Header Ads

ອະດີດປະທານພັກ ປະທານປະເທດເນັ້ນໃຫ້ ກໍ່ສ້າງສັງຄົມນິຍົມເລີ່ມຈາກຮາກຖານ



ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ສປປ ລາວ ໄດ້ໂອ້ລົມພະນັກງານການນຳຫຼັກແຫຼ່ງ ຂອງແຂວງຈຳປາສັກ ໃນວັນທີ 6 ທັນວາ 2018 ຢູ່ສະໂມສອນຫຼັກສີ່ ນະຄອນປາກເຊ.​ ໂອກາດ ໂອລົມທ່ານຄຳໄຕ ສີພັນດອນ ໄດ້ເນັ້ນໃຫ້ພ້ອມກັນເອົາໃຈໃສ່ນຳພາກໍ່ສ້າງສັງຄົມນິຍົມ ດ້ວຍການສືບຕໍ່ເສີມຂະຫຍາຍບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ເລີ່ມຈາກຮາກຖານ; ໃນນັ້ນຕ້ອງເຮັດໃຫ້ການຈັດຕັ້ງຮາກຖານມີຄວາມເຂັ້ມແຂງໜັກແໜ້ນ,ປະຊາຊົນແຕ່ລະບ້ານມີຢູ່ມີກິນ,ສັງຄົມມີຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳ ແລະ ສີວິໄລ.





ນອກນີ້,ອະດີດປະທານພັກ ປະທານປະເທດກໍໄດ້ໂອ້ລົມຊີ້ນຳບັນຫາສຳຄັນອື່ນໆອີກ ເພື່ອເປັນທິດເຍືອງທາງໃຫ້ຄະນະພັກ,ອົງການປົກຄອງແຂວງ,ນະຄອນ ແລະເມືອງ,ພະແນກການກົມກອງຕ່າງໆ ໄດ້ນຳໄປຈັດຕັ້ງນຳພາໃຫ້ມີຜົນສຳເລັດ.

ຂ່າວ: ເກດສະຫນາ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.