Header Ads

ເຜິຍ 5 ອັນດັບນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ຽວລາວຫຼາຍທີ່ສຸດໃນປີ 2018



ອີງຕາມການລາຍຂອງ ນສພ ລາວພັດທະນາ ວ່າ:  ໃນປີທ່ອງທ່ຽວລາວ 2018 ທີ່ຜ່ານມານີ້ ສປປ ລາວສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາ ທ່ຽວລາວໄດ້ຫຼາຍກວ່າປີ ຜ່ານມາ . ​ອິງໃສ່ຂໍ້ມູນຂອງ ກົມພັດທະນາ ການທ່ອງທ່ຽວໃຫ້ຮູ້ວ່າ ນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ຽວລາວໃນ ປີ 2018 ບັນລຸໄດ້ 4 ລ້ານກວ່າເທື່ອຄົນ ຄິດເປັນອັດຕາສູງກວ່າປີຜ່ານມາ 8.2%. ເຊິ່ງໃນນັ້ນປະເທດທີ່ເຂົ້າມາທ່ອງທ່ຽວ ສປປ ລາວຫຼາຍກວ່າໝູ່ແມ່ນປະເທດໄທສູງເຖິງ 1.9 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນ 7% ເມື່ອທ່ຽບໃສ່ປີຜ່ານມາ ແລພ ຮອງລົງມາແມ່ນ ສສ. ຫວຽດນາມ.



ສໍາລັບ 5 ອັນດັບ ນັກທ່ອງທ່ຽວທີ່ເຂົ້າມາ ສປປ ລາວ ຫຼາຍສຸດແມ່ນປະກອບມີ: 

ອັນດັບ 1 ນັກທ່ອງທ່ຽວ ຈາກປະເທດໄທສູງເຖິງ 1.9 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນຈາກປີຜ່ານມາ 7%
ອັນດັບ 2 ນັກທ່ອງທ່ຽວ ຈາກ ສສ. ຫວຽດນາມ ຈຳ ນວນ ມີຫຼາຍກວ່າ 860 ພັນເທື່ອຄົນຫຼຸດຈາກປີຜ່ານມາ 3%
ອັນດັບ 3 ນັກທ່ອງ ທ່ຽວຈາກ ສປ. ຈີນ ມີ 8 ແສນ ກວ່າເທື່ອຄົນ ເພີ່ມຂຶ້ນ 26%
ອັນດັບ 4 ນັກທ່ອງທ່ຽວ ຈາກ ສ. ເກົາຫຼີ ມີຫຼາຍກວ່າ 170 ພັນເທື່ອຄົນເພີ່ມຂຶ້ນ 2%
ອັນດັບ 5 ນັກທ່ອງທ່ຽວຈາກສະຫະລັດອາເມລິກາມີຈຳນວນ 49 ພັນກວ່າເທື່ອຄົນ ເພີ່ມຂຶ້ນ 27%


ປີ 2019 ນີ້ ຕ້ອງມາເບິ່ງຕົວເລກນັກທ່ອງທ່ຽວຈະເພີ່ມຂື້ນເທົ່າໃດ ບວກກັບປີ2019 ເປັນປີທ່ອງທ່ຽວລາວ-ຈີນ ເຊິ່ງມີການຄາດການວ່າຈະສາມາດດຶງດູດນັກທ່ອງທ່ຽວຈີນມາທ່ຽວລາວໃຫ້ຫຼາຍຂຶ້ນກວ່າເກົ່າ. 


ຂໍ້ມູນ : ນສພ ລາວພັດທະນາ | Photo : Noy Bounlu 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.