Header Ads

ພະທາດໝາກໂມ ວັດວິຊຸນນະຣາດ ແຂວງຫຼວງພະບາງ ໄດ້ຮັບການປະຕິສັງຂອນຄືນໃໝ່ ດ້ວຍງົບປະມານ 721 ລ້ານກີບ


ພຣະທາດໝາກໂມ ໃນບໍລິເວນວັດວິຊຸນນະຣາດ ໄດ້ຮັບທຶນບູຣະນະ-ປະຕິສັງຂອນຄືນ ພາຍໃຕ້ກອງທຶນ ທ່ານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ເພື່ອການອະນຸລັກວັດທະນະທຳ ໄລຍະທີ III ໃນມູນຄ່າ 90,150 ໂດລາສະຫະລັດ ຫຼື ປະມານ 721 ລ້ານກີບ






ໂດຍຈະຮັກສາຮູບຊົງເກົ່າ ຄາດວ່າການບູຣະນະ-ປະຕິສັງຂອນ ຈະໃຫ້ສຳເລັດ ກ່ອນໜ້າບຸນປີໃໝ່ລາວ ພສ 2562 ຄສ 2019 . ທ່ານ ວັນລະຄອນ ສຸວັນນະລິດ ອຳນວຍການບໍລິສັດ ສຸວັນນະລິດ ກໍ່ສ້າງເຄຫາສະຖານ ຜູ້ຮັບເໝົາບູລະນະ ໄດ້ໃຫ້ສຳພາດວ່າ ການບູລະນະສ່ວນໃຫຍ່ ຈະນຳໃຊ້ວັດສະດຸທຳມະຊາດ ແລະ ນຳໃຊ້ຮູບແບບບູຮານເປັນຫຼັກ ເພື່ອໃຫ້ພະທາດໝາກໂມ ຍັງຄົງຄວາມເປັນເອກະລັກທີ່ເປັນມໍລະດົກໂລກ, ໃນນັ້ນ ໄດ້ເຄາະຝາພະໜັງທີ່ເກົ່າແກ່ ແລະ ຊຸດໂຊມ ແລ້ວໂບກດ້ວຍປູນປະສົມຊີມັງ ແລະ ໜັງຄວາຍ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດພາຍໃນ 5 ເດືອນ.





ສຳລັບກອງທຶນ ທ່ານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ເພື່ອການອະນຸລັກວັດທະນະທຳ ໄດ້ໃຫ້ທຶນບູຣະນະວັດວິຊຸນ ຜ່ານມາແລ້ວ 2 ໄລຍະ ມູນຄ່າ 257,000 ໂດລາສະຫະລັດ ໃນນັ້ນ ໄດ້ສ້ອມແປງຫຼັງຄາອາຣາມ, ສ້ອມແປງຝາ, ທາສີລູກຕິ່ງປ່ອງຢ້ຽມ-ເສົາ, ສ້ອມແປງກາໂລພື້ນ, ແຕ້ມດອກລິງລາຍໄມ້ຄື່-ໄມ້ກອນ-ໄມ້ແກ-ເສົາ, ຕິດຕັ້ງລະບົບໄຟຟ້າ ແລະ ລະບົບກັນຟ້າຜ່າ, ໂດຍແມ່ນພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ສຸວັນນະລິດ ກໍ່ສ້າງເຄຫາສະຖານ ຜູ້ຮັບເໝົາໃນການບູລະນະ-ປະຕິສັງຂອນໃນຄັ້ງນີ້.








ຂ່າວ: ອາພຸດເດດ ບຸບຜາ | Photo: Noy Bounlu 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.