Header Ads

ສະມາຊິກສະພາແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍວ່າດ້ວຍຄົນພິການ




ມື້ນີ້ ວັນທີ 10 ທັນວາ 2018 ເປັນມື້ທີ 14 ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ເຊິ່ງໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານແຫ່ງຊາດ, ໂດຍບັນດາຜູ້ແທນປະຊາຊົນ ໄດ້ຮັບຟັງການນຳ ສະເໜີຮ່າງກົດໝາຍວ່າດ້ວຍຄົນພິການ ເຊິ່ງເປັນກົດໝາຍສ້າງໃໝ່ ທີ່ຖືກສະເໜີຕໍ່ສະພາແຫ່ງຊາດ ເພື່ອຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາໄປຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ. ຮ່າງກົດຫມາຍວ່າດ້ວຍຄົນພິການສະບັບນີ້ ຖືກສະເໜີໂດຍ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ປະກອບດ້ວຍ 6 ບັນຫາ ຄື :



1. ສະພາບການຈັດຕັ້ງປະຕິບັດວຽກງານຄົນພິການ
2. ເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງກົດໝາຍວ່າດ້ວຍຄົນພິການ
3. ຈຸດປະສົງຂອງການສ້າງຮ່າງກົດໝາຍ
4. ສະພາບການສ້າງຮ່າງກົດໝາຍວ່າດ້ວຍຄົນພິການ
5. ໂຄງປະກອບຮ່າງກົດໝາຍວ່າດ້ວຍການໃຫ້ວັກຊິນກັນພະຍາດ
6. ຄາດຄະເນຜົນໄດ້ຮັບ ເມື່ອກົດໝາຍຖືກຮັບຮອງ ແລະ ປະກາດໃຊ້

ຄົນພິການຖືວ່າ ແມ່ນອົງປະກອບໜຶ່ງຂອງພົນລະເມືອງຂອງຊາດ; ວຽກງານຄົນພິການ ກໍ່ແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ຍາວນານ ຍ້ອນວ່າການປົກປ້ອງສິດຂອງຄົນພິການ ແລະ ການພັດທະນາຄົນພິການ ແມ່ນຕິດພັນກັບການປະຕິບັດສິດທິມະນຸດໃນການພັດທະນາຊັບພະຍາກອນມະນຸດ; ດັ່ງນັ້ນ, ໂດຍເຫັນໄດ້ຄວາມສຳຄັນຂອງບັນຫາ ດັ່ງກ່າວ, ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ແຫ່ງ ສ ປປ ລາວ ຈຶ່ງໄດ້ເອົາໃຈໃສ່ຕໍ່ວຽກງານຄົນພິການ ໂດຍໄດ້ກຳນົດ ນະໂຍບາຍ ແລະ ກິດຈະກຳຕ່າງໆ ໃນແຕ່ລະໄລຍະ ເພື່ອຄຸ້ມຄອງ ແລະ ການພັດທະນາຄົນພິການ.



ຕໍ່ຮ່າງກົດໝາຍສະບັບດັ່ງກ່າວ, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ຜູ້ແທນສະພາແຫ່ງຊາດໄດ້ ສຸມທຸກສະຕິປັນຍາໃນການປະກອບຄຳຄິດເຫັນ ໃສ່ຮ່າງກົດໝາຍນີ້ ເພື່ອໃຫ້ມີຄວາມຮັດກຸມ ແລະ ເພື່ອເປັນເຄື່ອງມືອັນສຳຄັນໃນການຄຸ້ມຄອງ, ແລະ ຕິດຕາມກວດກາວຽກງານຄົນພິການ, ແນ່ໃສ່ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນພິການ, ລຶບລ້າງທຸກໆການຈຳແນກຕໍ່ຄົນພິການ, ສ້າງເງື່ອນໄຂໃຫ້ຄົນພິການໄດ້ຮັບການພັດທະນາຕົນເອງ, ສາມາດເພິ່ງຕົນເອງ ແລະ ສາມາດເຂົ້າຮ່ວມກິດຈະກຳທາງສັງຄົມໄດ້; ທັງຮັບປະກັນໃຫ້ຄົນພິການມີຄວາມສະເໝີພາບທາງດ້ານການເມືອງ, ກົດໝາຍ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ. ປະທານກອງປະຊຸມໄດ້ເນັ້ນໃຫ້ປະກອບຄຳເຫັນໃສ່ແຕ່ລະບັນຫາດັ່ງນີ້:




