Header Ads

ທ່ານ ນາຍົກ ຊຸກຍູ້ສະຫະກອນຜະລິດກາເຟລາວ ເຂດພູພຽງບໍລິເວນ ທີ່ເມືອງບາຈຽງ ແຂວງຈຳປາສັກ



ໃນຕອນແລງ ຂອງວັນທີ 28 ມັງກອນ 2019 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ທີ່ເມືອງບາຈຽງ, ແຂວງຈຳປາສັກ, ໂດຍມີສະຫະກອນຜູ້ຜະລິດກາເຟ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ໃນໂອກາດດັ່ງກ່າວ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບ ທາງດ້ານການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຫະກອນດັ່ງກ່າວ, ຊຶ່ງເຫັນວ່າ: ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007, ເປັນອົງກອນທີ່ຮວບຮວມເອົາຊາວສວນຜູ້ປູກກາເຟທັງໝົດ ຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງ ມີເນື້ອທີ່ປູກກາເຟ ຈຳນວນ 3 ເຮັກຕາ, ປະຈຸບັນ ມີສະມາຊິກທັງໆົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກ, ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງ ເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ແລະ ລະດັບຄຸນນະພາບ ຂອງເມັດກາເຟ, ຊຶ່ງປະສິດທິພາບຂອງໂຮງງານ ແມ່ນສາມາດຜະລິດໄດ້ 20 ໂຕນ/ມື້. ສິ່ງທີ່ເປັນຈຸດເດັ່ນຂອງສະຫະກອນ ແມ່ນມີຄວາມຮັບປະກັນຄຸນນະພາບກາເຟ ດ້ວຍເຂົາເຈົ້າເອງ ໂດຍມີການຄວບຄຸມຄຸນນະພາບ ໃນຂະບວນການຜະລິດທຸກຂັ້ນຕອນ ນັບແຕ່ການປູກ ຈົນເຖິງເວລາທີ່ສາມາດດື່ມໄດ້, ຊຶ່ງບໍ່ມີສະຫະກອນໃດ ໃນສປປ ລາວ ທີ່ຮັບປະກັນໄດ້ຄືແນວນັ້ນ, ໃນນັ້ນ ໄດ້ຮັບການຢັ້ງຢືນການຄ້າທີ່ເປັນທຳ ໃນປີ 2009 ພ້ອມທັງ ໄດ້ຮັບການຢັ້ງຢືນ ກະສິກຳອິນຊີ ດ້ວຍມາດຖານ ຂອງອີຢູ, ອາຊີ ແລະ ອາເມີຣິກາເໜືອ ຫຼື ການາດາ ອີກດ້ວຍ, ໝາຍວ່າ ບໍ່ມີການນຳໃຊ້ຝຸ່ນເຄມີ ແລະ ຢາປາບສັດຕູພືດ, ສິ່ງສໍາຄັນ ຍັງເປັນການປົກປັກຮັກສາສິ່ງແວດລ້ອມ, ເພີ່ມເນື້ອທີ່ສີຂຽວ ແລະ ສ້າງແຫຼ່ງທີ່ຢູ່ອາໄສ ຂອງສັດສາວາສິ່ງ ໄປຄຽງຄູ່ກັບການສ້າງເສດຖະກິດ ຂອງຄອບຄົວປະຊາຊົນໃນທ້ອງຖິ່ນ, ເຮັດໃຫ້ກາເຟ ມີລາຄາສູງກວ່າລາຄາກາເຟທົ່ວໄປ. 



