Header Ads

ທະນາຄານແຫ່ງ ສປປ ລາວ ປະກາດສ້າງຕັ້ງສຳນັກງານປົກປ້ອງເງິນຝາກ


ທະນາຄານແຫ່ງ ສປປ ລາວ ໄດ້ປະກາດການຈັດຕັ້ງສໍານັກງານປົກປ້ອງເງິນຝາກຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມນີ້ກໍ່ມີ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ບັນດາພາກສ່ວນຈາກກະຊວງທີ່ກ່ຽວຂ້ອງ, ຄະນະກົມ-ຄະນະສະພາບໍລິຫານ,ຄະນະອໍານວຍການສໍານັກງານປົກປ້ອງເງິນຝາກ-ຄະນະອໍານວຍການທະນາຄານລັດ ແລະ ບັນດາທະນາຄານທີ່ເປັນສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ.

ໜັງສືພິມເສດຖະກິດ-ສັງຄົມ ສໍານັກງານປົກປ້ອງເງິນຝາກຊຶ່ງໃນເມື່ອກ່ອນເປັນກອງທຶນປົກປ້ອງຜູ້ຝາກເງິນທີ່ໄດ້ຮັບການສ້າງຂຶ້ນໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນທັງນີ້ກໍ່ເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມກໍ່ຄືລະບົບທະນາຄານໄປຄຽງຄູ່ກັບການພັດ ທະນາລະບົບທະນາຄານ; ກອງທຶນປົກປ້ອງຜູ້ຝາກເງິນໄດ້ສ້າງຕັ້ງຂຶ້ນໃນສະພາບລະບົບເສດຖະກິດ, ການເງິນ-ເງິນຕາມີການເຄື່ອນໄຫວໄປຕາມກະແສຄື້ນຂອງວິກິດການທີ່ແຜ່ລາມໄປທົ່ວໂລກ, ທົ່ວຂົງເຂດ ແລະພາກພື້ນໃນນີ້ ສປປ ລາວ ກໍ່ມີສ່ວນທີ່ຖືກກະທົບຈາກວິກິດການດັ່ງກ່າວພໍສົມຄວນໃນຊຸມປີ 1998 -1999 ແລະ ກາງປີ 2001 ເພື່ອປະຕິບັດຕາມເງື່ອນໄຂເງິນກູ້ຂອງທະນາຄານພັດທະນາອາຊີ (ADB- FSPL II) ໃຫ້ແກ່ລັດຖະບານໂດຍໄດ້ຜ່ານການເຫັນດີເຫັນພ້ອມໃນກອງປະຊຸມລະຫວ່າງທະນາຄານແຫ່ງ ສປປ ລາວ, ທະນາຄານພັດທະນາອາຊີ ແລະ ບໍລິສັດ CAFSL ໃນຕົ້ນປີ 1998; ພ້ອມທັງປະຕິ ບັດຕາມນະໂຍບາຍການຕ່າງປະເທດຂອງພັກ-ລັດ ໃນການເຊື່ອມໂຍງກັບສາກົນ ແລະ ພາກພື້ນ.

ສໍານັກງານປົກປ້ອງເງິນຝາກໄດ້ຮັບການສ້າງຂຶ້ນຕາມດໍາລັດເລກທີ 329/ລບ; ລົງວັນທີ 25 ຕຸລາ 2017 ຊຶ່ງເປັນການຈັດຕັ້ງການເງິນຂອງລັດມີຖານະ ທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະ ນາຄານແຫ່ງ ສປປ ລາວ; ສໍານັກງານດັ່ງກ່າວມີສິດ ແລະ ໜ້າທີ່ຄົ້ນຄ້ວາແຜນຍຸດທະສາດ ແລະ ນິຕິກໍາກ່ຽວກັບວຽກງານປົກປ້ອງເງິນຝາກເພື່ອສະເໜີຂັ້ນເທິງພິຈາລະນາ ແລະວຽກສໍາຄັນອື່ນໆ;ພ້ອມນີ້ໂຄງປະກອບແມ່ນມີສະພາບໍລິຫານທີ່ໄດ້ຮັບການແຕ່ງຕັ້ງຈາກນາຍົກລັດຖະມົນຕີໂດຍໃນຄັ້ງນີ້ແມ່ນທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນປະທານ, ນອກນີ້ແມ່ນມາຈາກກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ນັກກົດໝາຍ,ນັກກວດສອບໂດຍມີຫົວໜ້າສໍານັກງານປົກປ້ອງເງິນຝາກເປັນກໍາມະການ, ເລຂາ; ພ້ອມນັ້ນກໍ່ຍັງມີການແຕ່ງຕັ້ງຮອງສໍານັກງານເພີ່ມຕື່ມ ແລະຂັ້ນພະແນກການຈໍານວນໜຶ່ງຈາກທະນາຄານແຫ່ງ ສປປ ລາວ.

ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກໄດ້ແຈ້ງໝາກຜົນແຫ່ງການເຄື່ອນໄຫວໃນປີ 2018 ຜ່ານມາໂດຍໄດ້ຮັບຜົນສໍາເລັດຫຼາຍດ້ານເປັນຕົ້ນດ້ານວຽກງານນິຕິກໍາ; ດ້ານວຽກງານກວດກາ ແລະວິເຄາະ; ດ້ານການເຄື່ອນໄຫວທາງດ້ານການເງິນ; ການເກັບເບ້ຍປະກັນ, ການປົກປ້ອງເງິນຝາກ; ການພົວພັນຕ່າງປະເທດ; ການເຄື່ອນໄຫວດ້ານອື່ນໆ; ປະຈຸບັນສໍານັກງານປົກປ້ອງເງິນຝາກມີສະມາຊິກທັງໝົດ 40 ທະນາຄານໃນນີ້ ມີທະນາຄານທຸລະກິດລັດ 3 ທະນາຄານ, ທະນາຄານຮ່ວມທຶນ 3 ທະນາຄານ, ທະນາຄານເອກະຊົນ 6 ທະນາຄານ, ທະນາຄານທີ່ເປັນລູກຂອງທະນາຄານຕ່າງປະເທດ 9 ທະນາຄານ ແລະສາຂາທະນາຄານຕ່າງປະເທດ 19 ທະນາຄານ.


ພາບ ແລະ ຂ່າວ : ໜັງສືພິມເສດຖະກິດ-ສັງຄົມ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.