Header Ads

ອັດຕາເງິນເຟີ້ເພີ່ມ​ຂຶ້ນຢູ່ໃນລະດັບ 1.48 ​ເປີ​ເຊັນ ທຽບ​ໃສ່​ປີຜ່ານມາ ​



ອີງຕາມການລາຍງານຂອງ ນສພ ເສດຖະກິດ-​ການ​ຄ້າ  ວ່າ: ດັດຊະນີລາຄາການຊົມໃຊ້ (ອັດຕາເງິນເຟີ້ລວມ) ເດືອນທັນວາ ປີ 2018 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນຢູ່ໃນລະດັບ 1,48% (ປີຕໍ່ປີ) ເຊິ່ງແມ່ນເພີ່ມຂຶ້ນໃນລະດັບຊ້າກວ່າເດືອນຜ່ານມາ ເພາະເດືອນນີ້ເຫັນວ່າມີຫຼາຍລາຍການສິນຄ້າທີ່ປັບຕົວຫຼຸດລົງຢ່າງເຫັນໄດ້ຊັດເຈນ. ສ່ວນປັດໄຈຕົ້ນຕໍທີ່ສົ່ງຜົນໃຫ້ສະພາບອັດຕາເງິນເຟີ້ເໜັງຕີງຊ້າຄືແນວນີ້ ມາຈາກລາຄາເຂົ້າສານ ແລະ ລາຄາຜັກສືບຕໍ່ຫຼຸດລົງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ໝວດອາຫານ ແລະ ເຄື່ອງດື່ມບໍ່ແມ່ນທາດເຫຼົ້າ ເຊິ່ງເປັນໝວດສິນຄ້າຕົ້ນຕໍ ເພີ່ມຂຶ້ນພຽງ 0,60% ( ປີຕໍ່ປີ ).



ອີງຕາມດັດຊະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ ຂອງ ສປປ ລາວ ປະຈຳເດືອນທັນວາ ປີ 2018 ສະບັບເລກທີ 06/ກຜທ.ສຖຕ.2.2 ລົງວັນທີ 11 ມັງກອນ 2019 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ດັດຊະນີລາຄາການຊົມໃຊ້ ( ອັດຕາເງິນເຟີ້ລວມ ) ເດືອນທັນວາ 2018 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນຢູ່ໃນລະດັບ 1.48% ( ປີຕໍ່ປີ ) ເຊິ່ງແມ່ນການເພີ່ມຂຶ້ນໃນລະດັບຊ້າກວ່າເດືອນຜ່ານມາ ເພາະເດືອນນີ້ເຫັນວ່າມີຫຼາຍລາຍການສິນຄ້າທີ່ປັບຕົວຫຼຸດລົງຢ່າງເຫັນໄດ້ຊັດເຈນ; ສ່ວນປັດໄຈຕົ້ນຕໍທີ່ສົ່ງຜົນໃຫ້ສະພາບອັດຕາເງິນເຟີ້ເໜັງຕີງຊ້າຄືແນວນີ້ ມາຈາກລາຄາເຂົ້າສານສືບຕໍ່ຫຼຸດລົງຈາກເດືອນຜ່ານມາ ຍ້ອນໃນທ້ອງຕະຫຼາດຍັງມີເຂົ້າໃໝ່ເຂົ້າມາຂາຍເປັນປົກກະຕິ ແລະ ພຽງພໍໃນການຊື້ – ຂາຍ ຍ້ອນໃນໄລຍະນີ້ຍັງແມ່ນລະດູການເກັບກ່ຽວເຂົ້າ. ດັ່ງນັ້ນ, ຈຶ່ງເຮັດໃຫ້ລາຄາເຂົ້າສານຍັງສືບຕໍ່ປັບຕົວລົງຢູ່ໃນຫຼາຍແຂວງກໍຄືທ້ອງຖິ່ນເຊັ່ນດຽວກັນ ແລະ ລາຄາຜັກໃນເດືອນນີ້ແມ່ນຍັງປັບຕົວຫຼຸດລົງຈາກເດືອນຜ່ານມາ ໃນຫຼາຍລາຍການຜັກສົດ ຍ້ອນເປັນໄລຍະລະດູການທີ່ມີຜົນຜະລິດອອກສູ່ທ້ອງຕະຫຼາດຫຼາຍ ເຊັ່ນ: ຜັກສະຫຼັດ, ໝາກເຜັດດິບ, ຜັກຫອມບົ່ວສົດ, ຜັກຊີ, ຜັກຫອມປ້ອມ, ໝາກແຕງ, ໝາກຖົ່ວ ເຫຼົ່ານີ້ເປັນຕົ້ນ. ສະນັ້ນ, ຈຶ່ງເຮັດໃຫ້ໝວດອາຫານ ແລະ ເຄື່ອງດື່ມບໍ່ແມ່ນທາດເຫຼົ້າ ເຊິ່ງເປັນໝວດສິນຄ້າຕົ້ນຕໍ ເພີ່ມຂຶ້ນພຽງ 0.60% ( ປີຕໍ່ປີ ).



