Header Ads

ປິດໂຄງການຄົ້ນຄວ້າວິທະຍາສາດ ປະຫວັດສາດ ແລະ ຍຸດທະສາດການທະຫານປະຈຳປີ 2018



ພິທີປິດໂຄງການຄົ້ນຄວ້າວິ ທະຍາສາດ, ປະຫວັດສາດ ແລະ ຍຸດທະສາດການທະຫານ ປະຈໍາ ປີ 2018 ໄດ້ຈັດຂຶ້ນໃນວັນທີ 25 ມັງກອນນີ້ ໂດຍການເຂົ້າຮ່ວມ ຂອງທ່ານ ພົນຕີ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະນໍາ ກົມໃຫຍ່, ຫ້ອງວ່າການກະຊວງພະນັກງານປະຕິວັດອາວຸໂສ, ນັກ ວິຊາການ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. 

ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານໄດ້ຂຶ້ນ ຜ່ານບົດສະຫຼຸບໂຄງການຄົ້ນ ຄວ້າວິທະຍາສາດ, ປະຫວັດສາດ ແລະ ຍຸດທະສາດການທະຫານ ປະຈໍາປີ 2018 ເຊິ່ງນັບແຕ່ໄດ້ ຮັບການມອບໝາຍຈາກກະຊວງ ປ້ອງກັນປະເທດ ກົມ ວສ-ປສ ການທະຫານ ຄະນະຮຽບຮຽງ, ນັກຂຽນ ແລະ ວິຊາການທຸກພາກ ສ່ວນກໍໄດ້ເອົາໃຈໃສ່ປະກອບ ສ່ວນເຮັດສຳເລັດໜ້າທີ່ຕາມແຜນ ການ, ໂດຍໄດ້ສົມທົບແໜ້ນກັບ ບັນດາກົມກອງທ້ອງຖິ່ນ, ກອງ ບັນຊາການຂອງບັນດາແຂວງ ທີ່ກ່ຽວຂ້ອງ, ແຕ່ງຕັ້ງບັນດາ ຂະແໜງຮັບຜິດຊອບສະເພາະໃນ ການຊອກຫາຂໍ້ມູນ, ຂ່າວສານ, ຄົ້ນຄວ້າພົບປະພະຍານປະ ຫວັດສາດ ພ້ອມທັງໄດ້ຈັດຕັ້ງ ສຳມະນາປະກອບຄຳຄິດເຫັນ ໃສ່ໂຄງຮ່າງຄົ້ນຄວ້າ, ກຳນົດ ບັນດາເຫດການ, ສະຖານທີ່ ຮ່ອງຮອຍປະຫວັດສາດແຫ່ງ ການຕໍ່ສູ້ຂອງກອງທັບ ແລະ ປະ ຊາຊົນບັນດາເຜົ່າ ອັນໄດ້ສ້າງ ເງື່ອນໄຂອຳນວຍຄວາມສະດວກ ໃຫ້ຄະນະຮັບຜິດຊອບໄດ້ເຮັດສຳ ເລັດໜ້າທີ່ໃນການຄົ້ນຄວ້າດ້ວຍ ຄຸນະພາບສູງ ເຊິ່ງໄດ້ຮັບຜົນສຳ ເລັດລວມມີ 9 ໂຄງການຄື: ໂຄງ ການຄົ້ນຄວ້າຂຽນ, ຮຽບຮຽງ ແລະ ຈັດພິມ “ບັ້ນເຄື່ອນໄຫວ ບຸກໂຈມຕີປົດປ່ອຍເມືອງໃໝ່ ແຂວງອັດຕະປືວັນທີ 29 ເມສາ 1970”, ໂຄງການຄົ້ນຄວ້າ ຂຽນ, ຮຽບຮຽງ ແລະ ຈັດພິມ “ບັ້ນຮົບບຸກໂຈມຕີປົດປ່ອຍອາ ໂນ-ຕົງເຊີ ວັນທີ 7 ມັງກອນ 1966”, ໂຄງການຄົ້ນຄວ້າ ຮຽບຮຽງ ແລະ ຈັດພິມ “ເອກະ ສານກ່ຽວກັບການເຄື່ອນໄຫວ ສູ້ຮົບຢູ່ສະໜາມຮົບທົ່ງໄຫຫີນ- ຊຽງຂວາງ ໃນສະໄໝຕໍ່ສູ້ຕ້ານ ກັບຈັກກະພັດອາເມຣິກາປີ 1971-1972”, ໂຄງການຂຽນ, ປັບປຸງ ແລະ ຮຽບຮຽງ ປື້ມປະ ຫວັດສາດກອງທັບປະຊາຊົນ ລາວຄົບຮອບ 70 ປີ, ໂຄງການ ວັດຈະນານຸກົມຄໍາສັບການທະ ຫານລາວ ແມ່ນໂຄງການວິທະຍາ ສາດການທະຫານເລີ່ມຕົ້ນໂຄງ ການແຕ່ປີ 2013 ລວມມີ 1.081 ໜ້າ, ມີ 4.000 ຄຳສັບ, ໂຄງ ການຄົ້ນຄວ້າຍຸດທະສາດການທະ ຫານຂຽນ-ຮຽບຮຽງປື້ມປົກ ຂາວ “ນະໂຍບາຍປ້ອງກັນຊາດ ຂອງ ສປປລາວ” ຄັ້ງທີ IV, ໂຄງ ການຂຽນເອກະສານຄຳຖາມ- ຄຳຕອບ ເພື່ອຕ້ານຍຸດທະສາດ “ຫັນປ່ຽນໂດຍສັນຕິ” ຂອງ ອິດທິກຳລັງປໍລະປັກ, ໂຄງການ ເອກະການ “ຮັບປະກັນວຽກງານ ສື່ສານ-ເອເລັກໂຕຣນິກ” ໃຫ້ ການສູ້ຮົບຍຸດທະສາດໃນວຽກ ງານປ້ອງກັນຊາດໃນໄລຍະໃໝ່ ແລະ ໂຄງການຄົ້ນຄວ້າຍຸດທະ ສາດສົມທົບກັບເສດຖະກິດກັບ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃນຂະບວນວິວັດພັດທະນາ ເສດຖະກິດຂອງແຂວງໄຊຍະບູ ລີໃນສະພາບການໃໝ່. 