1. ການດໍາເນີນກົດໝາຍຂອງລັດກ່ຽວກັບວຽກງານຄົນພິການຕາມທີ່ໄດ້ກຳນົດໄວ້ເຫັນວ່າຄົບຖ້ວນ ແລະ ເໝາະສົມແລ້ວບໍ່? ຫຼື ຄວນກຳນົດຫຍັງຕື່ມ?
2. ການກຳນົດຫຼັກການກ່ຽວກັບວຽກງານຄົນພິການເຫັນວ່າຖຶກຕ້ອງແລ້ວບໍ່ ຫຼືຄວນກຳນົດຫຼັກການໃດຕື່ມ?
3. ການເກັບກຳສະຖິຕິ, ການຂຶ້ນທະບຽນຄົນພິການ ສອດຄ່ອງຄົບຖ້ວນແລ້ວບໍ່ ເພື່ອຈະປັບໃຫ້ຄົນມີການໄດ້ຮັບການຄຸ້ມຄອງ ແລະ ມີນະໂຍບາຍຢ່າງເໝາະສົມ?
4. ການກໍານົດກ່ຽວກັບການຝຶກອົບຮົມວິຊາຊີບ, ການມີວຽກເຮັດງານທຳ ແລະ ການຊ່ວຍເຫຼືອຄົນພິການ ຄວນກຳນົດ ແນວໃດຕື່ມອີກເພື່ອເປັນການສ້າງ ແລະ ພັດທະນາຄົນພິການໃຫ້ສາມາດຊ່ວຍເຫລືອຕົນເອງໄດ້?
5. ການກໍານົດນະໂຍບາຍກ່ຽວກັບການຊຸກຍູ້,ສົ່ງເສີມທຸລະກິດຂອງຄົນພິການ, ນະໂຍບາຍດ້ານພາສີອາກອນເຫັນວ່າສອດຄ່ອງ ແລະ ສົມແລ້ວບໍ່?
6. ການເຂົ້າເຖິງ, ການຂົນສົ່ງສະທາລະນະສຳລັບຄົນພິການນັ້ນ ຖືກຕ້ອງເໝາະສົມແລ້ວບໍ່?
7. ກອງທຶນຄົນພິການ ແລະ ການຄຸ້ມຄອງບໍລິການກອງທຶນເໝາະສົມແລ້ວບໍ່?

ທັງຫມົດນີ້ ກໍ່ຄື ຫຼາຍໆບັນຫາທີ່ຕິດພັນກັບຊີວິດຕົວຈິງຂອງຄົນພິການ ທີ່ຜູ້ແທນສະພາແຫ່ງຊາດແຕ່ລະເຂດ ເລືອກຕັ້ງ ທົ່ວປະເທດຈະຕ້ອງໄດ້ປະກອບຄຳຄິດຄຳເຫັນເພີ່ມຕື່ມໃສ່ຮ່າງກົດໝາຍວ່າດ້ວຍຄົນພິການ, ເພື່ອໃຫ້ມີຄວາມອຸດົມສົມບູນ, ແລະ ມີຄວາມຮັດກຸມ, ສາມາດຖືກຮັບຮ້ອງ ແລະ ນຳເອົາໄປຈັດຕັ້ງປະຕິບັດຕໍ່ໄປໄດ້.

ທີ່ມາ: ວສລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.