Header Ads

ສ່ອງກອງຖ່າຍ ຮູບເງົາຮ່ວມມືລາວ-ຈີນ "ສະບາຍດີປະເທດລາວ" ທີ່ ໝໍແນ່ງ ຮັບບົດນໍາໃນເລື່ອງ



ມື້ນີ້ທີມງານ tonamcha.com ພາໄປສາອງພາບເບື້ອງຫຼັງຂອງກອງຖ່າຍ ຮູບເງົາຮ່ວມມືລາວ-ຈີນ "ສະບາຍດີປະເທດລາວ (你好老挝) "  ທີ່ ໝໍແນ່ງ  (ຈັນດາລີ ສິດພະໄຊ) ຮັບບົດນໍາເປັນ ນາງເອກຂອງເລື່ອງ ໂດຍມີການເປີດກອງດໍາເນີນການຖ່າຍທໍາຢ່າງຄຶກຄື້ນໃນຫຼາຍສະຖານທີ່ຕ່າງໆສໍາຄັນຂອງແຕ່ລະສາກ ແລະ ກໍມີຫຼາຍສາກທີ່ ໝໍແນ່ງ ກໍເຄີຍໂພສະພາບຜ່ານ IG ສ່ວນຕົວ  ພ້ອມກັບມີຂ່າວຈາກສື່ຫຼາຍສໍານັກທັງພາຍໃນ ແລະ ຕ່າງປະເທດຕິດຕາມເກັບຕົກຮູບເງົາເລື່ອງນີ້.







ສໍາລັບຮູບເງົາ ສະບາຍດີປະເທດລາວ ມີກຳນົດເຂົ້າສາຍໃຫ້ຊາວລາວ ໂດຍສະແຟນຄລັບ ໝໍແນ່ງ ເບິ່ງພາຍໃນເດືອນເມສາ 2019 ນີ້ . ກໍຕ້ອງຕິດຕາມເບິ່ງວ່າ ຮູບເງົາຮ່ວມມືລາວ-ຈີນ “ສະບາຍດີປະເທດລາວ” ຈະປຸກກະແສໃຫ້ວົງການຮູບເງົາຫຼາຍ ແລະ ວົງການບັນເທິງລາວໃຫ້ຄຶກຄື້ນຂື້ນຕື່ມ. 















ທີ່ມາ: ningnang_chandaly

© ໂຕະນໍ້າຊາ | tonamcha.com
___________



Powered by Blogger.