Header Ads

ສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຕະຫຼາດສູນການຄ້າທ່ີໃຫຍ່ ແລະ ທັນສະໄໝ


ອົງການປົກຄອງແຂວງຈໍາປາສັກ ແລະ ນະຄອນປາກເຊ ມີຄວາມຕ້ອງການຈະພັດທະນາເນື້ອທີ່ດິນສະຖານີວິທະຍຸກະຈາຍສຽງແຂວງຈໍາປາສັກ ຫຼັກ 2 ບ້ານໂພນສະຫວັນ ນະຄອນປາກເຊ ໃຫ້ເປັນຕະຫຼາດສູນການຄ້າແຫ່ງໃໝ່ ແລະ ທັນສະໄໝ ຢູ່ນະຄອນປາກເຊ ຕິດພັນກັບການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ - ສັງຄົມຂອງແຂວງ. ຍ້ອນແນວນັ້ນ ຈິ່ງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນໂຄງການພັດທະນາດັ່ງກ່າວ. 



ພິທີເຊັນບົດບັນທຶກຄັ້ງນີ້ ຈັດຂຶ້ນໃນວັນທີ 21 ມັງກອນ 2019 ຜ່ານມາ ຢູ່ພະແນກແຜນການ ແລະ ການລົງທຶນແຂວງ ລະຫວ່າງ ອົງການປົກຄອງແຂວງ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ລົງນາມໂດຍ ທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ເຊິ່ງລົງນາມໂດຍທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໂດຍມີທ່ານ ປອ.ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ທ່ານ ສຸລິວັນ ສະຫວັດທະສິນ ເຈົ້ານະຄອນປາກເຊ. ມີການນໍາຈາກພະແນກການກົມກອງ, ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາ ແລະ ພະນັກງານວິຊາການສອງຝ່າຍເຂົ້າຮ່ວມ.

ທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໃຫ້ທັດສະນະວ່າ: ຈະສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນໂຄງການພັດທະນາຕະຫຼາດໃນພື້ນທ່ີດິນຂອງສະຖານີວິທະຍຸກະຈາຍສຽງແຂວງຈໍາປາສັກ ຫຼັກ 2 ບ້ານໂພນສະຫວັນ ນະຄອນປາກເຊ ໃນເນື້ອທີ 24.711 ຕາແມັດ ເພື່ອພັດທະນາເປັນຕະຫຼາດສູນການຄ້າທີ່ໃຫຍ່ ແລະ ທັນສະໄໝ ທີ່ສຸດໃນນະຄອນປາກເຊ ກໍ່ຄືແຂວງຈໍາປາສັກເຊິ່ງຈະເລີ່ມສຶກສາສໍາຫຼວດນັບແຕ່ເຊັນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ, ໄລຍະເວລາໃນການສຶກສາສໍາຫຼວດແມ່ນ 6 ເດືອນ, ຖ້າບໍ່ສໍາເລັດ ກໍ່ສາມາດຕໍ່ໄດ້ 1 ຄັ້ງ ບໍ່ກາຍ 3 ເດືອນ. ສໍາລັບທຶນໃນການສຶກສາສໍາຫຼວດ ແມ່ນບໍລິສັດຮັບຜິດຊອບ 100%. ສ່ວນອາຄານສະຖານີວິທະຍຸຫຼັງເກົ່າ ທີ່ນອນຢູ່ໃນເນື້ອທີ່ໂຄງການນັ້ນ ທາງກຸ່ມບໍລິສັດພວກຂ້າພະເຈົ້າ ໄດ້ລົງທຶນກໍ່ສ້າງອາຄານສະຖານີຫຼັງໃໝ່ຊົດເຊີຍໃຫ້ແລ້ວ, ປັດຈຸບັນ ສໍາເລັດແລ້ວ 90% ແລະ ຈະສືບຕໍ່ສ້າງໃຫ້ສໍາເລັດໃນມໍ່ໆນີ້.
ກ່ຽວກັບຮູບແບບການບໍລິການຂອງຕະຫຼາດສູນການຄ້າ ທີ່ຈະສຶກສາສໍາຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ ນັ້ນ, ທ່ານ ຄໍາໄຕ ແກ້ວດວງດີ ຮອງປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໃຫ້ສໍາພາດວ່າ: ຕາມແຜນການສຶກສາສໍາຫຼວດ ໂຄງການພັດທະນາຕະຫຼາດດັ່ງກ່າວນີ້ ມີຄວາມແຕກຕ່າງຈາກຕະຫຼາດທີ່ມີຢູ່ໃນນະຄອນປາກເຊ ໃນປັດຈຸບັນ, ເປັນອາຄານ 2 ຊັ້ນ, ມີ 2 ຫຼັງ ແລະ ແບ່ງເປັນ 2 ໂຊນໃຫຍ່ໆ, ໂຊນໜຶ່ງເປັນຫ້ອງວາງສະແດງ, ຈໍາໜ່າຍສິນຄ້າທົ່ວໄປ ແລະ ໂຊນໜຶ່ງ ເປັນຫ້ອງໂຖງໃຫຍ່ ເພື່ອຮັບໃຊ້ການວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນພາຍໃນແຂວງຈໍາປາສັກ ແລະ 4 ແຂວງພາກໃຕ້ ທັງຮັບໃຊ້ການຈັດງານ ຫຼື ກິດຈະກໍາຕ່າງໆຕື່ມອີກ. 


ຂ່າວ - ພາບ: ທູນທອງໃຈ (ນສພ ຈໍາປາໃໝ່)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.