Header Ads

ເດືອນ​ທໍາ​ອິດ​ຂອງ​ປີ 2019 ພາສີແຂວງວຽງຈັນ ເກັບລາຍຮັບໄດ້ 1 ຕື້ກີບ ລື່ນແຜນເກືອບ 300%



ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປີ 2019 ຂອງຂະແໜງພາສີ ປະຈຳແຂວງວຽງຈັນ ໃນເດືອນທຳອິດຂອງປີ (01/2019) ສາມາດປະຕິ ບັດລາຍຮັບໄດ້ 1 ຕື້ກວ່າກີບ, ລື່ນແຜນການເດືອນ 264.47%. ໃນນັ້ນ, ກອງກວດພາສີ ປະຈຳແຂວງປະຕິບັດໄດ້ 600 ລ້ານກວ່າກີບ, ດ່ານພາສີທ້ອງຖິ່ນ ບ້ານວັງ 347 ລ້ານກີບ, ດ່ານພາສີທ້ອງຖິ່ນຊະນະຄາມປະຕິບັດໄດ້ 61 ລ້ານກີບ.

ການຈັດຕັ້ງປະຕິບັດວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປີ 2019 ຂອງຂະແໜງພາສີປະຈຳແຂວງວຽງຈັນ ໃນເດືອນທຳອິດຂອງປີ ( 01/2019 ) ສາມາດປະຕິບັດລາຍຮັບໄດ້ລື່ນແຜນການເດືອນ 264.47%. ໃນນັ້ນ, ກອງກວດພາສີປະຈຳແຂວງປະຕິບັດໄດ້ 600 ລ້ານກວ່າກີບ, ດ່ານພາສີທ້ອງຖິ່ນ ບ້ານວັງ 347 ລ້ານກີບ, ດ່ານພາສີທ້ອງຖິ່ນຊະນະຄາມປະຕິບັດໄດ້ 61 ລ້ານກີບ, ໝົດປີຂະແໜງພາສີປະຈຳແຂວງວຽງຈັນ ຕັ້ງເປົ້າເກັບລາຍຮັບເຂົ້າງົບປະມານຕ້ອງບັນລຸຕາມແຜນການ 4.6 ຕື້ກີບ ຫຼື ເກີນແຜນການທີ່ໄດ້ຮັບມອບໝາຍ.

ທ່ານ ທະວີໄຊ ທໍາມະວົງ ຮອງຫົວໜ້າກອງຄຸ້ມຄອງພາສີ V ທັງເປັນຫົວໜ້າກອງກວດກາພາສີປະຈໍາ ແຂວງວຽງຈັນ ໃຫ້ສຳພາດວ່າ: ກອງກວດກາພາສີປະຈໍາແຂວງວຽງຈັນ ເປັນເສນາທິການໃຫ້ກົມພາສີິໃນການການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານພາສີຢູ່ທ້ອງຖິ່ນ, ກອງກວດກາພາສີປະຈໍາແຂວງມີພະນັກງານທັງໝົດ 5 ທ່ານ ປະກອບມີ: ຫົວໜ້າກອງ 1 ທ່ານ, ຮອງຫົວໜ້າກອງ 1 ທ່ານ, ວິຊາການ 3 ທ່ານ ແລະ ມີດ່ານພາສີທ້ອງຖິ່ນບ້ານວັງ, ດ່ານພາສີທ້ອງຖິ່ນຊະນະຄາມ ຂຶ້ນກັບກອງກວດກາພາສີປະຈຳແຂວງ.

ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງພາສີໄລຍະຜ່ານມາ ເຈົ້າໜ້າທີ່ພາສີ ແລະ ບັນດາດ່ານໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຕາມລະບຽບກົດໝາຍທີ່ວາງອອກ ແລະ ປະຕິບັດຕາມສິດ, ໜ້າທີ່ຕົນຕາມທີ່ໄດ້ຮັບການມອບໝາຍຢ່າງເຂັ້ມງວດ ໂດຍການອອກລາດຕະເວນ, ສ້າງແຫຼ່ງຂ່າວເກັບກໍາຂໍ້ມູນຕ່າງໆ ເພື່ອສະກັດກັ້ນການລັກລອບສິນຄ້າໜີພາສີພາຍໃນດ່ານ ແລະ ນອກດ່ານ, ໄດ້ຈັດວາງກໍາລັງປະຈໍາການຢູ່ຈຸດປະສານງານແສນຊຸມ ເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີ, ຄຸ້ມຄອງກວດກາ, ຕິດຕາມການເຄື່ອນຍ້າຍສິນຄ້າປາຍທາງ ເຊັ່ນ: ສິນຄ້າທີ່ນໍາເຂົ້າໃນຮູບການລົງທຶນ ແລະ ສິນຄ້າອື່ນໆ.

