຈໃສ່ ແລະ ຖືເປັນວຽກສໍາຄັນໃນການຈັດຕັ້ງປະຕິບັດເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໄດ້ມີກົດໝາຍວ່າດ້ວຍທະບຽນຄອບຄົວ ແລະ ປະກາດໃຊ້ຢ່າງເປັນທາງການ.ສໍາລັບກອງປະຊຸມຄັ້ງນີ້ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ສປ ຈີນ ພາຍໃຕ້ກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ,ມີໄລຍະຈັດຕັ້ງປະຕິບັດ 3 ປີ,ແຕ່ປີ 2018-2020 ປະກອບມີ 3 ກິດຈະກໍາ ເຊັ່ນ: ປີ 2018 ແລກປ່ຽນບົດຮຽນດ້ານວິຊາການກ່ຽວກັບການຈັດຕັ້ງປະຕິບັດການຈົດທະບຽນ ແລະ ສະຖິຕິພົນລະເມືອງ,ປີ 2019 ສ້າງຂີດຄວາມສາມາດກ່ຽວກັບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນຕົ້ນແມ່ນລະບົບຄຸ້ມຄອງຂໍ້ມູນພົນລະເມືອງ,ການຜະລິດສື່ໂຄສະນາ ແລະ ການເຜີຍແຜ່ສະຖິຕິສໍາຄັນຂອງວຽກງານພົນລະເມືອງ ແລະ ໃນປີ 2020 ສ້າງຄວາມສາມາດ ແລະ ເພີ່ມຄວາມຮູ້ໃຫ້ຊຸມຊົນ,ເຮັດໃຫ້ປະຊາຊົນມີສ່ວນຮ່ວມ ແລະ ເຂົ້າໃນການບໍລິການວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ.





ພາບ ແລະ ຂ່າວ: ເພັດສາຄອນ ສິມມະວົງ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.