ລັດຖະມົນຕີ ຮສສ ຕ້ອນຮັບປະທານ ກິດຕິມະສັກ ອົງການ ເອັສໂອເອັສ ສາກົນ
ວັນທີ 4 ທັນວາ 2018 ນີ້, ທີ່ກະຊວງແຮງງານ ແລະສະຫວັດດິການສັງຄົມ, ນະຄອນຫລວງວຽງຈັນ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫລືອເດັກນ້ອຍ ເອັສໂອເອັສລາວ (SOS) ໄດ້ຕ້ອນຮັບ ທ່ານ ເຮວມຸດ ກຸຕິນ ປະທານກິດຕິມະສັກ ອົງການ ເອັສໂອເອັສສາກົນ, ພ້ອມດ້ວຍຜູ້ອຳນວຍການໂຄງການ ບ້ານຊ່ວຍເຫລືອເດັກ ນ້ອຍ ເອັສໂອເອັສລາວ ເພື່ອປຶກສາຫາລືເລື່ອງເຈົ້າແຂວງ Tyrol ປະເທດ Austria ພ້ອມດ້ວຍຄະນະ ຈະເຂົ້າມາມອບຫລຽນກາສູງສຸດ ໃຫ້ແກ່ ທ່ານນາຍົກລັດຖະມົນຕີ ປະທານກິດຕິມະສັກຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກນ້ອຍ ເອັສໂອເອັສ ລາວ ໃນວັນທີ 9 ກຸມພາ 2019 ທີ່ຈະມາເຖີງນີ້.
ໂອກາດນີ້, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເຮວມຸດ ກຸຕິນ ທີ່ໄດ້ເດີນທາງມາປຶກສາຫາລືວຽກງານສຳຄັນດັ່ງກ່າວ, ພ້ອມທັງໄດ້ສະແດງຄວາມຂອບອົກຂອບໃຈມາຍັງອົງການ ເອັສໂອເອັສສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫລືອ ບ້ານຊ່ວຍເຫລືອເດັກນ້ອຍ ເອັສໂອເອັສ ລາວ ຕະຫລອດໄລຍະຜ່ານມາ 25 ປີ, ເຊິ່ງໄດ້ປະກອບສ່ວນສຳຄັນ ເຮັດໃຫ້ເດັກນ້ອຍລາວ ຜູ້ທີ່ດ້ອຍໂອກາດ ໄດ້ຮັບການສຶກສາຮໍ່າຮຽນທີ່ດີຂື້ນ.
ພາບ- ຂ່າວ: ເພັດສະໄໝ)
___________
Post a Comment