Header Ads

ສຶກສາຄວາມເປັນໄປໄດ້ພັດທະນາ ທີ່ດິນເນື້ອທີ່ 15.4 ເຮັກຕາ ໜ້າເຂື່ອນນໍ້າງື່ມ 1 ເປັນແຫຼ່ງທ່ອງທ່ຽວ



ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງອົງການປົກຄອງແຂວງວຽງຈັນ ແລະ ບໍລິສັດ ສີສະເກດກໍ່ສ້າງ ເຄຫາສະຖານຂົວ-ທາງ ແລະ ສ້ອມແປງຊົນລະປະທານ ຈຳກັດ ເພື່ອລົງທຶນສຶກສາຄວາມເປັນໄປໄດ້ ໃນໂຄງການພັດທະນາສະຖານທີ່ທ່ອງທ່ຽວໃນເນື້ອທີ່ 15,4 ເຮັກຕາ ຢູ່ໜ້າເຂື່ອນນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນ ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ວີດົງ ໄຊຍະສອນ ກຳມະການສູນການພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ເປັນກຽດເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນຄັ້ງນີ້ ຕາງໜ້າຝ່າຍອຳນາດການປົກຄອງແຂວງວຽງຈັນໂດຍ ທ່ານ ສຸກັນ ວິໄລຣັດ ກຳມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ທ່ານ ເພັດ ສີສະເກດ ປະທານບໍລິສັດ ສີສະເກດ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ສ້ອມແປງຊົນລະປະທານ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ພະນັກງານຂັ້ນສູງຂອງທັງສອງຝ່າຍ.

ທ່ານ ເພັດ ສີສະເກດ ປະທານ ບໍລິສັດ ສີສະເກດກໍ່ສ້າງເຄຫາສະຖານຂົວ-ທາງ ແລະ ສ້ອມແປງຊົນລະປະທານ ຈຳກັດ ໄດ້ກ່າວວ່າ: ພາຍຫຼັງທີ່ເຊັນບົດບັນທຶກຄວາມ ເຂົ້າໃຈ MOU ແລ້ວບໍລິສັດຕົນ ຈະໄດ້ເລີ່ມລົງມີສຳຫຼວດ, ສຶກສາ ຄວາມເປັນໄປໄດ້ ໃຫ້ສຳເລັດ ຕາມແຜນການ ໂດຍໃຊ້ເວລາ18 ເດືອນ ຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນຂອງທັງສອງຝ່າຍ ໂດຍເລັ່ງໃສ່ສຳຫຼວດ ດ້ານຜົນກະທົບສິ່ງແວດລ້ອມ ຕ່າງໆ, ສຳຫຼວດເນື້ອທີ່ພູມສາດກໍ່ຄືເນື້ອທີ່ປຸກສ້າງໂຮງແຮມ, ເຮືອນພັກ ແລະ ສະຖານທີ່ທ່ອງທ່ຽວ ເພື່ອຮັບໃຫ້ແກ່ນັກທ່ອງທ່ຽວໄດ້ຢ່າງທົ່ວເຖິງ ພ້ອມຮັບປະກັນ ຄວາມປອດໄຫ້ໃດ້ 100%.


ຂໍ້ມູນ : ແຂວງວຽງຈັນອອນລາຍ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.