ສະເພາະການປ່ຽນແປງລາຄາສິນຄ້າ ແລະ ບໍລິການທີ່ສຳຄັນ ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເດືອນທັນວາ 2018 ຫຼຸດລົງ 0.67% ( ເດືອນພະຈິກ ຫຼຸດລົງ 0.64 ) ເປັນຕົ້ນ: ໝວດອາຫານ ແລະ ເຄື່ອງດື່ມບໍ່ແມ່ນທາດເຫຼົ້າ ຫຼຸດລົງ 1.31%, ໝວດຄົມມະນາຄົມ ແລະ ຂົນສົ່ງ ຫຼຸດລົງ 0.55%; ນອກຈາກໝວດສິນຄ້າທີ່ມີການເໜັງຕີງຫຼຸດລົງແລ້ວ ໃນຂະນະດຽວກັນກໍຍັງມີບາງໝວດສິນຄ້າທີ່ມີການເໜັງຕີງເພີ່ມຂຶ້ນ ເຊັ່ນ: ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0.01%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0.37%, ໝວດພາຫະນະຂົນສົ່ງ ເພີ່ມຂຶ້ນ 0.02%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 0.01%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0.05%.




ສຳລັບການປ່ຽນແປງຮອບ 12 ເດືອນ ( ປີຕໍ່ປີ ) ຫຼື ປະຈຳເດືອນທັນວາ 2018 ອັດຕາເງິນເຟີ້ລວມ ຂອງ ສປປ ລາວ ທຽບກັບ ເດືອນທັນວາ ປີ 2017 ເພີ່ມຂຶ້ນ 1.48% ຍ້ອນການເໜັງຕີງຂອງໝວດສິນຄ້າຕົ້ນຕໍ ຄື: ໝວດອາຫານ ແລະ ເຄື່ອງດື່ມບໍ່ແມ່ນທາດເຫຼົ້າ ເພີ່ມຂຶ້ນ 0.60%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 1.12%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 5.93%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 1.16%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 1.15%; ໝວດຮັກສາສຸຂະພາບ ເພີ່ມຂຶ້ນ 0.95%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 3.32%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 1.52%; ໝວດບັນເທີງ ແລະ ການຜັກຜ່ອນ ເພີ່ມຂຶ້ນ 0.19%; ໝວດການສຶກສາ ເພີ່ມຂຶ້ນ 0.36%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 5.47%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0.74%.

ສ່ວນດັດຊະນີລາຄາການຊົມໃຊ້ສິນຄ້າພາຍໃນທຽບໃສ່ເດືອນຜ່ານມາ ຫຼຸດລົງ 0.87% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 0.87% ຍ້ອນການເພີ່ມຂຶ້ນຂອງລາຄາປະເພດອາຫານສົດ ເຊັ່ນ: ເຂົ້າສານ, ຊີ້ນ, ປາ ແລະ ອາຫານທະເລ, ເຮືອນພັກ, ໂຮງແຮມ, ຄຳ ແລະ ດັດຊະນີລາຄາຊົມໃຊ້ສິນຄ້ານຳເຂົ້າທຽບໃສ່ເດືອນຜ່ານມາ ຫຼຸດລົງ 0.23% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຫຼຸດລົງ 3.05% ຍ້ອນອັດຕາແລກປ່ຽນເງິນກີບຕໍ່ບາດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາອ່ອນຄ່າລົງ. ສະນັ້ນ, ຈຶ່ງເຮັດໃຫ້ລາຍການສິນຄ້ານຳເຂົ້າທີ່ຕິດພັນກັບອັດຕາແລກປ່ຽນມີລາຄາສູງຂຶ້ນ.


ຂໍ້ມູນ : ເສດຖະກິດ-​ການ​ຄ້າ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.