Header Ads

ເປີດຫ້ອງການປະສານງານ ມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງ ວຽງຈັນ ຢ່າງເປັນທາງການ



ເພື່ອເປັນການສືບຕໍ່ຊ່ວຍເຫຼືອດ້ານມະນຸດສະທຳ ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານຕ່າງໆຕາມຈຸດປະສົງເປົ້າໝາຍຂອງມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ທີ່ປະຕິບັດມາຕະຫຼອດຫຼາຍສິບກ່ວາປີຜ່ານມາ.

ມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງວຽງຈັນ ໄດ້ເປີດຂື້ນຢ່າງເປັນທາງການໃນທ່າມກາງບັນຍາກາດຂອງການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ.





ຕອນເຊົ້າວັນທີ 26 ມັງກອນ 2019 ທີ່ໂຮງຮຽນປະຖົມສາທິດ ບ້ານວຽງແກ້ວ ເມືອງວັງວຽງ ແຂວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ປ້າ ສີສະຫຼຽວ ທຳມະເທວາ ປະທານມູນນີທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ມີບັນດາຫົວໜ້າຫ້ອງການ, ນັກທຸລະກິດ, ພະນັກງານ ແລະ ຄະນະໜ່ວຍກູ້ໄພມູນນິທິແຫ່ງ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າເຂົ້າຮ່ວມ ຢ່າງພ້ອມພຽງ.


ທ່ານ ປ້າ ສີສະຫຼຽວ ທຳມະເທວາ ປະທານມູນນີທິ ຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ກ່າວໃນພິທີວ່າ : ກ່ອນອື່ນຂໍສະແດງຄວາມຂອບໃຈມາຍັງອຳນາດການປົກຄອງທຸກຂັ້ນ ທີ່ເຫັນໄດ້ເຖິງຄວາມສຳຄັນ ແລະ ຈຳເປັນ ໃນວຽກງານການຊ່ວຍເຫຼືອສັງຄົມ ພ້ອມກັນສຸມໃສ່ທຸກສະຕິປັນຍາ ເສຍສະລະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມໃນການກະກຽມ ແລະ ສ້າງຕັ້ງມູນນີທິຊ່ວຍເຫຼືອຄົນທຸກຍາກ ແລະ ໜ່ວຍກູ້ໄພມູນນິທິ 1623 ເມືອງວັງວຽງ ແຂວງວຽງຈັນ.

ຜູ້ໃຫ້ຄືຜູ້ໄດ້ຮັບຄວາມສຸກ ຄວາມເມດຕາ ແລະ ໄມຕີຈິດ ຈາກຜູ້ຮັບສະເໝີ , ຜູ້ໃຫ້ການຊ່ວຍເຫຼືອກູ້ເອົາຊີວິດເພື່ອນຮ່ວມຊາດ ຜູ້ຮ່ວມໂລກນັ້ນຄືຜູ້ກຳລັງໃຫ້ລົມຫາຍໃຈ ແລະ ຕໍ່ອາຍຸໃຫ້ແກ່ສັງຄົມ ແລະ ປະເທດຊາດ, ການມີຊີວິດເພື່ອຕົນເອງ ແມ່ນຢູ່ເພື່ອໝົດລົມຫາຍໃຈເທົ່ານັ້ນ ແຕ່ການມີຊີວິດຢູ່ເພື່ອປະເທດຊາດ ແລະ ສັງຄົມແມ່ນຢູ່ໄດ້ຕະຫຼອດຊົ່ວນິລັນດອນ.


ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ ຕາງໜ້າອຳນາດການປົກຄອງແຂວງ ສະແດງການຕ້ອນຮັບ ແລະ ຂອບໃຈມາຍັງມູນນີທິທີ່ເລືອກເມືອງວັງວຽງ ກໍຄືແຂວງວຽງຈັນ ເປັນມູນນີທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ສາຂາແຂວງວຽງຈັນ ເປັນໜ່ວຍກູ້ໄພມູນນິທິ 1623 ສາຂາທີ່ 6 ຂອງມູນນິທິ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນດ້ານຕ່າງໆ, ເບິ່ງແຍງ ໜ່ວຍກູ້ໄພ 1623 ເມືອງວັງວຽງ ແຂວງວຽງຈັນ ໄດ້ປະຕິບັດໜ້າທີ່ຢ່າງສົມກຽດ ໃນການເຄື່ອນໄຫວຊ່ວຍເຫລືອສັງຄົມພາຍໃນເມືອງວັງວຽງ ກໍຄືແຂວງວຽງຈັນ.



