Header Ads

ຄະນະຜູ້ແທນ ແຫ່ງ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບເອຣົບ ຄັ້ງທີ 22


ໃນວັນທີ 20-21 ມັງກອນ 2019, ທ່ານ ສະເຫຼີມໄຊ ກົມມະສິດ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 22 ທີ່  ບຣູກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດ ສິງກະໂປ ແລະ ຮອງປະທານຄະນະກຳມະການ ອີຢູ ຮັບຜິດຊອບວຽກວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງ.

ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ອີຢູ ໃນໄລຍະຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອີຢູ ໄລຍະ 2018-2022, ເຊິ່ງມາຮອດປັດຈຸບັນ, ສາມາດປະຕິບັດໄດ້ 78% ຂອງກິດຈະກຳຮ່ວມມືທັງໝົດ ໂດຍກວມເອົາ 3 ເສົາຄໍ້າ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ) ແລະ ປະກອບມີໜ້າວຽກການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການສົ່ງເສີມການຄ້າ ແລະ ການລົງທຶນ, ພະລັງງານ, ການຂົນສົ່ງທາງອາກາດ,​ ວິທະຍາສາດ-ເຕັກໂນໂລຊີ, ການສືກສາ,​ ການເຊື່ອມຈອດ,​ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາແບບຍືນຍົງ ແລະ ອື່ນໆ. ພິເສດ, ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີດ້ານຫຼັກການເພື່ອຍົກລະດັບການຮ່ວມມືອາຊຽນ-ອີຢູ ຂຶ້ນເປັນຄູ່ຮ່ວມຍຸດທະສາດ, ສ່ວນກຳນົດເວລາຈະຍົກຕົວຈິງແມ່ນສອງຝ່າຍຈະໄດ້ປຶກສາຫາລືກັນຕື່ມ.​

ສຳລັບທິດທາງໃນຕໍ່ໜ້າ,​ ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີສົ່ງເສີມການຮ່ວມມືຫຼາຍຝ່າຍ, ການຄ້າທີ່ທ່ຽງທຳ ແລະ ເປີດກ້ວາງ, ການເຊື່ອມຈອດ,​ ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮ່ວມມືທາງທະເລ, ສົ່ງເສີມການຟື້ນຄືນການເຈລະຈາສັນຍາການຄ້າເສລີ ອາຊຽນ-ອີຢູ ແລະ ການເລັ່ງລັດການເຈລະຈາສັນຍາຂົນສົ່ງທາງອາກາດ ອາຊຽນ-ອີຢູ.

ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນສະພາບການພົ້ນເດັ່ນຢູ່ເອີຣົບ ລວມທັງຄວາມໝັ້ນຄົງຢູ່ຕາເວັນອອກກາງ, ສະພາບການຢູາອາຊີຕາເວັນອອກ ເຊັ່ນ: ແຫຼມເກົາຫຼີ, ທະເລຈີນໃຕ້, ແລະ ການປະຕິຮູບອົງການການຄ້າໂລກ ແລະ ອື່ນໆ.

ໃນໂອກາດນີ້, ກອງປະຊຸມໄດ້ອອກຖະແຫຼງການຮ່ວມ, ເຊິ່ງໄດ້ເນັ້ນການຮັດແໜ້ນການຮ່ວມມື ອາຊຽນ-ອີຢູ ໃນດ້ານຕ່າງໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ກໍ່ຄື ໃນໂລກ.


ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບເອີຣົບ (AEMM) ຈັດຂຶ້ນທຸກໆສອງປີ, ເຊິ່ງມີບັນດາລັດຖະມົນຕີຕ່າງປະເທດຂອງປະເທດສະມາຊິກອາຊຽນ ແລະ ອີຢູ ເຂົ້າຮ່ວມ. ກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນທີ່ ປະເທດສິງກະໂປ.

ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.