Header Ads

ລູກນໍ້າ ທິດາລັດ ໃສ່ຊຸດລາວ ເຂົ້າຮັບລາງວັນທູດວັດທະນະທຳດີເດັ່ນອາຊຽນ



ໃນວັນທີ 27 ມັງກອນ 2019 ຜ່ານມານີ້, ລູກນໍ້າ (ທິດາລັດ ວົງສິລິ ) ເຂົ້າຮັບລາງວັນ ທູດວັດທະນະທຳດີເດັ່ນ ໂດຍນຸ່ງຊຸດໄໝລາວຄົບຊຸດເພື່ອເຂົ້າຮັບງານວັນອັນມີກຽດນີ້.  ສໍາລັບລາງວັນທູດວັດທະນະທຳດີເດັ່ນ ຫຼື ASEAN Cultural Day ແມ່ນຖືກຈັດຂື້ນທຸກໆປີ ໂດຍຜູ້ຈັດແມ່ນສູນອາຊຽນສຶກສາ ຮ່ວມກັບສຳນັກສິລະປະ ແລະ ວັດທະນະທຳ ມະຫາວິທະຍາໄລ ຣາຊະພັດການຈະນະບູຣີ ປະເທດໄທ, ເຄື່ອຂ່າຍນັກສຶກສາ MCU-ASEAN (MCU-ASEAN Student Networks ) ແລະ ຄູ່ຮ່ວມງານອື່ນໆ.​




ຄົນທີ່ໄດ້ຮັບລາງວັນ ທູດວັດທະນະທຳດີເດັ່ນ ນອກຈາກ  ລູກນໍ້າ- ທິດາລັດ ວົງສິລິ ຍັງມີ ຕຸ້ຍ Overdance ທີ່ໄດ້ຮັບລາງວັນ ແລະ ເຂົ້າຮັບລາງວັນພ້ອມກັບ ລູກນໍ້າ.




ລູກນໍ້າ ມີຫຼາກຫຼາຍຜົນງານລະດັນອາຊຽນ ກັບບັນດາບໍລິສັດຜູ້ຜະລິດຮູບເງົາ ແລະ ລະຄອນຈາກປະເທດເພື່ອນບ້ານ (ປະເທດໄທ)  ໂດຍລ່າສຸດແມ່ນການເປີດກ້ອງລະຄອນຊື່ "ດອກຄູນສຽງແຄນ"ທີ່ຈະອອກອາກາດທາງຊ່ອງ GMM 25  ແລະ ຮູບເງົາເລື່ອງ "ບັງເອິນຂ້ອຍຮັກເຈົ້າ" ມີກຳນົດເຂົ້າສາຍໃນໂຮງໃນເດືອນເມສາ 2019 ນີ້. 








ທີ່ມາ:  louknumthidalat/ Touy Overdance 
© ໂຕະນໍ້າຊາ | tonamcha.com
___________



Powered by Blogger.