ພາຍໃນສະຫະ ກອນ ຍັງມີການບໍລິຫານ ແບບປະຊາທິປະໄຕ, ສະມາຊິກທຸກຄອບຄົວ ມີສິດເທົ່າທຽມກັນ, ມີຄວາມໂປ່ງໃສ ແລະ ຍຸຕິທຳ, ໃນນັ້ນ ມີຄະນະບໍລິຫານ ສະຫະກອນ ທີ່ເປັນຕົວແທນຂອງຊາວສວນ ຈຳນວນ 8 ທ່ານ, ໂດຍປະກອບດ້ວຍ ຄະນະກໍາມະການບໍລິຫານ ຈໍານວນ 5 ທ່ານ ແລະ ຄະນະກວດກາ ຈໍານວນ 3 ທ່ານ; ມີພະນັກ ງານ ຈຳວນ 35 ທ່ານ ທີ່ເຮັດໜ້າທີ່ຊຸກຍູ້ສົ່ງເສີມ ວຽກງານການຜະລິດກາເຟ ໃຫ້ແກ່ສະມາຊິກສະຫະກອນ ເພື່ອບັນລຸເປົ້າໝາຍການຜະລິດ, ການແປຮູບ, ການເກັບຮັກສາ, ການຕະຫຼາດ ແລະ ບັນຊີ-ການເງິນ. ນັບແຕ່ປີ 2007 ເປັນຕົ້ນມາ ແມ່ນສາມາດຜະລິດກາເຟ ຂາຍຢູ່ພາຍໃນປະເທດ ໄດ້ຈຳນວນ 57 ພັນກວ່າໂຕນ (ໝາກແດງ), ສະເພາະ ປີ 2017-2018 ແມ່ນຜະລິດໄດ້ 8.300 ໂຕນ ຫຼື 436 ຕູ້ຄອນເທນເນີ, ໃນນັ້ນ ມີກາເຟນ້ອຍ ຫຼື ກາເຟທີ່ມີຄຸນນະພາບ ແລະ ເປັນທີ່ນິຍົມ ມີເກືອບ 7 ພັນໂຕນ. ສໍາລັບຕະຫຼາດຈໍາໜ່າຍ ແມ່ນສົ່ງອອກໄປຈີນ, ເກົາຫຼີໃຕ້, ຍີ່ປຸ່ນ, ສິງກະໂປ, ອົດສະຕາລີ, ນິວຊີແລນ, ຝຣັ່ງ, ສະວິດ, ສະຫະລັດອາເມລິກາ ແລະ ອື່ນໆ.



ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມກັບຄະນະບໍລິຫານ ແລະ ສະມາຊິກສະຫະກອນ, ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ, ຄວາມສາມັກຄີ ແລະ ແບບຢ່າງອັນດີ ຂອງສະຫະກອນດັ່ງກ່າວ. ພ້ອມທັງ ມີຄຳເຫັນ ເນັ້ນໜັກ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະ ມາດຖານ ຂອງການຜະລິດ ໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະ ຄຳແນະນຳຂອງຊ່ຽວຊານ, ຫ້າມນຳໃຊ້ສານເຄມີ ເຂົ້າໃນການຜະລິດ, ສືບຕໍ່ເສີມຂະຫຍາຍ ບັນດາປັດໃຈ ທີ່ພາໃຫ້ມີຜົນສຳເລັດ ໃນໄລຍະຜ່ານມາໃຫ້ກວ້າງຂວາງ, ທັງນີ້ ກໍ່ເພື່ອເຮັດໃຫ້ ກາເຟມີຄຸນນະພາບ, ໄດ້ລາຄາສູງ, ເປັນທີ່ຕ້ອງການຂອງລູກຄ້າ, ການຜະລິດ ກໍ່ມີຄວາມໝັ້ນຍົງ, ສະມາຊິກມີລາຍຮັບ, ສາມາດປະກອບສ່ວນ ໃນການປັບປຸງຊີວິດການເປັນຢູ່ ແລະ ບ້ານຊ່ອງຂອງຕົນ ໃຫ້ຄວາມຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍ່ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ປະຕິບັດນະໂຍບາຍທີ່ເໝາະສົມ ຕໍ່ສະຫະກອນ ເພື່ອໃຫ້ເຂົາເຈົ້າ ສາມາດຜະລິດ ແລະ ເຄື່ອນໄຫວວຽກງານ ຢ່າງມີປະສິດທິຜົນສູງ.


ພາບ ແລະ ຂ່າວ : ປະເທດລາວ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.