Header Ads

ກະຊວງກະສິກຳ ແລະ ປ່າໄມ້ຈັດພິທີທຳລາຍສິ້ນສ່ວນສັດປ່າຜິດກົດຫມາຍ



ໃນວັນທີ 28 ມັງກອນນີ້, ທີ່ຕະຫລາດຫ້ວຍນໍ້າໃສ, ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ຮ່ວມກັບ ທະນາຄານໂລກປະຈໍາລາວ ໄດ້ຈັດພິທີທໍາລາຍສິ້ນສ່ວນສັດປ່າ ທີ່ຢຶດໄດ້ຈາກການລັກລອບຊື້-ຂາຍທີ່ຜິດລະບຽບກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ຈໍານວນ 90 ກິໂລ. 


ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ເນໂກລາດ, ຫົວໜ້າຫ້ອງການທະນາຄານໂລກ, ທ່ານ ເບີນວຍ ບອດສ, ຜູ້ອໍານວຍການຂະແໜງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມຈາກທະນາຄານໂລກ, ຜູ້ຕາງຫນ້າພາກສ່ວນກ່ຽວຂ້ອງ ພ້ອມດ້ວຍແຂກຮັບເຊີນ.

ໃນໂອກາດນີ້, ທ່ານ ທອງພັດ ວົງມະນີ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີຄໍາເຫັນວ່າ: ຜ່ານມາກໍ່ຄືປັດຈຸບັນ, ລັດຖະບານລາວໄດ້ສຸມໃສ່ຕ້ານ ແລະ ສະກັດກັ້ນການຄ້າຂາຍສັດນໍ້າ ແລະ ສັດປ່າທີ່ຜິດລະບຽບກົດໝາຍ ໂດຍການຮ່ວມມືກັບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຕ່າງໆ ເພື່ອຊຸກຍູ້ສົ່ງເສີມການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ພ້ອມທັງພັດທະນາລະບົບ ເຄືອຂ່າຍສືບລັບເພື່ອບອກຂໍ້ມູນແຫລ່ງຂ່າວໃຫ້ມີປະສິດທິຜົນສູງຂຶ້ນ.





ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວຕື່ມວ່າ: ໃນປີ 2018 ຜ່ານມາ, ເຈົ້າໜ້າທີ່ຄຸ້ມຄອງສັດນໍ້າສັດປ່າຂອງລາວ ສາມາດທຳການຢຶດສັດ, ຜະລິດຕະພັນ ແລະ ສິ້ນສ່ວນສັດນໍ້າ-ສັດປ່າ ຈໍານວນ 1.100 ກວ່າກິໂລ ເຊິ່ງນອນຢູ່ໃນບັນຊີປະເພດຫວງຫ້າມ, ສັດປ່າຈໍານວນ 300 ກວ່າກິໂລທີ່ນອນໃນບັນຊີ 2 ແລະ ສັດປ່າຈໍານວນ 600 ກິໂລທີ່ນອນໃນບັນຊີ 3.

ນອກນີ້, ເຈົ້າໜ້າທີ່ປ່າໄມ້ ແລະ ຄະນະປະສານງານເຄືອຂ່າຍ ຍັງສາມາດກັກຢຶດສິ້ນສ່ວນງາຊ້າງ ແລະ ຜະລິດຕະພັນງາຊ້າງໄດ້ 100 ກວ່າກິໂລ. ປັດຈຸບັນ, ແມ່ນກໍາລັງຢູ່ໃນຂັ້ນຕອນສືບສວນສອບສວນຜູ້ກະທໍາຜິດ; ສ່ວນສິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ປ່າໄມ້ນໍາມາທໍາລາຍໃນຄັ້ງນີ້ ມີຈໍານວນ 90 ກິໂລ; ສ່ວນຫລາຍແມ່ນສິ້ນສ່ວນປະເພດສັດປ່າຫວງຫ້າມເຊັ່ນ: ລິ່ນ ເຫ້ຍ ເໝັ້ນ 
ບ່າງ, ແລະ ສິ້ນສ່ວນສັດຊະນິດອື່ນໆ ຕື່ມອີກ.


ພາບ - ຂ່າວ: ບຸນຍັງ​ພຸດສະຫວັດ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.