Header Ads

ພິທີປະກາດເລື່ອນຊັ້ນ ນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ ໃຫ້ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ


ພິທີປະກາດເລື່ອນຊັ້ນ  ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2018 ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໂດຍ ເປັນກຽດເຂົ້າຮ່ວມ ແລະ ປະດັບຫລຽນ, ໂດຍ ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະ ທານປະເທດ ແຫ່ງ ສປປ ລາວ, ມີບັນດາການນຳ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.





ອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015, ອີງຕາມກົດ ໝາຍ ວ່າດ້ວຍນາຍທະຫານສະບັບປັບປຸງ ປີ 2018 ແລະ ອີງຕາມໜັງສືສະເໜີ ຂອງນາຍົກລັດຖະມົນຕີ. ດັ່ງນັ້ນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຈຶ່ງໄດ້ອອກລັດຖະດຳລັດ ເລກທີ 317/ປປທ, ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ.

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດ ຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ເລື່ອນຊັ້ນ ຂຶ້ນເປັນພົນເອກ ຄົນຫລ້າສຸດຂອງ ສປປ ລາວ ຖັດຈາກ ທ່ານ ພົນເອກ ຄຳໄຕ ສີພັນດອນ ແລະ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ.

ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ເກີດເມື່ອວັນທີ 1 ເດືອນ ມິນາ ປີ 1948 ທີ່ແຂວງ ຜົ້ງສາລີ, ຊົນເຜົ່າກືມມຸ, ລະດັບວັດທະນະທຳ ມ6, ລະດັບວິຊາສະເພາະປະລິນຍາໂທ ການເມືອງ-ການປົກຄອງ. ທ່ານໄດ້ເຂົ້າຮ່ວມການປະຕິວັດ ໃນວັນທີ 4 ພະຈິກ ປີ 1963 ແລະ ເປັນກຳມະການກົມການເມືອງສູນກາງພັກ ແລະ ດຳລົງຕຳແໜ່ງເປັນລັດຖະມົນຕີກະ ຊວງປ້ອງກັນປະເທດ.


Source : Lao National Radio 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.