ທ່ານ ທະນູສອນ ແກ້ວວຽງຄຳ ປະທານມູນນີທິຊ່ວຍເຫລືອຄົນທຸກຍາກ ສາຂາ ແຂວງວຽງຈັນ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນໍາທຸກພາກສ່ວນ ທີ່ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການສ້າງຕັ້ງມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງວຽງຈັນ, ພວກເຮົາພ້ອມແລ້ວທີ່ຈະຊ່ວຍເຫຼືອສັງຄົມໃນທຸກດ້ານຕ່າງໆ ໂດຍສະເພາະວຽກວຽກງານກູ້ໄພ, ດັ່ງທີ່ພວກເຮົາຮູ້ນຳກັນວ່າ ເມືອງວັງວຽງ ເປັນເມືອງທ່ອງທ່ຽວອັນລືຊື່ຂອງລາວ ແຂກຕ່າງປະເທດທີ່ເຂົ້າມາທ່ຽວຊົມ ອັນເປັນໃບໜ້າໃບຕາຂອງປະເທດ. ດັ່ງນັ້ນ ວຽກງານການກູ້ໄພເພື່ອກຽມພ້ອມກັບເຫດການບໍ່ຄາດຄິດທີ່ຈະເກີດຂື້ນ ຈາກບັນດາກິດຈະກຳການທ່ອງທ່ຽວໃນການຊ່ວຍເຫຼືອ ແລະ ໃຫ້ການຊ່ວຍເຫຼືອສັງຄົມພາຍໃນເມືອງ ພ້ອມທັງເປັນການສ້າງໜ່ວຍອາສາກູ້ໄພຂອງເມືອງວັງວຽງຮັບມືກັບການກູ້ໄພຕ່າງໆທີ່ຈະເກີດຂື້ນທຸກເວລາ.




ສະນັ້ນ ຈິ່ງຂໍຮຽກຮ້ອງມາຍັງຫົວໜ່ວຍທຸລະກິດ, ຜູ້ປະກອບການ ພາຍໃນເມືອງ ກໍຄືພາຍໃນແຂວງ ແລະ ໃນທົ່ວປະເທດ ໃຫ້ການຊຸກຍູ້ສະໜັບສະໜູນໜ່ວຍກູ້ໄພ 1623 ສາຂາວັງວຽງ ແລະ ມູນນີທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ສາຂາແຂວງວຽງຈັນ ໄດ້ເຄື່ອນໄຫວຊ່ວຍເຫຼືອສັງຄົມຕະຫລອດໄປ.



ໃນໂອກາດ ເປີດມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ສາຂາແຂວງວຽງຈັນ ໄດ້ມີກຸ່ມນັກທຸລະກິດ ຜູ້ປະກອບການໄດ້ປະກອບສ່ວນຊ່ວຍເຫຼືອອຸປະຖຳຄື: ບໍລິສັດ Victory Group 100.000.000 ກີບ ໃນການສ້ອມແປງຕຶກອາຄານຫ້ອງການປະສານໜ່ວຍງານກູ້ໄພ, ຮ້ານອາຫານຫນອງເຊືອມ 20.000.000 ກີບ, ຮ້ານມັງກອນນວດແຜນບູຮານ ມອບອຸປະກອນ ແລະ ເງິນສົດຈຳນວນ 5.000.000 ກີບ ແລະ ຮ້ານວີສັກສະຕູດີໂອສະໜັບສະໜູນປ້າຍ ມູນຄ່າ 500.000 ກີບ.




ສຳລັບໜ່ວຍກູໄພມູນນີທິຊ່ວຍເຫຼືອຄົນທຸກຍາກ ສາຂາວັງວຽງ 1623 ຫ້ອງການປະສານງານແມ່ນຕັ້ງຢູ່ໂຮງຮຽນປະຖົມວັງວຽງບ້ານວຽງແກ້ວ, ເມືອງວັງວຽງ, ແຂວງວຽງຈັນ ໂດຍຈະເລີ້ມມີການເປີດຮັບບັນທ່ານທີ່ສົນໃຈເປັນຈິດອາສາໜ່ວຍອາສາກູ້ໄພເລີ້ມຕັ້ງແຕ່ມື້ນີ້ເປັນຕົ້ນໄປສາມາດຕິດຕໍ່ໄປໄດ້ທີເບີ 1623 ໄດ້ທຸກເວລາ.


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.