Header Ads

ທ່ານ ຄໍາໄຕ ສີພັນດອນ ໂອ້ລົມຕໍ່ການນໍາຂອງແຂວງ ໄຊຍະບູລີ



ໃນວັນທີ 25 ມັງກອນ ຜ່ານມາ,  ທ່ານ ຄໍາໄຕ ສີພັນດອນ ອາດີດປະທານພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍບັນດາການນໍາທຸກຂັ້ນທົ່ວແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ໂອກາດທີ່ ທ່ານ ຄໍາໄຕ ສີພັນດອນ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີຄັ້ງນີ້ ທ່ານໄດ້ໂອ້ລົມຕໍ່ການນໍາຂອງແຂວງ, ກ່ອນອື່ນທ່ານໄດ້ຍົກໃຫ້ເຫັນສະພາບແວດລ້ອມຂອງສາກົນ, ບັນດາປັດໃຈຂອງການກ້າວຂຶ້ນເປັນສັງຄົມນິຍົມ ແລະ ບັນຫາພົ້ນເດັ່ນຢູ່ ສປປ ລາວ, ເປັນຕົ້ນແມ່ນການຮັກສາໄດ້ບົດບາດການນໍາພາຂອງພັກປະຊາຊົນປະຕິວັດລາວ ຕໍ່ທົ່ວສັງຄົມ ແລະ ຕໍ່ອົງການອໍານາດລັດ, ເປັນເຈົ້າການກໍານົດແນວທາງ, ແຜນນະໂຍບາຍຕ່າງໆ ທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການຂະຫຍາຍກໍາລັງການຜະລິດ ດ້ວຍການຂຸດຄົ້ນກໍາລັງແຮງບົ່ມຊ້ອນຂອງປະເທດຊາດ, ສົມທົບກັບກໍາລັງແຮງດ້ານທຶນຮອນ ເຕັກນິກ-ເຕັກໂນໂລຊີ ແລະ ຕະຫຼາດພາຍນອກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ທາງດ້ານວັດຖຸ ແລະ ວັດທະນະທໍາ ນັບມື້ດີຂຶ້ນເປັນກ້າວໆ.


ພ້ອມດຽວກັນ ທ່ານ ຄໍາໄຕ ສີພັນດອນ ຍັງໄດ້ຮຽກຮ້ອງໃຫ້ການນໍາຂອງແຂວງທຸກພາກສ່ວນຈົ່ງສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຂຸດຄົ້ນກໍາລັງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງ ໄຊຍະບູລີ, ໃຫ້ຮັກສາໄດ້ເຂດນໍ້າແດນດິນ, ຮັກສາໃຫ້ໄດ້ຄວາມສະຫງົບ ແລະ ສືບຕໍ່ຮັກສາການພົວພັນຮ່ວມມືຮອບດ້ານແບບພິເສດກັບ ສສ ຫວຽດນາມ, ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານກັບ ສປ ຈີນ, ພົວພັນຮ່ວມມືຢ່າງເປັນປົກກະຕິກັບເພື່ອນມິດຍຸດທະສາດ ແລະ ປະເທດອື່ນໆ, ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ແລະ ການສໍ້ລາດບັງຫຼວງ ໃຫ້ໝົດໄປຈາກສັງຄົມ, ເອົາໃຈໃສ່ສຶກສາອົບຮົມ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ໃຫ້ແກ່ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບການສ້າງບັນດາປະຖົມປັດໃຈສັງຄົມນິຍົມແຕ່ຮາກຖານຂຶ້ນມາ, ເອົາໃຈໃສ່ປັບປຸງໜ່ວຍພັກໃຫ້ກາຍເປັນໜ່ວຍພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສາມາດເປັນຫຼັກແຫຼ່ງນໍາພາໃນການສ້າງບ້ານພັດທະນາ ແລະ ເຮັດໃຫ້ປະຊາຊົນຢູ່ດີກິນດີ, ຕ້ອງມອບບັນດາທ່າແຮງກັບທີ່ ແລະ ຊັບພະຍາກອນທີ່ລັດບໍ່ເກືອດຫ້າມ ໃຫ້ແກ່ສະຫະກອນ ແລະ ກຸ່ມການຜະລິດ-ການບໍລິການເຊັ່ນ: ທີ່ດິນ, ແຫຼ່ງນໍ້າ, ເພື່ອເຮັດການຜະລິດ, ສະຖານທີ່ທ່ອງທ່ຽວ, ສະຖານທີ່ເພື່ອເຮັດການບໍລິການດ້ານຕ່າງໆ ນັບທັງສິດທິການດໍາເນີນທຸລະກິດທີ່ກົດໝາຍອານຸຍາດ, ພ້ອມນັ້ນກໍມອບຄວາມຮັບຜິດຊອບໃຫ້ສະຫະກອນ ແລະ ກຸ່ມການຜະລິດປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນເຫຼົ່ານັ້ນໃຫ້ນໍາໃຊ້ໄດ້ຍາວນານ, ຄຽງຄູ່ກັນນັ້ນຕ້ອງຈັດສັນພື້ນທີ່ການຜະລິດ ແລະ ການບໍລິການໃຫ້ເປັນລະບົບລະບຽບ, ຖືກຫຼັກການວິຊາການ ເພື່ອສາມາດນໍາໃຊ້ກົນຈັກ ແລະ ເຄື່ອງມືທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດ ແລະ ການບໍລິການ, ສົ່ງເສີມຕົວແບບ ແລະ ຜົນຂອງການຜະລິດຕ່າງໆທີ່ເກີດຂຶ້ນຈາກພູມປັນຍາຂອງປະຊາຊົນ, ພ້ອມທັງຈັດຕັ້ງເພື່ອແຂ່ງຂັນ, ຄັດເລືອກ ເປັນຜະລິດຕະພັນໂອດ໊ອບເພື່ອສົ່ງອອກ ທັງນີ້ກໍ່ເພື່ອເປັນການສົ່ງເສີມ, ໃຫ້ກໍາລັງໃຈໃນການຜະລິດເປັນສິນຄ້າ ແລະ ເປີດໂອກາດໃຫ້ປະຊາຊົນ ໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ.


ພາບ ແລະ ຂ່າວ: ຂ່າວແຂວງໄຊຍະລີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.