Header Ads

ກອງປະຊຸມຂອງສະພາປະຊາຊົນແຂວງຈຳປາສັກຄັ້ງຫລ້າສຸດຮັບຮອງເອົາ 9 ບັນຫາສຳຄັນ



ມີ 9 ບັນຫາສຳຄັນ ທີ່ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ I ຊຶ່ງຈັດຂຶ້ນຢ່າງເປັນທາງການ ຢູ່ສະໂມສອນຫຼັກ 4 ແຂວງຈຳປາສັກ ເປັນເວລາ 3 ວັນ ( 23-25 ມັງກອນ 2019 ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ, ປະທານສະພາປະຊາ ຊົນ ແຂວງຈຳປາສັກ, ແລະ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ບຸນຖອງ ດີວິໄຊ, ເຈົ້າແຂວງຈຳປາສັກ, ບັນດາທ່ານຮອງເຈົ້າແຂວງ, ບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15, ບັນດາສະມາຊິກສະພາປະຊາຊົນແຂວງ, ບັນດາການນຳຂອງອົງການປົກຄອງແຂວງ, ນະຄອນ, ເມືອງ, ບັນດາຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ, ແລະ ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆທົ່ວແຂວງເຂົ້າຮ່ວມ.



ທ່ານ ເມກສະຫວັນ ພົມພິທັກ, ປະທານສະພາປະຊາ ຊົນແຂວງຈຳປາສັກ ໄດ້ກ່າວສູນທອນພົດປິດກອງປະຊຸມໂດຍມີເນື້ອໃນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ I ມີຄວາມສຳຄັນຫຼາຍ; ກອງປະຊຸມໄດ້ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາ 9 ບັນຫາ ສຳຄັນຂອງແຂວງ ແລະ ໄດ້ດຳເນີນກອງປະຊຸມໃຫ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ວາງໄວ້ທຸກປະການ ຄື:

1. ກອງປະຊຸມ ໄດ້ມີມະຕິຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ຂອງແຂວງຈຳປາສັກ.

2. ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ແລະ ທິດທາງແຜນການປະຈຳປີ 2019 ຂອງແຂວງຈຳປາສັກ 

3. ຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວກວດສອບໃນປີ 2018, ແລະ ທິດ ທາງແຜນການເຄື່ອນໄຫວການກວດສອບ ປະຈຳປີ 2019, ບົດລາຍງານຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແຂວງຈຳປາສັກ ປະຈຳປີ 2017 ແລະ ບົດລາຍງານກ່ຽວການຈັດຕັ້ງປະຕິບັດຜົນການກວດສອບຂອງພະແນກກວດກາລັດປະຈຳປີ 2018 ແລະ ທິດທາງແຜນການປະຈຳປີ 2019

4. ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ປະຈຳປີ 2018 ແລະ ທິດທາງແຜນ ການປີ 2019

5. ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈຳປີ 2018 ແລະ ທິດທາງແຜນການປີ 2019 ຂອງສະພາປະຊາຊົນແຂວງຈຳປາສັກ

6. ຮັບຮອງເອົາການສະເໜີແຕ່ງຕັ້ງພະນັກງານການນໍາ ຂອງແຂວງຄື:
(1). ແຕ່ງຕັ້ງ ທ່ານ ປອ ສຸກສະ ຫວັນ ວິໄລວົງ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ.
(2). ແຕ່ງຕັ້ງ ທ່ານ ສົມບູນ ເຮືອງວົງສາ ເປັນຫົວໜ້າພະແນກການເງີນແຂວງ

7. ຮັບຮອງເອົາການແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນແຂວງ ແລະ ປະທານສານເຂດ III ຄື:

(1). ແຕ່ງຕັ້ງ ທ່ານແກ້ວລັດຕະນະ ສີຫາວົງ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ.
(2). ແຕ່ງຕັ້ງທ່ານນາງ ບົວລຽງ ມະນີວົງ ເປັນປະທານສານປະຊາຊົນແຂວງ
(3). ແຕ່ງຕັ້ງ ທ່ານ ສຸລິສິດ ຄຳຜຸຍ ເປັນປະທານສານປະຊາຊົນເຂດ I
(4). ແຕ່ງຕັ້ງທ່ານ ຖາວອນ ຈັນທະສັກ ເປັນປະທານສານປະຊາຊົນເຂດ 3

8. ເລືອກຕັ້ງຄະນະປະຈຳສະພາປະຊາຊົນແຂວງ ແລະ ແຕ່ງຕັ້ງຄະນະປະທານກຳມະການເສດຖະກິດ,ແຜນການແລະການລົງທືນຂອງສະພາປະຊາຊົນແຂວງຄື:

(1). ເລືອກຕັ້ງ ທ່ານ ສາຍທອງ ໄຊຍະວົງ, ສະມາຊິກສະພາປະຊາຊົນແຂວງ ເປັນຄະນະປະຈຳສະພາປະຊາຊົນແຂວງ ແລະ ແຕ່ງຕັ້ງເປັນປະທານຄະນະກຳມະການເສດຖະຖິດ,ແຜນການ ແລະ ການເງີນຂອງສະພາປະຊາຊົນແຂວງ
(2). ແຕ່ງຕັ້ງທ່ານ ສະຫວາດ ແກ້ວບັນດິດ ເປັນຮອງປະທານຄະນະກຳມະການເສດຖະກິດແຜນການ ແລະການເງິນຂອງສະພາປະຊາຊົນແຂວງ.
(3). ຮັບຮອງເອົາເນື້ອໃນໂດຍພື້ນຖານຂອງຂໍ້ຕົກລົງຂອງທ່ານເຈົ້າແຂວງໆຈຳປາສັກຈຳນວນ 2 ສະບັບຄື:

1). ຂໍ້ຕົກລົງວ່າດວ້ຍການປະຕິບັດການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນທີ່ຖືກໂຄງການພັດທະນາຂອງລັດ ແລະ ເອກະຊົນ
2). ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດວ້ຍການຄຸ້ມຄອງ ແລະ ພັດທະນາທີ່ດິນປ່າໄມ້ທົ່ວແຂວງ.


ພາບ ແລະ ຂ່າວ : ເກດສະໜາ ແກ້ວສຸວັນນະແສງ (Lao National Radio)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.