Header Ads

ປກສ ບໍລິຄຳໄຊ ກັກຕົວຜູ້ຄ້າຂາຍຢາບ້າໄດ້ 1 ຄົນ ພ້ອມຂອງກາງ ຢາບ້າ 2 ຖົງ ຈຳນວນ 445 ເມັດ




ອີງຕາມການລາຍງານຂ່າວຂອງ ປກສ ບໍລິຄຳໄຊ  ວ່າ: ໃນວັນທີ 3 ກຸມພາ 2019 ເຈົ້າໜ້າທີ່ຕໍາຫຼວດ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັບກຸມ ທ້າວ ເມັ້ງລໍ່ ອາຍຸ 16 ປີ ປະຊາຊົນບ້ານນໍ້າພ້າວ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໃນຂໍ້ຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຜ່ານການກວດໂຕຜູ້ກ່ຽວ ພົບຢາບ້າ 2 ຖົງ ຈຳນວນ 445 ເມັດ ເຊິ່ງຜູ້ກ່ຽວຍອມຮັບວ່າຮັບຊື້ຈາກແກ້ງ ໃນລາຄາ 2.500 ກີບຕໍ່ເມັດ ແລ້ວເອົາມາເລາະຂາຍຕາມທາງເຂົ້າບໍລິສັດ, ເລາະຂາຍຕາມແຄມທາງ ໃຫ້ຜູ້ເສບພາຍໃນບ້ານ ລາຄາເມັດລະ 5.000 ກີບ. ຜູ້ກ່ຽວສາລະພາບວ່າເຮັດມາແຕ່ເດືອນເມສາ 2018 ຂາຍຈຳນວນ 5 ຄັ້ງ.


© ໂຕະນໍ້າຊາ | tonamcha.com
___________


Powered by Blogger.