ພ້ອມດຽວກັນນີ້, ສືບຕໍ່ສົມທົບກັບພະແນກແຜນການ ແລະ ການລົງທຶນຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ເພື່ອເກັບກໍາຂໍ້ມູນການລົງທຶນທີ່ຕັ້ງຢູ່ຂອບເຂດແຂວງວຽງຈັນ ໃນແຕ່ລະໄລຍະ; ຄົ້ນຄວ້າປະກອບຄໍາເຫັນໃສ່ການຂໍອະນຸຍາດນໍາເຂົ້າວັດຖຸດິບ ແລະ ອຸປະກອນການຜະລິດ, ອາໄຫຼ່ເຂົ້າມາຮັບໃຊ້ການຜະລິດຂອງໂຄງການລົງທຶນຕ່າງໆທີ່ຢູ່ໃນແຂວງ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມອອກທະບຽນພາຫະນະ, ຕິດຕາມລົດທີ່ນໍາໃຊ້ເອກະສານປອມແປງເພື່ອຂຶ້ນທະບຽນ, ລົດປ້າຍບໍລິຫານ, ໂຄງການລົງທຶນທີ່ນໍາໃຊ້ບໍ່ຖືກເປົ້າໝາຍຢູ່ພາຍໃນແຂວງ ແລະ ບັນດາເມືອງຕ່າງໆ; ກວດກາຕິດຕາມການນໍາເຂົ້າວັດຖຸ, ອຸປະກອນ, ພາຫະນະ, ກົນຈັກ ແລະ ນໍ້າມັນເຊື້ອໄຟ ທີ່ນໍາເຂົ້າມາຮັບໃຊ້ໂຄງການທາງລົດໄຟ ລາວ – ຈີນ ໃນຂອບເຂດແຂວງວຽງຈັນ.

ສໍາລັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2019 ຂະແໜງພາສີປະຈຳແຂວງວຽງຈັນ ໄດ້ຮັບຕົວເລກແຜນການ 4.6 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນເດືອນທຳອິດຂອງປີ 2019 ( ເດືອນມັງກອນ 2019 ) ສາມາດປະຕິບັດລາຍຮັບໄດ້ແລ້ວ 1 ຕື້ກວ່າກີບ, ຖ້າທຽບໃສ່ແຜນການເດືອນເທົ່າກັບ 264.47%, ຖ້າທຽບແຜນການງວດ ເທົ່າກັບ 87.91% ແລະ ເທົ່າກັບ 21.93% ຂອງແຜນການປີ.

ໃນນັ້ນ, ກອງກວດພາສີປະຈຳແຂວງ ປະຕິບັດໄດ້ 600 ລ້ານກວ່າກີບ, ດ່ານພາສີທ້ອງຖິ່ນບ້ານວັງ 347 ລ້ານກີບ, ດ່ານພາສີທ້ອງຖິ່ນຊະນະຄາມປະຕິບັດໄດ້ 61 ລ້ານກີບ ເຊິ່ງລາຍຮັບສ່ວນໃຫຍ່ໄດ້ມາຈາກການແກ້ໄຂລົດບໍ່ຖືກຕ້ອງ, ເຄື່ອງອຸປະໂພກ – ບໍລິໂພກ, ແຮ່ທາດ ແລະ ອື່ນໆ.

ສ່ວນປີ 2019 ຂະແໜງພາສີປະຈຳແຂວງວຽງຈັນ ໄດ້ຮັບຕົວເລກມອບໝາຍໃຫ້ຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດ 4.6 ຕື້ກີບ. ສະນັ້ນ, ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານບັນລຸຕາມແຜນການທີ່ວາງໄວ້ໃນຕໍ່ໜ້າ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ແກ້ໄຂຄະດີລົດບໍ່ຖືກຕ້ອງທີ່ຍັງຄ້າງໃນບັນຊີກອງບັນຊາການ ປກສ ແຂວງວຽງຈັນ ຈຳນວນ 229 ຄັນ, ບັນຊີພະນັກງານທົ່ວໄປ ແລະ ທະຫານຈຳນວນ 30 ຄັນ ລວມທັງໝົດ 259 ຄັນ.

ໃນນັ້ນ, ລົດກະບະ 219 ຄັນ, ລົດຈິບ 27 ຄັນ, ລົດເກັ໋ງ 13 ຄັນ, ຄຸ້ມຄອງການເຄື່ອນຍ້າຍສິນຄ້າການນຳເຂົ້າສິນຄ້າໃນໂຄງການການລົງທຶນໃນແຂວງວຽງຈັນ ເປັນຕົ້ນ: ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ, ໂຄງການກໍ່ສ້າງທາງດ່ວນນອນຢູ່ໃນຄວາມຮັບຜິດຊອບຂອງກອງກວດກາພາສີແຂວງວຽງຈັນ, ເພີ່ມຄວາມເຂັ້ມງວດເອົາໃຈໃສ່ໃນການກວດກາລາດຕະເວນຕາມຊາຍແດນ ເພື່ອຄຸ້ມຄອງໃຫ້ໄດ້ບັນດາສິນຄ້າດັ່ງກ່າວ, ເລັ່ງໃສ່ການລັກລອບສິນຄ້າໜີພາສີຕາມຊາຍແດນທຸກໆດ້ານ, ກວດກາ, ຕິດຕາມເພື່ອຊີ້ນຳການປະຕິບັດໜ້າທີ່ຂອງອ້າຍນ້ອງພະນັກງານຢູ່ພາຍໃນດ່ານ ໃຫ້ມີຄວາມເຂັ້ມງວດຕໍ່ລະບຽບກົດໝາຍ.


ຄຽງຄູ່ກັນນີ້, ຍັງໄດ້ຫັນວຽກງານພາສີເປັນທັນສະໄໝ ໂດຍນຳໃຊ້ລະບົບ ອາຊີກູດາ ເຂົ້າຊ່ວຍໃນການຈັດຕັ້ງປະຕິບັດວຽກງານເພື່ອໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ, ສາມາດກວດສອບໄດ້. ທີ່ມາ: ກະຊວງ​ການ​​ເງິນ (Via Muan.la)


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.