ໝາກຜົນ ດັ່ງກ່າວກໍຍ້ອນຄະນະນຳກະຊວງ ປ້ອງກັນປະເທດ ໂດຍສະເພາະ ແມ່ນປະທານສະພາວິທະຍາ ສາດຂັ້ນກະຊວງ ແລະ ຄະນະຮັບ ຜິດຊອບຊີ້ນຳໂດຍກົງຕໍ່ໂຄງການ ດັ່ງກ່າວທີ່ໄດ້ເອົາໃຈໃສ່ຊີ້ນຳ ຢ່າງໃກ້ຊິດຕິດແທດ, ທັງແມ່ນ ໝາກຜົນແຫ່ງການສູ້ຊົນບຸກບືນ ຜ່ານຜ່າທຸກອຸປະສັກຄວາມຫຍຸ້ງ ຍາກດ້ວຍຄວາມຮັບຜິດຊອບສູງ, ສຳລັບປື້ມດັ່ງກ່າວນັ້ນແມ່ນໄດ້ ຈັດພິມເປັນປື້ມສົມບູນຈະນຳໄປແຈກຢາຍໃຫ້ກວ້າງຂວາງ ເພື່ອ ນຳໃຊ້ເປັນເອກະສານຮັບໃຊ້ການ ຮຽນຢູ່ບັນດາວິທະຍາຄານ, ໂຮງ ຮຽນໃນກອງທັບ ພ້ອມກັນນັ້ນກໍ ເພື່ອສ້າງເປັນເອກະສານສຶກສາ ມູນເຊື້ອການປະຕິວັດ, ການສູ້ ຮົບມີໄຊໃຫ້ແກ່ຮຸ່ນສືບທອດໄດ້ຮໍ່າ ຮຽນເອົາແບບຢ່າງເພື່ອນຳໄປ ໝູນໃຊ້ເຂົ້າໃນວຽກງານຕົວຈິງ. 

ຈາກນັ້ນກໍໄດ້ລົງນາມເຊັນມອບ ຮັບເຊິ່ງກັນ ແລະ ກັນລະຫວ່າງ ທ່ານ ພົນຕີ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວຫນ້າກົມໃຫຍ່ ການເມືອງກອງທັບ ແລະ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດປະຫວັດ ສາດການທະຫານກອງທັບ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ.

ໂອກາດນີ້ທ່ານ ພົນຕີ ທອງ ລອຍ ສິລິວົງ ກໍໄດ້ໃຫ້ທິດຊີ້ນໍາ ຫຼາຍບັນຫາສໍາຄັນຕໍ່ຄະນະພັກ-ຄະນະບັນຊາກົມວິທະຍາສາດ ປະຫວັດສາດການທະຫານ ແລະ ນັກວິຊາການທຸກພາກສ່ວນ ເພື່ອ ເປັນແນວທາງໃນການສືບຕໍ່ຄົ້ນ ຄວ້າບົດວິທະຍາສາດ ຫລື ບົດວິ ທະຍານິພົນໃນຫົວຂໍ້ຕ່າງໆໃນຕໍ່ ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ. ໂອກາດດຽວກັນນີ້ຍັງໄດ້ຈັດຕັ້ງ ຍ້ອງຍໍຜົນງານ 5 ປີເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບຄົບ ຮອບ 70 ປີໃຫ້ບຸກຄົນ ແລະ ກົມ ກອງລວມຫມູ່ທີ່ມີຜົນງານດີເດັ່ນ ທົ່ວກົມ ວສ-ປສ, ໃນນັ້ນບຸກຄົນ ໄດ້ຮັບຫຼຽນໄຊອິດສະຫລະຊັ້ນ II ຈໍານວນ 9 ສະຫາຍ ແລະ 1 ກົມກອງ, ຊັ້ນ III ຈໍານວນ 16 ສະຫາຍ ແລະ 2 ກົມກອງ, ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈໍານວນ 15 ສະຫາຍ ແລະ 4 ກົມກອງ, ຊັ້ນ III ຈໍານວນ 46 ສະຫາຍ ແລະ 1 ກົມກອງ, ໄດ້ຮັບຫຼຽນກາແຮງງານຈໍາ ນວນ 47 ສະຫາຍ, ໄດ້ຮັບໃບ ຍ້ອງຍໍລັດຖະບານມີ 15 ສະ ຫາຍ, ໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດມີ 9 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍກົມໃຫຍ່ ການເມືອງກອງທັບມີ 7 ສະຫາຍ.

ທີ່ມາ : ນ. ຍ້ອມເພັດ ວິໄລພັນ- ນສພ ກອງທັບ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.